ມາຮູ້ຈັກກັບ ດາດ້າ ຈາກເສັ້ນທາງການເປັນພິທີກອນ ຈົນກ້າວມາສູ່ເປັນຜູ້ສ້າງຊີຣີ້


ຖ້າຢ້ອນກັບໄປເມື່ອຫຼາຍປິກ່ອນ ຊ່ອງ Lao Star TV ກໍເປັນອີກຊ່ອງໜຶ່ງທີ່ໄດ້ຮັບຄວາມສົນໃຈຕັ້ງແຕ່ອະດີດຈົນຮອດປັດຈຸບັນ ເຊິ່ງເປັນຊ່ອງຂ່າວທີ່ມີຄວາມຫຼາກຫຼາຍໃຫ້ຜູ້ຄົນໄດ້ຕິດຕາມ, ເປັນຊ່ອງທີ່ຄຸນະພາບອີກຊ່ອງໜຶ່ງຂອງລາວ, ລວມໄປເຖິງພິທີກອນຂ່າວ, ລາຍການເພງ, ລາຍການອາຫານ, ກໍມີແຕ່ຜູ້ມີຄວາມຮູ້ຄວາມສາມາດ. ສະໄໝສ້າງຊ່ອງທຳອິດ ດາດ້າ ກໍເປັນອີກພິທີກອນຄົນໜຶ່ງທີ່ມີຄວາມໂດດເດັ່ນ ເຊິ່ງຈະເຫັນໄດ້ໃນລາຍການຕ່າງໆບໍ່ວ່າຈະເປັນລາຍການມິວສິກບູ້ມ, ລາຍການສະບາຍດີເມືອງລາວ. ນອກຈາກນີ້ ຍັງມີຊື່ເຂົ້າຊິງພິທີກອນຍອດນິຍົມຂອງງານ Lao Entertainment Awards ປີ 2010 ອີກດ້ວຍ. ມື້ນີ້ເຮົາມາຮູ້ຈັກພິທີກອນ-ຜູ້ສ້າງຊີຣີ້ ທີ່ຫຼາກຫຼາຍ ແລະ ຊຳນານວົງການບັນເທີງກັບຍິງເກັ່ງຄົນນີ້ໄປພ້ອມໆກັນໄດ້ເລີຍ.

ນາງ ລິນດາ ພົນພິລັດ ຫຼື ດາດ້າ ປັດຈຸບັນອາຍຸ 32 ປີ, ຈຸດເລີ່ມຕົ້ນໃນການຫັນຕົວມາເຮັດວຽກໃນວົງການບັນເທີງແມ່ນມາຈາກການເປັນພິທີກອນທີ່ຊ່ອງ Lao Star TV, ເມື່ອກ່ອນຍັງບໍ່ມີຄວາມຝັນວ່າຢາກຈະເປັນຫຍັງ ແຕ່ຈະເປັນຄົນທີ່ມັກເບິ່ງລາຍການຕ່າງໆຈາກປະເທດເພື່ອນບ້ານ ເຊິ່ງໄດ້ຮູ້ ແລະ ເຫັນທັກສະການເວົ້າຂອງພິທີກອນ ທີ່ມ່ວນຫຼ ແລະ ເປັນມືອາຊີບ ເປັນຈຸດຂອງການເລີ່ມຕົ້ນທີ່ມີຄວາມສົນໃຈ ແລະ ຢາກຈະເປັນພິທີກອນ. ຈາກນັ້ນ ຈຶ່ງມີໂອກາດໄດ້ໄປເປັນພິທີກອນທີ່ຊ່ອງ Lao Star TV ແລະ ລາຍການທຳອິດທີ່ໄດ້ຮັບໜ້າທີ່ພິທີກອນແມ່ນລາຍການມິວສິກບູມ ແລ້ວຈາກນັ້ນກໍແມ່ນລາຍການສະບາຍດີເມືອງລາວ.

