ຈະໄດ້ໃຊ້ບໍລິການແລ້ວ! ລົດເມສາຍ 28 ຕະຫຼາດເຊົ້າໄປຍັງສະຖານີລົດໄຟລາວ-ຈີນ ລາຄາ 13,000 ກີບ


ສ້າງຄວາມສະດວກສະບາຍໄປອີກຂັ້ນ ສຳລັບການບໍລິການລົດເມ ຕໍ່ຈາກນີ້ໄປກໍຈະໄດ້ຂີ່ໄປສະຖານີລົດໄຟລາວ-ຈີນ ເພາະເມື່ອບໍ່ດົນມານີ້ທາງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ວ່າ: ໄດ້ມີການເປີດເພີ່ມສາຍທາງໃໝ່ ລົດເມສາຍ 28 ຕະຫຼາດເຊົ້າຫາສະຖານີລົດໄຟລາວ-ຈີນ ໂດຍຜ່ານສະຖານີລົດເມສາຍໃຕ້.

ນອກຈາກນີ້ ໄດ້ມີການແຈ້ງລາຄາ ແລະ ເວລາແລ້ວ, ຖ້າຫາກໃຜສົນໃຈຢາກຈະໃຊ້ບໍລິການລົດເມຂຽວໄປສະຖານີລົດໄຟລາວ-ຈີນ ແມ່ນໄປຂຶ້ນລົດເມໄດ້ຢູ່ທີ່ສະຖານີລົດເມຕະຫຼາດເຊົ້າ ເລີ່ມອອກລົດເວລາ 07:00 ໂມງເຊົ້າ ລາຄາ 13,000 ກີບຕໍ່ຄົນ ແລະ ສຳລັບຕາຕະລາງນັ້ນແມ່ນຈະແຈ້ງໃຫ້ຊາບໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/