ຊາຍຊາວຈີນຖືກຫາມສົ່ງໂຮງໝໍ ຫຼັງຈາກດື່ມຊານົມມື້ລະ 4 ຈອກ ກວດພົບເລືອດເປັນສີຄ້າຍຄືຊານົມ ແລະ ພະຍາດແຊກຊ້ອນອີກຫຼາຍ


ເຊື່ອວ່າຫຼາຍໆ ຄົນອາດຈະມີ “ຊານົມ” ເປັນເຄື່ອງດື່ມປະຈຳໃຈ ເພາະຣົດຊາດທີ່ຫວານ, ມັນ, ຫອມ ແລະ ເປັນເຄື່ອງດື່ມທີ່ກິນງ່າຍ. ທັງນີ້ ຢ່າລືມວ່າຊານົມນັ້ນມີນ້ຳຕານແລະໄຂມັນເປັນຈຳນວນຫຼາຍ ເຊິ່ງຖ້າດື່ມຫຼາຍເກີນໄປມັນບໍ່ເປັນຜົນດີຕໍ່ຮ່າງກາຍແນ່ນອນ ເຊັ່ນດຽວກັນກັບກໍລະນີຊາຍຊາວຈີນຄົນນີ້ທີ່ລາວຖືກຫາມສົ່ງໄປໂຮງໝໍໂດຍດ່ວນ ເນື່ອງຈາກລາວດື່ມຊານົມທຸກມື້ ສະເລ່ຍມື້ລະ 4 ຈອກ.

ໃນວັນທີ 12 ພຶດສະພາທີ່ຜ່ານມາສື່ຈີນຫຼາຍສຳນັກໄດ້ລາຍງານກໍລະນີຂອງ ຊາຍຄົນໜຶ່ງທີ່ຊື່ວ່າ ຖຽນ ໜານ (TAN NAN) ອາຍຸ 24 ປີ ຊາວເມືອງຫຼິ່ວໂຈວຂອງປະເທດຈີນ ທີ່ມີອາການເຈັບທ້ອງຢ່າງຮຸນແຮງໂດຍບໍ່ຮູ້ສາເຫດ ພ້ອມກັບມີອາການປວດຮາກ ແລະ ອາຈຽນ ເຮັດໃຫ້ຄອບຄົວຮີບພາລາວໄປສົ່ງຫ້ອງສຸກເສີນຂອງໂຮງໝໍແຫ່ງໜຶ່ງ.

ຫຼັງຈາກນັ້ນທ່ານໝໍກໍໄດ້ມີການກວດຮ່າງກາຍໂດຍການເຈາະເລືອດ ແລະ ເລືອດທີ່ອອກມານັ້ນມັນສີຄ້າຍຄືສີຂອງຊານົມ. ດັ່ງນັ້ນມັນສະແດງວ່າຊາຍຄົນນີ້ເປັນໂຣກໄຂມັນໃນເສັ້ນເລືອດສູງຢ່າງຮຸນແຮງ ລວມໄປຮອດມີລະດັບນ້ຳຕານໃນເລືອດສູງກວ່າຄົນປົກກະຕິເຖິງ 4 ເທົ່າ ແລະ ລາວກໍຖືກຍ້າຍໄປທີ່ຕຶກຜູ້ປ່ວຍໜັກເພື່ອຮັບການປິ່ນປົວຕໍ່ທັນທີ.

ທາງດ້ານໝໍຜູ້ຊ່ຽວຊານດ້ານລະບົບຍ່ອຍອາຫານໄດ້ດຳເນີນການກວດເລືອດຂອງ ຖຽນ ອີກຄັ້ງ ແຕ່ເມື່ອຜົນກວດອອກມາເຮັດໃຫ້ໝໍແລະຕົວຖຽນເອງ ຕ້ອງເກີດອາການຕົກໃຈຢ່າງໜັກ ເພາະຜົນການກວດປາກົດວ່າ ອະໄວຍະວະຂອງຄົນໄວອາຍຸ 20 ກວ່າປີມັນບໍ່ແຕກຕ່າງຫຍັງກັບຄົນອາຍຸ 60 ປີ.