ຫຼັງຈາກທີ່ເປັນພິທີກອນໄດ້ປະມານ 10 ປາຍປີ ກໍໄດ້ຜັນປ່ຽນມາຢູ່ຊ່ອງ TV ລາວ ເຊິ່ງໄດ້ຍ້າຍໄປເປັນພິທີກອນ ຕໍ່ຈາກນັ້ນແມ່ນໄດ້ເຮັດວຽກກ່ຽວກັບການປະກວດມິສລາວ ເຊິ່ງທາງຜູ້ໃຫຍ່ກໍເຫັນແວວໃນຄວາມສາມາດຂອງ ດາດ້າ ທີ່ມີຄວາມຮູ້ທາງດ້ານນາງງາມ ຈຶ່ງໄດ້ໃຫ້ຮັບຜິດຊອບໃນໂປຣເຈັກນີ້. ຕອນທຳອິດ ຈະເປັນຈຸດເລີ່ມຕົ້ນໃນການເປັນຜູ້ຈັດການໂຄງການປະກວດມິສລາວ ໃນປີ 2015 ໄດ້ເຮັດວຽກນີ້ມາເລື້ອຍໆຈົນຮອດປັດຈຸບັນນີ້. ໃນປີ 2021 ກໍໄດ້ຄຸມເວທີການປະກວດ ໄລຍະເວລາປະມານ 7 ປີ.

ຈາກນັ້ນ ກໍໄດ້ຜັນຕົວມາເຮັດຊີຣີ້ ເພາະຜ່ານມາໄດ້ເຮັດວຽກກ່ຽວກັບວົງການບັນເທີງມາໂດຍຕະຫຼອດ ແລະ ເຮັດກ່ຽວກັບວົງການນາງງາມມາຫຼາຍປີ ດ້ວຍຄວາມທີ່ຮູ້ເຖິງເບື້ອງເລິກເບື້ອງຫຼັງຂອງວົງການພໍສົມຄວນ ແລະ ມີຄວາມຮູ້ເຖິງນາງງາມທີ່ກວ່າຈະມາຈຸດນີ້ວ່າເປັນຄືແບບໃດ ເຊິ່ງແຕ່ລະຄົນກໍຈະມີເລື່ອງລາວທີ່ແຕກຕ່າງກັນ ແລະ ມີຫຼາຍຄົນທີ່ມີເລື່ອງລາວທີ່ໜ້າສົນໃຈ. ໃນເລື່ອງຊີຣີ້ທີ່ກຳລັງຈະເຮັດກໍແມ່ນເອົາເລື່ອງຈິງເລື່ອງແທ້ ມາປະກອບເປັນຊີຣີ້ ສື່ເຖິງຂອງວົງການນາງງາມ ແລະ ເລື່ອງລາວຕ່າງໆກວ່າຈະມາຮອດຈຸດນີ້.

ຄວາມຕັ້ງໃຈທີ່ຈະສ້າງຊີຣີ້ແມ່ນມີມາແຕ່ດົນແລ້ວ ຕັ້ງແຕ່ປີ 2016 ດ້ວຍຄວາມທີ່ສະສົມປະສົບການ ປີນີ້ຈຶ່ງມີໂອກາດທີ່ຈະສ້າງເລື່ອງນີ້ຂຶ້ນມາ ເຊິ່ງເລື່ອງ: ຫຼັງພົມແດງ ຈະເວົ້າເຖິງວົງການນາງງາມໂດຍສະເພາະເລີຍ, ເບື້ອງຫຼັງຄວາມສຳເລັດຂອງນາງງາມ, ກິດຈະກຳ, ຊີວິດຂອງນາງງາມ, ອຸປະສັກ ແລະ ເລື່ອງລາວຕ່າງໆ. ສຳລັບຊີຣີ້ເລື່ອງນີ້ ຈະມີຜູ້ຮ່ວມສ້າງ 3 ພາກສ່ວນດ້ວຍກັນ ເຊິ່ງຈະມີທາງ ດາດ້າ, ແອັກຊັ່ນໂປຣ ເຊິ່ງຈະຊັບພອດທາງໂປຣດັກຊັ່ນ ແລະ ຜູ້ຂຽນ-ຜູ້ກຳກັບ ແມ່ນ ພອນສະຫວັນ ແສງພະຈັນ (ແກ້ວ) 3 ພາກສ່ວນນີ້ໄດ້ມາລວມຕົວກັນສ້າງ ແລະ ວາງໜ້າທີ່ກັນຢ່າງຊັດເຈນ.

