ດື່ມແລ້ວໜ້າແດງ ບໍ່ແມ່ນເລື່ອງຕະຫຼົກ


ໃກ້ອອກພັນສາແລ້ວ ຫຼາຍຄົນກໍພາກັນຕັ້ງໜ້າຕັ້ງຕາກຽມພ້ອມການດື່ມແອລກໍຮໍ ແລະ ສັງສັນກັບໝູ່ເພື່ອນ ແຕ່ເນື່ອງຈາກສະຖານະການປັດຈຸບັນກໍອາດຈະໄດ້ສະຫຼອງກັນອອນລາຍໄປກ່ອນ. ປະຕິເສດບໍ່ໄດ້ເລີຍວ່າ ເມື່ອຢູ່ໃນວົງດື່ມເຫຼົ້າແລ້ວມີຜູ້ໜຶ່ງໜ້າແດງ ໝູ່ໃນກຸ່ມກໍມັກຈະທັກທ້ວງ ບາງຄົນກໍອ້າງວ່າເປັນຍ້ອນເລືອດກຣຸບໂອຈຶ່ງໜ້າແດງງ່າຍ. ເຊິ່ງໃນຄວາມເປັນຈິງແລ້ວ ນອກຈາກຈະບໍ່ກ່ຽວຂ້ອງຫຍັງເລີຍແລ້ວ, ມັນຍັງບໍ່ແມ່ນເລື່ອງມ່ວນຫົວກັນອີກດ້ວຍ ເພາະວ່າມັນອັນຕະລາຍເຖິງຊີວິດໄດ້.

ມີການສຶກສາຕໍ່ການໜ້າແດງເມື່ອໄດ້ດື່ມສິ່ງມຶນເມົາ ໂດຍສະເພາະແມ່ນກັບຄົນອາຊີ ເນື່ອງຈາກຄົນຕາເວັນຕົກນັ້ນມີສ່ວນໜ້ອຍທີ່ຈະໜ້າແດງ ຫຼື ອາດບໍ່ຄ່ອຍແດງເລີຍ. ພວກເຂົາໄດ້ຄົ້ນເລິກລົງໄປເຖິງກຳມະພັນ ແລະ ມີນັກວິໄຈຈາກ ສປ ຈີນໄດ້ສຶກສາກຳມະພັນຂອງຜູ້ທີ່ມີອາການໜ້າແດງເວລາດື່ມແລ້ວພົບວ່າກຳມະພັນນີ້ໄດ້ນຳພາກັບໄປຕັ້ງແຕ່ 10,000 ປີກ່ອນ.

ອາການໜ້າແດງ

ອາການໜ້າແດງນີ້ເອີ້ນວ່າ Alcohol Flush ແຕ່ກໍມັກນິຍົມເອີ້ນວ່າ Asian Flush ເນື່ອງຈາກຄົນສ່ວນໃຫຍ່ທີ່ເປັນກັນນັ້ນແມ່ນຄົນອາຊີ. ສາເຫດແມ່ນຍ້ອນກັບໄປເມື່ອ 10,000 ປີກ່ອນ ມະນຸດເຮົາໄດ້ເລີ່ມປູກເຂົ້າກິນ ເຊິ່ງກໍພ້ອມກັນກັບເວລາທີ່ເລີ່ມຮູ້ຈັກການໝັກເຫຼົ້າ. ໃນສະໄໝນັ້ນການຈະຫານ້ຳດື່ມສະອາດເປັນເລື່ອງທີ່ຍາກຫຼາຍເນື່ອງຈາກເທັກໂນໂລຢີກອງນ້ຳຍັງບໍ່ໄດ້ຖືກຄົ້ນພົບ. ພວກເຂົາຈຶ່ງນຳນ້ຳມາປະສົມກັບເຫຼົ້າ ເພາະເມື່ອກິນໄປພ້ອມກັນແລ້ວ ຕົວເຫຼົ້າກໍຈະໄດ້ຊ່ວຍຂ້າເຊື້ອພະຍາດໄປພ້ອມ. ດ້ວຍເຫດນັ້ນ, ຄົນສະໄໝກ່ອນຈຶ່ງນິຍົມດື່ມເບຍ, ວາຍ ແລະ ເຫຼົ້າປົນກັບນ້ຳ ໂດຍສະເພາະແມ່ນຄົນຕາເວັນຕົກ.

ແຕ່ຄົນອາຊີໃນເມື່ອກ່ອນນັ້ນແຕກຕ່າງອອກໄປ, ພວກເຂົາບໍ່ໄດ້ດື່ມເຫຼົ້າຫຼາຍຄືຄົນຕາເວັນຕົກ. ໃນຂະນະທີ່ທົ່ວໂລກອາດຈະດື່ມເຫຼົ້າປົນນ້ຳ, ຄົນອາຊີກໍນິຍົມຕົ້ມນ້ຳດື່ມ ແລະ ໃສ່ຊາ ຫຼື ໃສ່ສະໝຸນໄພ. ຍ້ອນແນວນັ້ນ, ກຳມະພັນຂອງຄົນອາຊີ ແລະ ຄົນຕາເວັນຕົກຈຶ່ງແຕກຕ່າງກັນມາແຕ່ດົນນານ.