ນອກນີ້ ຖຽນ ຍັງມີພາວະໄຂມັນໃນເລືອດສູງຢ່າງຮຸນແຮງ ແລະ ໂຣກຕ່າງໆ ອີກເຊັ່ນ: ໂຣກເບົາຫວານ, ພາວະແຊກຊ້ອນຮຸນແຮງຂອງໂຣກເບົາຫວານ, ໄຕວາຍກະທັນຫັນ, ພາວະໂພແທສຊຽມສູງ, ຄວາມດັນເລືອດສູງ, ກົດຢູຣິກ, ໄຂມັນຫຸ້ມຕັບ, ພາວະຫົວໃຈເຕັ້ນຜິດຈັງຫວະ ແລະ ຕັບອ່ອນອັກເສບກະທັນຫັນ. ເອີ້ນໄດ້ວ່າມັນເປັນໂຊກດີຂອງ ຖຽນ ທີ່ລາວຖືກພາມາໂຮງໝໍໄດ້ທັນເວລາ.

ທ່ານໝໍຮອງຜູ້ອຳນວຍການພະແນກໄອຊີຢູກໍຕົກໃຈເຊັ່ນກັນ ເພາະລາວໄດ້ບອກວ່າຕະຫຼອດໄລຍະເວລາ 19 ປີຂອງການເຮັດວຽກສາຂາອາຊີບແພດ ນີ້ນັບເປັນຄັ້ງທໍາອິດທີ່ລາວໄດ້ພົບກັບຜູ້ປ່ວຍທີ່ມີໂຣກຫຼວງຫຼາຍແບບນີ້ ແລະ ຕາມລາຍງານກໍລະບຸວ່າ ຖຽນ ນັ້ນເປັນບຸກຄົນທີ່ມັກດື່ມຊານົມເປັນຊີວິດຈິດໃຈ ເຊິ່ງຕະຫຼອດໄລຍະ 2 ປີ ຕັ້ງແຕ່ 2020 ຊາຍຄົນນີ້ແມ່ນໄດ້ດື່ມຊານົມທຸກໆມື້ ມືື້ລະ 4 ຈອກ ຫຼື ບາງມື້ກໍ 6 ຈອກ ໂດຍລາວບໍ່ໄດ້ສົນໃຈວ່ານ້ຳໜັກຈະຂຶ້ນຫຼືລົ້ມປ່ວຍ.

ຈາກການລາຍງານຂ່າວຂອງ CCTV ຈີນ ຊີ້ໃຫ້ເຫັນວ່າ ຊານົມທີ່ມີຄວາມຫວານປົກກະຕິຈະມີນ້ຳຕານໃນປະລິມານຫຼາຍເຖິງ 34 ກຣາມຕໍ່ຈອກ ແລະ ການສໍາຫຼວດຍັງພົບວ່າຫາກຊານົມບັນຈຸໃນຈອກ 750 ຊີຊີ ຈະມີປະລິມານນ້ຳຕານສູງເຖິງ 99 ກຣາມ ເຊິ່ງທຽບເທົ່າກັບນ້ຳຕານ 20 ຊອງ ປະລິມານຄາເຟອີນຢູ່ທີ່ປະມານ 270 ມິນລີຣາມ ແລະ ສູງສຸດແມ່ນ 478 ມິນລີຣາມ ເຊິ່ງທຽບເທົ່າກັບປະລິມານກາເຟ 4 ແກ້ວ ແລະຍັງມີໄຂມັນທຣານໃນຊານົົມອີກພ້ອມ.

ເຊິ່ງຫຼ້າສຸດນີ້ ຖຽນ ໜານ ແມ່ນໄດ້ພົ້ນຂີດອັນຕະລາຍແລ້ວ ຫຼັງຈາກລາວເຂົ້າຮັບການປິ່ນປົວໃນຫ້ອງໄອຊີຢູເປັນເວລາກວ່າ 1 ອາທິດ. ພ້ອມນີ້ທາງດ້ານແພດໝໍໄດ້ເຕືອນອີກວ່າການບໍລິໂພກນ້ຳຕານແລະໄຂມັນປະລິມານຫຼາຍເກີນໄປໃນໄລຍະຍາວຈະເຮັດໃຫ້ອະໄວຍະວະຂອງມະນຸດເຮັດວຽກໜັກເກີນໄປ ເຊິ່ງອາດນຳໄປສູ່ໂຣກຕ່າງໆ ດັ່ງນັ້ນຄວນຮັບປະທານໃນປະລິມານທີ່ເໝາະສົມເພື່ອບໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/