ຊໍ້າເຕີມກັນໄປອີກ! Jude Bellingham ເຜີຍເລືອກຍ້າຍມາໃສ່ຊຸດຂາວ ຍ້ອນ Liverpool ປະລາໄຊໃຫ້ກັບ Real Madrid ໃນນັດຊິງ UEFA


ນັບເປັນການຕອກຢໍ້າຄວາມຜິດຫວັງຂອງແຟນໆ ລິເວີພູລອີກເທື່ອໜຶ່ງ ຫຼັງ ຈູດ ເບີລິງແຮັມ (Jude Bellingham) ຕັດສິນໃຈຍ້າຍໄປຮ່ວມທີມລາຊາຊຸດຂາວ ເຣອັລ ມາດຣິດ ຫຼັງຕົກເປັນຂ່າວ ແລະ ຕົກເປັນຄວາມຫວັງຂອງແຟນໆລິເວີພູລ ທີ່ຢາກໄດ້ ກອງກາງອະນາຄົດໄກຄົນນີ້ໄປຮ່ວມທີມ.

ເຊິ່ງນອກຈາກເຮັດໃຫ້ແຟນໆ ລິເວີພູລ ຝັນສະຫຼາຍແລ້ວ ຈູດ ເບີລິງແຮັມ ຍັງຕອກຢໍ້າຄວາມເຈັບປວດໃຫ້ກັບ ແຟນໆລິເວີພູລ ອີກບາດໜຶ່ງ ໂດຍເຜີຍວ່າ ສາເຫດທີ່ຍ້າຍມາໃສ່ຊຸດຂາວ ຍ້ອນຕົນໄດ້ເບິ່ງເກມທີ່ ເຣອັລ ມາດຣິດ ຊະນະ ລິເວີພູລ ໃນນັດຊິງ UEFA ປີ 2022 ທີ່ຜ່ານມາ.

ໂດຍໃນໄລຍະທີ່ຜ່ານມາ ກອງກາງ ອາຍຸ 19 ປີ ຄົນນີ້ ຕົກເປັນຂ່າວກັບທີມໃຫຍ່ທົ່ວໂລກ ແລະ ມີທ່າອ່ຽງວ່າຈະຍ້າຍໄປຢູ່ກັບ ສະໂມສອນ ລິເວີພູລ ອັງກິດ ຫຼາຍກວ່າໝູ່ ເຖິງວ່າ ແຟນບານຫຼາຍຄົນ, ນັກວິເຄາະ, ນັກວິຈານ ໄດ້ອອກມາວິເຄາະເຖິງແນວທາງການຫຼິ້ນຂອງ ຈູດ ເບີລິງແຮັມ ຖ້າຫາກວ່າຍ້າຍມາຫຼິ້ນກັບລິເວີພູລແທ້.

ແຕ່ສຸດທ້າຍ ຄວາມຝັນ ແລະ ຄວາມຫວັງຂອງແຟນໆລິເວີພູລຕ້ອງຈົບລົງ ກອງກາງຊາວອັງກິດ ໄດ້ເປີດຕົວກັບ ເຣອັລ ມາດຣິດ ໄປຢ່າງເປັນທາງການເມື່ອວັນທີ 15 ມິຖຸນາທີ່ຜ່ານມານີ້  ດ້ວຍຄ່າຕົວ 103 ລ້ານຢູໂຣ ພ້ອມຍົກເສື້ອເບີ 5 ເຊິ່ງເປັນເບີຂອງ ຊີນາດີນ ຊີດານ ສຸດຍອດຕຳນານນັກເຕະ ແລະ ຄູເຝິກ ລະດັບຕຳນານຂອງສະໂມສອນ.

ໂດຍ ຈູດ ເບີລິງແຮັມ ໄດ້ໃຫ້ສໍາພາດທຳຮ້າຍຄວາມຮູ້ສຶກຂອງແຟນ ລິເວີພູລ ເຖິງເຫດຜົນທີ່ຍ້າຍມາ ເຣອັລ ມາດຣິດ ລະຫວ່າງການເປີດຕົວວ່າ: “ຂ້ອຍຢູ່ໃນເກມນັດຊິງຊະນະເລີດ UEFA ທີ່ເຣອັລ ມາດຣິດ ເອົາຊະນະ ລິເວີພູລ ໄດ້ 1 ປະຕູຕໍ່ 0 ແລະ ນັ້ນແມ່ນປັດໄຈສຳຄັນທີ່ເຮັດໃຫ້ຂ້ອຍເລືອກຍ້າຍມາ ເຣອັລ ມາດຣິດ”.

ນີ້ເປັນອີກເທື່ອໜຶ່ງທີ່ ລິເວີ້ພູລ ໃນຍຸກຂອງ ເຈີເກັນ ຄັອບ ຕ້ອງປະລາໄຊໃຫ້ກັບ ເຣອັລ ມາດຣິດ ທັງໃນດ້ານຜົນງານໃນສະໜາມ ແລະ ການຍາດແຍ່ງນັກເຕະກັນ ເພາະນອກຈາກ ຈະເສຍເປົ້າໝາຍຂອງຕົນເອງໃຫ້ກັບ ເຣອັລ ມາດຣິດ ໃນເທື່ອນີ້ແລ້ວ ສະຖິຕິ 5 ນັດຫຼັງສຸດທີ່ທັງ 2​ ທີມພົບກັນ ລິເວີພູລ ປະລາໄຊໄປເຖິງ 4 ນັດ ແລະ ເຮັດໄດ້ພຽງສະເໝີ ນັດດຽວ.

ຂອບໃຈຂໍ້ມູນຈາກ: BBC, aiscore

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/