ພຣີເມຍລີກ ພິຈາລະນາແລ້ວ! ເອົາຂັນແຊ້ມຂອງແທ້ ໄປກຽມມອບໃຫ້ Man City ສ່ວນຝັ່ງຂອງ Liverpool ແມ່ນກຽມຂັນຈຳລອງເອົາໄວ້ໃຫ້


ການແຂ່ງຂັນບານເຕະ ພຣີເມຍລີກ ໃນປີນີ້ຖືວ່າລຸ້ນກັນເຂັ້ມຂຸ້ນຫຼາຍ ເພາະສະຖານະການ ໃນຕາຕະລາງຄະແນນ ແມ່ນພິກໄປພິກມາ ຈົນຕ້ອງລຸ້ນກັນຈົນຮອດນັດສຸດທ້າຍ. ໃນວັນທີ 22 ພຶດສະພາ ທີ່ຈະມາຮອດນີ້ ຈະເປັນເກມຕັດສິນ ວ່າໃຜກັນແທ້ຈະເປັນຝ່າຍຄວ້າແຊ້ມ ພຣີເມຍລີກໄປໄດ້ ລະຫວ່າງ ແມນຊິຕີ້ ທີ່ປີນີ້ເຫຼືອພຽງແຊ້ມນີ້ແຊ້ມດຽວແລ້ວ ຫຼື ລິເວີ້ ພູລ ທີ່ປີນີ້ມາແຮງຫຼາຍ ກັບແຜນການຄວ້າ 4 ແຊ້ມ ເປັນຄັ້ງທຳອິດ ໃນປະຫວັດສາດ ຂອງປະເທດອັງກິດ.

ໃນເກມວັນທີ 22 ນີ້ ແມນຊິຕີ້ ທີມທີ່ຕອນນີ້ມີຄະແນນເປັນອັນດັບໜຶ່ງ ຈະເປີດບ້ານຮັບການມາຢາມຂອງ ແອັສຕັນ ວິວລ່າ. ສ່ວນ ລິເວີ້ ພູລ ທີມທີ່ມີຄະແນນຕາມຫຼັງຢູ່ 1 ຄະແນນ ກໍຈະເປີດບ້ານ ເພື່ອດວນກັບ ທີມໝາປ່າ ວູຟ ແຮັມຕັນ. ເນື່ອງຈາກນັດນີ້ຈະເປັນນັດຕັດສິນແຊ້ມ ທາງ ພຣີເມຍລີກ ກໍໄດ້ກະກຽມຈັດພິທີມອບແຊ້ມໃຫ້ກັບທັງສອງສະໂມສອນໃນມື້ດຽວກັນ ທີ່ ສະໜາມ ເອຕິຮັດ ຂອງແມນຊິຕີ້ ແລະ ສະໜາມ ແອນຟິວ ຂອງ ລິເວີ້ພູລ.

ມີການເປີດເຜີຍວ່າທາງ ພຣີເມຍລີກ ແມ່ນກຽມງານສະຫຼອງແຊ້ມໄວ້ໃຫ້ທັງສອງທີມເປັນທີ່ຮຽບຮ້ອຍແລ້ວ ລວມທັງຂັນຮາງວັນແຊ້ມ ພຣີເມຍລີກ ທີ່ຈະຖືກວາງໄວ້ທັງ ສອງສະໜາມ. ແນວໃດກໍຕາມ ທ່ານ ຣິຊາດ ມາສເຕີ້ ຜູ້ບໍລິຫານຂອງ ພຣີເມຍລີກ ແລະ ທີມງານໄດ້ຕັດສິນໃຈວ່າ ຈະເອົາຂັນແຊ້ມ ພຣີເມຍລີກ ຂອງແທ້ໄປວາງກຽມໄວ້ທີ່ ສະໜາມ ເອດິຮັດ ຂອງ ແມນຊິຕີ້.

ສ່ວນຝັ່ງ ລິເວີ້ພູລ ທີມງານໄດ້ກະກຽມ ຂັນແຊ້ມແບບຈຳລອງ ໄວ້ທີ່ ແອນຟິວ ຖ້າພວກເຂົາສາມາດຄວ້າແຊ້ມຂຶ້ນມາໄດ້ແທ້ໆ ແລ້ວຈຶ່ງມອບຂັນແທ້ ທີ່ຢູ່ທາງຂອງ ແມນຊິຕີ້ ໃຫ້ຕາມຫຼັງ.

ເຫດຜົນຂອງຂັນແຊ້ມຂອງແທ້  ຖືກວາງໄວ້ຢູ່ຝັ່ງຂອງ ແມນເຊັສເຕີ ຊິຕີ້ ແມ່ນຍ້ອນວ່າຄະນະບໍລິຫານຂອງ ພຣີເມຍລີກ ຖືວ່າທີມຂອງ ເປບ ກວາດິໂອລາ ມີໂອກາດໄດ້ໄຊຊະນະຫຼາຍກວ່າ. ເພາະມີຄະແນນ ນຳໜ້າທີມຂອງ ເຈີເກັນ ຄັອບ ຢູ່ 1 ຄະແນນ. ແຕ່ໃນທີ່ສຸດ ໃຜຈະໄດ້ແຊ້ມນັ້ນຕ້ອງລໍຖ້າເບິ່ງໃນທ້າຍອາທິດນີ້.

       ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/