ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ທີ່ຢູ່ບ່ອນຫ່າງໄກສອກຫຼີກ ໃນ ສປປ ລາວ

ລັດຖະບານຍີ່ປຸ່ນ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ມູນຄ່າ 66.892 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການດ້ານການສຶກສາ ໃນໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເພື່ອປະກອບສ່ວນເຂົ້າໃນການປັບປຸງ ສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອະນະໄມຂອງໂຮງຮຽນດັ່ງກ່າວ ເຊິ່ງພິທີເຊັນສັນຍາ ໄດ້ຈັດໃນວັນທີ 23 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ.

ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ມອບທຶນຊ່ວຍເຫຼືອ ກໍ່ສ້າງໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສະໜັບສະໜູນ-ຊ່ວຍພັດທະນາການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ຢູ່ພາຍໃນແຂວງເຊກອງກໍຄື ເມືອງລະມາມ, ໃນໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອແກ່ເມືອງລະມາມ ໃນການປຸກສ້າງໂຮງຮຽນ ມັດທະຍົມຕອນຕົ້ນເຊນ້ອຍ ແລະ ມັດທະຍົມຕົ້ນບ້ານໂມ, ເຊິ່ງເປັນການຊ່ວຍເຫຼືອທີ່ຍິ່ງໃຫຍ່ ແລະ ເປັນຂອງຂວັນທີ່ຫາອັນປຽບບໍ່ໄດ້, ທຶນຊ່ວຍເຫຼືອດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ມີສະຖານທີ່ຮັບໃຊ້ການຮຽນ-ການສອນ ທີ່ມີຄຸນະພາບ, ເຮັດໃຫ້ລູກຫຼານນັກຮຽນ ໄດ້ມີໂອກາດໄດ້ເຂົ້າຮຽນຫຼາຍຂຶ້ນ.

ລັດຖະບານຍີ່ປຸ່ນ

ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ ໄດ້ກ່າວວ່າ: ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ ໂຄງ ການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດ ໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ, ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ລັດຖະບານຍີ່ປຸ່ນ

ຂອບໃຈຂໍ້ມູນຈາກ:

https://cutt.ly/P1qM2rU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/