ຊຽງຂວາງເກມ ກຳລັງກະກຽມຄວາມພ້ອມ ຄາດວ່າຈະໄດ້ຈັດໄວໆນີ້


ຄວາມເຄື່ອນໄຫວຂອງການກະກຽມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼ້າສຸດປະກາດແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດຊຸດໃຫຍ່ ຢ່າງເປັນທາງການແລ້ວ. ສ່ວນວຽກຕໍ່ໄປແມ່ນຈະກໍານົດວັນເວລາແຂ່ງຂັນ ແລະ ຮູບແບບການແຂ່ງຂັນ ອີງຕາມສະພາບຕົວຈິງ ຄາດວ່າຈະຈັດຂຶ້ນກ່ອນ ຫຼື ຫຼັງ ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2022.

ກ່ອນໜ້ານີ້ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານກ່ຽວກັບ 14 ແຜນຈຸດສຸມ 2021-2022 ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກິລາ-ກາຍະກໍາທົ່ວປະເທດປະຈໍາສົກປີ 2016-2020 ແລະ ແຜນພັດທະນາ 5 ປີ (2021-2025) ເຊິ່ງໃນ 14 ແຜນດັ່ງກ່າວກໍມີໜຶ່ງແຜນທີ່ສໍາຄັນນັ້ນກໍຄື ສົມທົບ ແຂວງຊຽງຂວາງ ເຈົ້າພາບກະກຽມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະການປັບປຸງຄະນະຊີ້ນຳລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ແລະ ການກຳນົດຮູບແບບການຈັດງານແຂ່ງຂັນດັ່ງກ່າວ ເນື່ອງຈາກການແຂ່ງຂັນແມ່ນໄດ້ເລື່ອນມາຫຼາຍຄັ້ງ ເຮັດໃຫ້ຄະນະຊີ້ນໍາລະດັບຊາດໃນຊຸດກ່ອນແມ່ນໄດ້ບໍານານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/