ລາວ-ຫວຽດນາມ ແລກປ່ຽນບົດຮຽນ ດ້ານເສດຖະກິດສີຂຽວ-ການເຕີບໂຕສີຂຽວ


ເມື່ອບໍ່ດົນມານີ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ມະຫາວິທະ ຍາໄລ ເສດຖະກິດແຫ່ງຊາດ ຫວຽດນາມ (ມຊ ຫວຽດນາມ) ຈັດກອງປະຊຸມແລກປ່ຽນບົດຮຽນຮ່ວມກັນ ໃນຫົວຂໍ້ “ເສດຖະກິດສີຂຽວ ແລະ ການເຕີບໂຕສີຂຽວ” ໂດຍການເປັນປະທານຂອງ ທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ເຈິນ ໂທ ດັດ (Tran Tho Dat) ປະທານ ຄະນະກຳມະການຄົ້ນຄວ້າວິຊາການ ມຊ ຫວຽດນາມ ແລະ ທ່ານ ດິງ ດຶກ ເຈືອງ (Dinh Duc Truong) ຄະນະບໍດີ ຄະນະສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຕົວເມືອງ ມຊ ຫວຽດນາມ.

ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ນຳສະເໜີການຈັດຕັ້ງປະຕິບັດ ກ່ຽວກັບບັນດານະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບເສດຖະກິດສີຂຽວ ແລະ ການເຕີບໂຕສີຂຽວ ໃນໄລຍະຜ່ານມາ, ພ້ອມທັງໄດ້ແລກປ່ຽນດ້ານວິຊາການຮ່ວມກັນ ເຊິ່ງໄດ້ຍົກໃຫ້ເຫັນຄວາມກ້າວໜ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ໂອກາດ ໃນການຈັດຕັ້ງປະຕິບັດວຽກງານ ຮ່ວມກັນໃນອະນາຄົດ.

ທ່ານ ນາງ ບຸນຄຳ ວໍລະຈິດ ກໍໄດ້ມີຄຳເຫັນຊີ້ນຳ ກອງປະຊຸມ ເພື່ອໃຫ້ທັງ 2 ຝ່າຍ ໄດ້ຮ່ວມກັນສຶກສາ ແລະ ຄົ້ນຄວ້າ ກ່ຽວກັບການພັດທະນາສີຂຽວ, ສະອາດ ແລະ ຍືນຍົງ ເພື່ອເປັນການຊ່ວຍລັດຖະບານ ໃນການຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ: https://cutt.ly/BHEdEhm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/