ເປັນຫຍັງຈຶ່ງໜ້າແດງ

ເປັນທີ່ຮູ້ກັນຢູ່ແລ້ວວ່າແອລກໍຮໍນັ້ນເປັນພິດຕໍ່ຮ່າງກາຍ, ເມື່ອມັນໄດ້ເຂົ້າສູ່ກະແສເລືອດ ກໍຈະເປັນອັນຕະລາຍຢ່າງຫຼວງຫຼາຍຕໍ່ຮ່າງກາຍເຮົາ. ສະນັ້ນຮ່າງກາຍຈຶ່ງໄດ້ຈັດລະບົບທີ່ສາມາດກຳຈັດສານພິດຈາກແອລກໍຮໍຂຶ້ນມາເປັນອະໄວຍະວະຊື່ວ່າ “ຕັບ”. ເມື່ອຮັບແອລກໍຮໍເຂົ້າມາ, ຕັບກໍຈະມີໜ້າທີ່ຜະລິດເອນໄຊມ໌ທີ່ຊື່ວ່າ Alcoholic Dehydrogenase ອອກມາ ເພື່ອເຜົາຜານແອລກໍຮໍ, ເຊິ່ງໃນຂະນະທີ່ເຜົາຜານຢູ່ກໍຈະເກີດ Acetaldehyde (ອະຊີຕາລດີຮາຍ) ແລ້ວຈຶ່ງກາຍເປັນກົດ ອະຊີຕິກ Acetic (ກົດອະຊີຕິກບໍ່ເປັນອັນຕະລາຍຕໍ່ຮ່າງກາຍ)

ແຕ່ວ່າຍ້ອນກຳມະພັນຂອງຄົນອາຊີນັ້ນເອງ ທີ່ມີເອນໄຊມ໌ທີ່ໃຊ້ເຜົາຜານແອລກໍຮໍ (Alcoholic Dehydrogenase) ໜ້ອຍ ຫຼື ເຮັດວຽກບໍ່ເທົ່າຂອງຄົນຕາເວັນຕົກ ຕັບຈຶ່ງຍ່ອຍແອລກໍຮໍໄດ້ຊ້າ, ແອລກໍຮໍກໍຈະສາມາດເຂົ້າສູ່ກະແສເລືອດໄດ້ໄວ ແລະ ສົ່ງຜົນໃຫ້ໜ້າແດງງ່າຍ-ເມົາໄວ.

ບາງຄົນນອກຈາກເອນໄຊມ໌ບໍ່ດີແລ້ວ ຍັງສ້າງສານອະຊີຕາລດີຮາຍຫຼາຍ ຫຼື ຍ່ອຍໃຫ້ມັນເປັນອະຊີຕິກຊ້າກໍຍິ່ງເປັນອັນຕະລາຍ. ເພາະເຖິງແມ່ນວ່າກົດອະຊີຕິກຈະເປັນກົດທີ່ບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ແຕ່ກົດອະຊີຕາລດີຮາຍນັ້ນເປັນພິດຮຸນແຮງທີ່ອັນຕະລາຍກວ່າແອລກໍຮໍຫຼາຍຮ້ອຍເທົ່າ. ມັນຈະເຮັດໃຫ້ໜ້າແດງ, ເກີດອາການຄັນເປັນຜື່ນ, ວິນຫົວ, ປວດຮາກ, ມຶນໜ້າໄດ້ງ່າຍ. ນອກຈາກນີ້, ກົດອະຊີຕາລດີຮາຍຍັງເປັນໜຶ່ງໃນສານທີ່ກໍ່ໃຫ້ເກີດມະເຮັງອີກດ້ວຍ.

ສະຫຼຸບແລ້ວຖ້າໃຜທີໜ້າແດງງ່າຍ ຫຼື ໜ້າແດງໄວເວລາດື່ມ ຄວນລົດປະລິມານລົງ ເພາະກຸ່ມຄົນເຫຼົ່ານີ້ມີໂອກາດສ່ຽງໃນການກໍ່ເກີດມະເຮັງຕັບ, ມະເຮັງລຳໄສ້, ມະເຮັງກະເພາະ ແລະ ອື່ນໆ ຫຼາຍກວ່າຄົນທີ່ບໍ່ໜ້າແດງ. ຢ່າງໃດກໍຕາມ, ການດື່ມໃຫ້ໜ້ອຍລົງກໍເປັນຜົນດີຕໍ່ຮ່າງກາຍບໍ່ວ່າຈະສຳລັບຜູ້ທີ່ໜ້າແດງ ຫຼື ບໍ່ໜ້າແດງ.

ຂອບໃຈຂໍ້ມູນຈາກ:

https://cutt.ly/mE1bW5l ​

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/