ປະທານາທິບໍດີຢູເຄຣນ ມອບຫຼຽນກ້າຫານໃຫ້ໝາກູ້ລະເບີດ ທີ່ຊ່ວຍຊີວິດຄົນໄວ້ນັບບໍ່ຖ້ວນ


Patron ໝາພັນ Jack Russel Terrier ນັກດົມລະເບີດດັງດີ ຄູ່ຫູສີ່ຂາຂອງ Myhailo Iliev ທະຫານຢູເຄຣນນາຍໜຶ່ງ ເຊິ່ງປະຕິບັດການໃນສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ. Patron ເປັນໝາທີ່ສະຫຼາດຫຼາຍ ມັນສາມາດດົມກິ່ນແລະກວດຫາກັບລະເບີດໄດ້ຫຼາຍກວ່າ 200 ອັນ ປົກປ້ອງຜູ້ຄົນບໍ່ໃຫ້ຖືກລະເບີດທີ່ລໍຖ້າມື້ແຕກ.

ການປະຕິບັດການຂອງ Patron ນັ້ນເລີ່ມຕັ້ງແຕ່ເກີດສົງຄາມ ວັນທີ 24 ກຸມພາ 2022 ມັນໄດ້ກາຍເປັນຮີໂຣ້ສີ່ຂາຂອງຜູ້ຄົນນັບຕັ້ງແຕ່ພາລະກິດທຳອິດ, ຈົນໃນທີ່ສຸດ ປະທານາທິບໍດີ Volodymyr Zelensky ຂອງຢູເຄຣນ ກໍໄດ້ມອບຫຼຽນກ້າຫານ ໃຫ້ກັບ Patron ແລະ ເຈົ້າຂອງຂອງມັນ.

ໃນງານມອບຮາງວັນດັ່ງກ່າວ ປະທານາທິບໍດີຢູເຄຣນໄດ້ຖະແຫຼງຂ່າວຮ່ວມກັບ Justin Trudeau ນາຍົກລັດຖະມົນຕີແຄນາດາ ວ່າ “ມື້ນີ້ຂ້ອຍຢາກມອບຮາງວັນນີ້ໃຫ້ແກ່ຮີໂຣ້ຢູເຄຣນທີ່ຊ່ວຍກູ້ລະເບີດຈາກແຜ່ນດິນຂອງເຮົາ ນັ້ນແມ່ນ Patron ຜູ້ທີ່ບໍ່ພຽງແຕ່ຊ່ວຍປ້ອງກັນລະເບີດ ແຕ່ຍັງສອນໃຫ້ເດັກນ້ອຍຮູ້ກົດທີ່ຈຳເປັນໃນພື້ນທີ່ທີ່ມີຄວາມສ່ຽງຈາກລະເບີດ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/