ວ່າດ້ວຍການນຳໃຊ້ຊັບສິນຂອງລັດ! ພັກ-ລັດ ຈະສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈແກ່ປະຊາຊົນ ແລະ ສັງຄົມໃຫ້ຫຼາຍຂຶ້ນ


ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບ ກະຊວງການເງິນ ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫຼັງທີ່ີໄດ້ເຜີຍແຜ່ດຳລັດດັ່ງກ່າວ ໃນທ້າຍເດືອນມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຫົວໜ້າ ຫ້ອງວ່າການ, ຫ້ອງການ ກະຊວງ, ອົງການຈັດຕັ້ງພັກ-ລັດ ແລະ ມະຫາຊົນ ຂັ້ນສູນກາງ ເຂົ້າຮ່ວມ.

ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄືມາດຕະການ ທີ່ລັດຖະບານ ໄດ້ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດ ເຊິ່ງເນື້ອໃນຈິດໃຈ ຂອງດຳລັດດັ່ງກ່າວ ແມ່ນເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ ໂດຍສະເພາະ ການລົດຈຳນວນ, ການຖອນຄືນ, ການດຸ່ນດ່ຽງ ດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນ້ຳມັນ, ການຫັນມາໃຊ້ລົດໄຟຟ້າ ໃຫ້ຫຼາຍຂຶ້ນ ແລະ ອື່ນໆ.

ເມື່ອສົມທຽບ ດຳລັດສະບັບນີ້ ກັບ ລະບຽບການນໍາໃຊ້ລົດລັດ ໃນເມື່ອກ່ອນ ເຫັນວ່າ ຈະສາມາດລົດຈຳນວນລົງ ແລະ ຖອນຄືນລົດປະຈໍາຕຳແໜ່ງການນຳລະດັບສູງ ປະເພດ I ຫາ ປະເພດ IV ທີ່ເກີນກໍານົດໃນດຳລັດ 599/ລບ; ດຸ່ນດ່ຽງດັດສົມລົດ ຈາກບ່ອນທີ່ມີຫຼາຍ ໄປໃຫ້ພາກສ່ວນທີ່ຍັງຂາດເຂີນບໍ່ພຽງພໍ; ດັດປັບການເບີກຈ່າຍນໍ້າມັນເຊື້ອໄຟ ໃຫ້ໜ້ອຍລົງ; ສົ່ງເສີມຫັນໄປນຳໃຊ້ລົດໄຟຟ້າ ຫຼື ລົດທີ່ນຳໃຊ້ພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມມະຕິ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນໍາໃຊ້ລົດໄຟຟ້າໃນ ສປປ ລາວ; ສໍາລັບພະນັກງານຕຳແໜ່ງຂັ້ນຫົວໜ້າກົມ ແລະ ຮອງຫົວໜ້າກົມລົງມາ ແມ່ນບໍ່ມີລົດປະຈຳຕຳແໜ່ງ, ແຕ່ໃຫ້ນຳໃຊ້ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ໂດຍມີການຕິດກາໝາຍ (ສະຕິກເກີ) ຢ່າງຄັກແນ່.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດດຳລັດສະບັບດັ່ງກ່າວ ໂດຍສະເພາະ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີ ຈາກບັນດາຜູ້ຕາງໜ້າ ກະຊວງ ແລະ ອົງການທຽບເທົ່າ ຂັ້ນສູນກາງ ເພື່ອເປັນຂໍ້ມູນ ສັງລວມລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ຕໍ່ການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ເຊິ່ງເຫັນວ່າມີຄວາມຄືບໜ້າ ດີສົມຄວນ. ໃນນັ້ນ ທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດ ການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ. ພ້ອມກັນນັ້ນ ກຳລັງເລັ່ງສັງລວມ ຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນ ຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນ ຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ, ລວມທັງ ແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າ ທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງ ທີ່ເກີນກໍານົດ ໃນດຳລັດ ເລກທີ 599/ລບ, ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນ ດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ, ຄຽງຄູ່ກັນນີ້ ໄດ້ສົມທົບກັນ ກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາ ໃນການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດດຳລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະ ລົງເຜີຍແຜ່ເອກະສານ ກ່ຽວກັບການຄຸ້ມຄອງພາຫະນະຂອງລັດ ຢູ່ບັນດາແຂວງໃນທົ່ວປະເທດ ໂດຍແບ່ງອອກເປັນ 03 ຄະນະ, ມີຮອງລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຂອງແຕ່ລະຄະນະ ແລະ ມີຄາດໝາຍໃຫ້ສໍາເລັດພາຍໃນເດືອນ ພຶດສະພາ 2022.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ສະເໜີໃຫ້ບັນດາຫ້ອງການ  ເປັນໃຈກາງໃນການສືບຕໍ່ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຂອງກະຊວງ, ອົງການຂອງຕົນ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນ, ພ້ອມທັງ ຄົ້ນຄວ້າວິທີການ ທີ່ເໝາະສົມໃນການແກ້ໄຂ ບັນຫາຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ສະເໜີຕໍ່ຄະນະພັກ-ຄະນະນຳ ຂອງຕົນ ບົນພື້ນຖານສອດຄ່ອງກັບ ດຳລັດ 599/ລບ. ນອກຈາກນັ້ນ, ຖ້າພາກສ່ວນໃດ ບໍ່ທັນສຳເລັດ ການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການຈັດຕັ້ງປະຕິບັດດຳລັດ ສະບັບນີ້ ສ່ອງແສງໃຫ້ເຫັນເຖິງ ຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ, ສິ່ງສຳຄັນ ແມ່ນປະຕິບັດ ທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ ໃຫ້ປາກົດຜົນເປັນຈິງ.

ຂໍ້ມູນຈາກໂດຍ: https://cutt.ly/OHEbzhb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/