CEO Warner Bros. ຢາກໄດ້ພໍ່ມົດແຫ່ງ Hollywood Christopher Nolan ກັບມາເຮັດຮູບເງົາໃຫ້ຄ້າຍອີກຄັ້ງ


ເຊື່ອວ່າຫຼາຍໆຄົນຮູ້ຈັກ Christopher Nolan ພໍ່ມົດແຫ່ງ Hollywood ເປັນຜູ້ກຳກັບທີ່ໂດ່ງດັງ ແລະ ໄດ້ການຍອມຮັບຈາກຄົນທົ່ວໂລກ ຜົນງານຂອງຜູ້ກຳກັບສາຍາພໍ່ມົດແຫ່ງ Hollywood ລ້ວນແຕ່ເປັນຕຳນານ ບໍ່ວ່າຈະເປັນຮູບເງົາ The Dark Knight, Inception (2010) ແລະ Interstellar (2014).

ໃນປີ 2020 ມີປະເດັນທີ່ຮືຮາທີ່ສຸດຄັ້ງໜຶ່ງໃນ Hollywood ກໍຄື Warner Bros. ໄດ້ຕັດສິນໃຈປັບແຜນກົນລະຍຸດການຈັດຈຳໜ່າຍຮູບເງົາ ເນືື່ອງຈາກໄລຍະທີ່ມີການລະບາດພະຍາດໂຄວິດ-19 ຈົນບໍ່ມີຄົນກ້າໄປເບິ່ງຮູບເງົາ ແລະ ຫັນມາເບິ່ງຮູບເງົາຜ່ານການສະຕຣີມມິງຫຼາຍຂຶ້ນ ໂດຍຄົນທີ່ບໍ່ເຫັນດີໃນກົນລະຍຸດຄື Christopher Nolan ກ່ອນຈະເກີດການແຍກຍ້າຍກັນໄປໃນປີ 2021 ພ້ອມກັບຍ້າຍໄປ Universal Pictures.

ຫຼ້າສຸດທາງ Variety ໄດ້ລະບຸວ່າ Michael De Luca ແລະ Pamela Abdy ປະທານບໍລິຫານຮ່ວມ ແລະ CEO Warner Bros. Pictures ໄດ້ອອກປະກາດກ່ຽວກັບທິດທາງທຸລະກິດ Warner Bros. Pictures ຫຼັງຈາກການຄວບຄຸມກິດຈະການ ແລະ ການພະຍາຍາມກັບມາສ້າງຄວາມສຳພັນອັນດີກັບຜູ້ກຳກັບຮູບເງົາລະດັບແນວໜ້າຂອງວົງການ ເພື່ອຫວັງໃຫ້ Warner Bros. Discovery ກັບມາເປັນຈຸດໝາຍປາຍທາງຂອງຄົນເຮັດວຽກໃນງານສິລະປະທີ່ເນັ້ນໄປທາງຄຸນະພາບຂອງຮູບເງົາ.

ແຕ່ມີສ່ວນໜຶ່ງຂອງບົດສຳພາດໄດ້ເປີດເຜີຍວ່າທັງ Michael De Luca ແລະ Pamela Abdy ມີຄວາມພະຍາຍາມທີ່ຕ້ອງການໃຫ້ພໍ່ມົດແຫ່ງHollywood ຫຼື Christopher Nolan ກັບມາສູ່ ເຮືອນຫຼັງເກົ່າຢ່າງ Warner Bros. Discovery ອີກຄັ້ງຫຼັງຈາກແຍກທາງກັນໄປ ໂດຍ Michael De Luca ກ່າວວ່າ “ພວກເຮົາຫວັງວ່າຈະໄດ້ Christopher Nolan ກັບຄືນມາ ແລະ ຂ້ອຍຄິດວ່າຍັງມີຄວາມຫວັງທີ່ຈະເກີດຂຶ້ນ”      

ຢ່າງໃດກໍຕາມ Christopher Nolan ຢູ່ກັບທາງ Warner Bros. ເປັນເວລາຫຼາຍກວ່າ 20 ປີ ເຊິ່ງພໍ່ມົດແຫ່ງ Hollywood ຄົນນີ້ກໍໄດ້ສ້າງສັນຜົນງານລະດັບຕຳນານໄວ້ໃຫ້ Warner Bros. ນັ້ນກໍຄື The Dark Knight ແລະ ຜົນງານສຸດທ້າຍກໍຄື Tenet (2021) ກ່ອນຈະຈາກກັນໄປ ຫຼັງມີຄວາມເຫັນບໍ່ກົງກັນ ໃນສ່ວນວ່າ Christopher Nolan ຈະກັບຄືນຫຼືບໍ່ຕ້ອງຖ້າຕິດຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/