ສຳລັບໂຄງເລື່ອງແມ່ນ ດາດ້າ ເປັນຄົນຂຽນເອງ ເຊິ່ງຈະຂຽນຕົວລະຄອນວ່າຜູ້ນີ້ຕ້ອງຮັບບົດເປັນໃຜ, ມີຊີວິດ, ນິດໄສ ເປັນແບບໃດ ແລະ ກຳນົດວ່າຜູ້ນີ້ຕ້ອງຄູ່ກັບໃຜ ແລ້ວກໍຍົກໃຫ້ຜູ້ກຳກັບເປັນຜູ້ຂຽນບົດ ແລະ ເນື້ອເລື່ອງໃຫ້ແຕກແບບລະອຽດ. ປັດຈຸບັນ ດາດ້າ ເປັນ CEO D Modeling Star Academy, MD Miss Laos ແລະ MD ຫຼັງພົມແດງ The Series. ມີບໍລິສັດເປັນຂອງຕົນເອງ ເຊິ່ງບໍລິສັດຈະເຮັດກ່ຽວກັບທາງດ້ານໂຄສະນາ, ຮັບຈັດງານ, ຈັດອີເວັ້ນ ແລະ ອື່ນໆ ແລະ ມີ Modeling ຢູ່ໃນບໍລິສັດອີກພ້ອມ.

ວຽກງານໃນດ້ານນີ້ສຳລັບ ດາດ້າ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ສ້າງປະໂຫຍດຫຼັກໆກໍຄືສ້າງໃຫ້ບຸກຄົນອື່ນໆໄດ້ຮັບຮູ້ ແລະ ເຫັນເຖິງຊີຣີ້ທີ່ຢາກຈະສື່. ການທີ່ໄດ້ສ້າງສັນຜົນງານທີ່ດີ ກໍເປັນປະໂຫຍດໃຫ້ແກ່ຜູ້ຊົມ ແລະ ທາງຜູ້ສ້າງກໍມີກຳລັງໃຈຈະສ້າງຜົນງານຕໍ່ໄປເລື້ອຍໆ, ເຊິ່ງໃນເລື່ອງ ຫຼັງພົມແດງ ກໍແມ່ນຈະເນັ້ນເຖິງຄຸນະພາບ ຖ້າເລື່ອງມີຄຸນະພາບຜູ້ຊົມກໍຈະໄດ້ຮັບຄຸນະພາບໄປດ້ວຍ. ນອກຈາກນີ້ ດາດ້າ ກໍຍັງໄດ້ໃຫ້ຮູ້ອີກວ່າ ໃນອະນາຄົດກໍຢາກສືບຕໍ່ສ້າງວຽກງານດ້ານນີ້ໃຫ້ກ້າວໄກ ແລະ ແຜ່ຫຼາຍ, ຢາກຜະລິດຜົນງານຊີຣີ້ອີກຕໍ່ໄປເລື້ອຍໆ.

ສາມາດຕິດຕາມຊີຣີ້ໄດ້ທີ່: https://cutt.ly/FHYhLwJ

ຂອບໃຈບົດສຳພາດໂດຍ: https://cutt.ly/6HYhvaw

ນາງ ລິນດາ ພົນພິລັດ ຫຼື ດາດ້າ

ຮຽບຮຽງໂດຍ: Cat-Meo-ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/