ສິ້ນສຸດການເດີນທາງ! PEPE ຫຼຽນ Meme ຍອດນິຍົມລາຄາລົດລົງຫຼາຍກວ່າ 90% ຈາກຈຸດສູງສຸດຕະຫຼອດການ


PEPE ຫຼຽນ Meme ທີ່ໄດ້ຮັບຄວາມນິຍົມສູງສຸດໃນລະດູການນີ້ ເບິ່ງຄືວ່າໃນຕອນນີ້ຈະຍ່າງຕໍ່ໄປບໍ່ໄຫວເເລ້ວ, ໃນໄລຍະ 2–3 ອາທິດທີ່ຜ່ານມາ ລາຄາຂອງຫຼຽນ PEPE ໄດ້ລົດລົງເຖິງ 90% ຈາກຈຸດສູງສຸດຕະຫຼອດການ ເຊິ່ງເປັນການລົບລ້າງຜົນກຳໄລທີ່ຜ່ານມາຢ່າງໝົດສິ້ນ.

ໃນຄັ້ງໜຶ່ງ ການເພີ່ມຂຶ້ນຂອງລາຄາຫຼຽນ PEPE ໄດ້ກາຍເປັນທີ່ໜ້າສົນໃຈໃນບັນດານັກລົງທຶນທີ່ເກັງກຳໄລ, ເຮັດໃຫ້ບັນດານັກລົງທຶນທີ່ຫຼົງໃຫຼໃນການເກັງກຳໄລມາກັນເເຫ່ຊື້ຢ່າງບໍ່ໄດ້ໄຕ່ຕອງເບິ່ງດີໆວ່າຫຼຽນດັ່ງກ່າວເເຕກຕ່າງຈາກສະກຸນເງິນດິຈິຕອລອື່ນໆທີ່ຍືນຍົງ, ຫຼຽນ Meme ມັກຈະປະສົບກັບຄວາມຜັນຜວນທີ່ເກີດຂຶ້ນຢ່າງກະທັນຫັນ ເເລະ ນັ້ນມັນກໍໄດ້ເກີດຂຶ້ນນຳຫຼຽນ PEPE ເຮັດໃຫ້ລາຄາຂອງມັນລົດລົງຢ່າງໄວວາ ເເລະ ເບິ່ງຄືວ່າຈະຍັງບໍ່ມີຫົນທາງທີ່ສາມາດເຮັດໃຫ້ມັນຟື້ນຕົວກັບມາຢືນຢູ່ຈຸດສູງສຸດອີກຄັ້ງ.

ໂດຍການລົດລົງຂອງລາຄາຫຼຽນ PEPE ນັ້ນເກີດຈາກຄົນໃນວົງໃນໄດ້ເທຂາຍຫຼຽນ Meme ດັ່ງກ່າວຫຼາຍກວ່າ 1 ລ້ານຫຼຽນຢ່າງກະທັນຫັນ ສົ່ງຜົນໃຫ້ລາຄາຂອງຫຼຽນລົດລົງຢ່າງໄວວາ ເເລະ ເຮັດໃຫ້ມູນຄ່າໃນຕະຫຼາດຂອງຫຼຽນ PEPE ຕົກລົງ.

ນັກວິເຄາະຕະຫຼາດກ່າວວ່າ ຈາກການທີ່ມູນຄ່າຂອງຫຼຽນ PEPE ລົດລົງໂດຍບໍ່ມີວີ່ເເວວໃນການຟື້ນຕົວ ນັ້ນໝາຍຄວາມວ່າການເດີນທາງຂອງມັນມາເຖິງຈຸດສິ້ນສຸດເເລ້ວ, ໃນປັດຈຸບັນຫຼຽນ PEPE ໄດ້ມີການຊື້ຂາຍຢູ່ທີ່ 0,0000009445 ໂດລາ ອີງຕາມຂໍ້ມູນຂອງ TradingView ເເພລັດຟອມການໃຫ້ບໍລິການຖານຂໍ້ມູນໃນການລົງທຶນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/