ຊົມເຊີຍ! ລັດຖະບານ ມອບຫຼຽນໄຊແຮງງານ ໃບຍ້ອງຍໍ ໃຫ້ແກ່ ນັກກິລາຄົນພິການ-ຄູເຝິກ ພ້ອມດ້ວຍຄະນະ ທີ່ສ້າງຊື່ສຽງໃຫ້ປະເທດຊາດ


ຖືເປັນອີກໜຶ່ງກຽດໜຶ່ງສັກສີ ທີ່ທັບນັກກິລາຄົນພິການທີມຊາດລາວ ຄູເຝິກ ພ້ອມດ້ວຍຄະນະ ສາມາດຍາດມາສູ່ປະເທດຊາວລາວເຮົາໄດ້ ທີ່ສູ້ຊົນສຸມໃສ່ທັງເຫື່ອແຮງ ແລະ ສະຕິປັນຍາ ເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນສາມາດກວາດຫຼຽນຮາງວັນມາໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 9 ຫຼຽນ ໃນການແຂ່ງຂັນ ອາຊຽນພາຣາເກມຄັ້ງທີ XI ໃນປີ 2022 ທີ່ນະຄອນໂຊໂລ ປະເທດ ອິນໂດເນເຊຍ.

ເພື່ອເປັນກຽດສັກສີ ແລະ ຍ້ອງຍໍຊົມເຊີຍບັນດານັກກິລາ ຄູເຝິກ ແລະ ຄະນະ, ໃນວັນທີ 7 ເມສາ ຕາງໜ້າ ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ກໍໄດ້ຈັດພິທີ ມອບຫຼຽນໄຊແຮງງານ, ຫຼຽນໄຊແຮງງານ ຂັ້ນ III, ໃບຍ້ອງຍໍ ໃຫ້ແກ່ ນັກກິລາຄົນພິການ, ຄູເຝິກ ພ້ອມດ້ວຍຄະນະ ທີ່ສ້າງຊື່ສຽງໃຫ້ປະເທດຊາດ ໃນການແຂ່ງຂັນທີ່ຜ່ານມາ.

ໃນພິທີຄັ້ງນີ້ ຕາງໜ້າມອບໂດຍທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳວຽກການກິລາກາຍະກຳ, ພ້ອມກັບທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງກະຊວງສຶກສາທິການ ແລະ ກິລາ, ພ້ອມຍັງເປັນປະທານຄະນະກຳມະການພາຣາລິມປິກແຫ່ງຊາດລາວ.

ໂດຍໃນພິທີຄັ້ງນີ້ ໄດ້ມີການມອບຫຼຽນໄຊແຮງງານໄປທັງໝົດ 22 ຫຼຽນໄຊ ແບ່ງອອກເປັນ ຫຼຽນໄຊແຮງງານຂັ້ນ​ III ຈຳນວນ 5 ທ່ານ ແລະ ຫຼຽນໄຊແຮງງານ ຈໍານວນ 17 ທ່ານ.

     ຫຼຽນໄຊແຮງງານຂັ້ນ III ປະກອບມີ:

  • ທ່ານ ສີທົນ ລາດສະວົງ ຄູເຝິກນັກກິລາຍົກນໍ້າໜັກຄົນພິການ
  • ທ່ານ ຕ່າຍ ສີໄຄພັກ ຜູ້ຊ່ວຍເຝິກນັກກິລາຍົກນໍ້າໜັກຄົນພິການ
  • ທ່ານ ຕ້ອມ ດາລາແສງ ຜູ້ຊ່ວຍເຝິກນັກກິລາຍົກນໍ້າໜັກຄົນພິການ
  • ທ່ານ ນ. ພິຈິກາ ປາດາວົງ ຜູ້ຊ່ວຍເຝິກນັກກິລາຍົກນໍ້າໜັກຄົນພິການ
  • ທ່ານ ນ. ລັດສະໝີ ສີປະສີດ ນັກກິລາຍົກນໍ້າໜັກຄົນພິການ ທີມຊາດລາວ.

ຫຼຽນໄຊແຮງງານ ປະກອບມີ:

  • ທ່ານ ບຸນໂຮມ ສິລິຜົນ ຄູເຝິກກິລາແລ່ນ-ລານຄົນພິການ
  • ທ່ານ ສາຍຝົນ ຫຼວງສຸລິນ ຜູ້ຊ່ວຍຄູເຝິກກິລາແລ່ນ-ລານຄົນພິການ
  • ທ່ານ ວຽງທອນ ສູນມະນີວົງ ຜູ້ຊ່ວຍຄູເຝິກກິລາແລ່ນ-ລານຄົນພິການ
  • ທ້າວ ແກ່ນ ເທບທິດາ ນັກກິລາແລ່ນ-ລານຄົນພິການ (T13)
  • ທ້າວ ບຸນເພັດ ເທບທິດາ ນັກກິລາແລ່ນ-ລານຄົນພິການ (T13)
  • ທ້າວ ເປ້ຍ ລາວພັກດີ ນັກກິລາຍົກນໍ້າໜັກຄົນພິການ
  • ທ່ານ ນ. ມະນີວັນ ແກ້ວປະເສີດ ຄູເຝິກກິລາບານບ້ວງລໍ້ເລື່ອນຄົນພິການ
  • ທ່ານ ສຸກທະວີາອນ ຄຸນສີປະເສີດ ຜູ້ຊ່ວຍຄູເຝິກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ວິໄລພອນ ຄຳມີກຸນ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ນິດ ຈິດທິວົງ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ພິດສະໄໝ ແກ້ວປະເສີດ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ພູໂຂງ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ກາວລີ້ ຈົງຊົວລີ້ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ໜູຫ້ຽມ ກະສຽນ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ສີນວນ ຈັນທະຈິດ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ພັດສະລາ ອິນສະຫຼອງ ນັກກິລາບານບ້ວງລໍ້ເລື່ອນຄົນພິການ
  • ນາງ ບຸນມີ ສົມທາລາ ນັກກິລາບານບ້ວງລໍ້ເລື່ອນຄົນພິການ

ນອກຈາກນີ້ ຍັງໄດ້ມີການມອບ ໃບຍ້ອງຍໍຂັ້ນກະຊວງ ແລະ ໃບຍ້ອງຍໍອີກຫຼາຍໃບ ໃຫ້ແກ່ບຸກຄົນດີເດັ່ນ ກໍຄື ບັນດາຫົວໜ້າກົມ ຮອງຫົວໜ້າກົມ ຄະນະວິຊາການ ແລະ ທີມງານ ທີ່ຮ່ວມແຮງຮ່ວມໃຈກັນ ບຸກບືນ ຈົນສາມາດສ້າງຊື່ສຽງໃຫ້ແກ່ປະເທດຊາດໃນໃນການແຂ່ງຂັນ ອາຊຽນພາຣາເກມຄັ້ງທີ XI ໃນປີ 2022 ທີ່ນະຄອນໂຊໂລ ປະເທດ ອິນໂດເນເຊຍ ທີ່ຜ່ານມານີ້ໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/