“ຊາຍຂ້າມເພດ” ເອົາຊະນະ “ຍິງຂ້າມເພດ” ໃນການແຂ່ງຂັນລອຍນ້ຳຍິງ ຂອງລະດັບມະຫາວິທະຍາໄລ


ກ່ອນທີ່ຈະເຂົ້າເລື່ອງ ເຮົາຂໍອະນຸຍາດແນະນຳສອງບຸກຄົນທີ່ເປັນປະເດັນຂ່າວທີ່ໄດ້ກ່າວໃນຫົວຂໍ້ຂ່າວຂ້າງເທິງເພາະກັງວົນວ່າຫຼາຍຄົນອາດຈະບໍ່ເຂົ້າໃຈວ່າໃຜແມ່ນໃຜ ໂດຍຄົນທີ່ຢູ່ຝາກຊ້າຍມື ມີຊື່ວ່າ  Iszac Henig (ໄອແຊັກ ເຮນິກ) ເປັນຜູ້ຊາຍຂ້າມເພດ ໂດຍເພດກຳເນີດຂອງ Iszac ແມ່ນເພດຍິງ ແລະ ຄົນທີ່ຢູ່ເບື້ອງຂວາມີຊື່ວ່າ Lia Thomas (ລີອາ ໂທມັສ) ເປັນຜູ້ຍິງຂ້າມເພດ ໂດຍມີເພດກຳເນີດແມ່ນເພດຊາຍ ແລະ ທັງສອງຄົນກໍເປັນນັກກິລາລອຍນ້ຳຂອງມະຫາວິທະຍາໄລທີ່ເຂົາເຈົ້າສຶກສາຮ່ຳຮຽນຢູ່.

Lia ເປັນນັກລອຍນ້ຳຊາຍຈາກມະຫາວິທະຍາໄລ Pennsylvania ທີ່ສະຫະລັດອາເມຣິກາ (ຄົນເສື້ອແດງໃນຮູບ) ເຊິ່ງຕະຫຼອດເວລາທີ່ຜ່ານມາ Lia ນັ້ນເປັນເພດຊາຍກ່ອນລາວຈະ come out ວ່າຕົນເອງເປັນຜູ້ຍິງຂ້າມເພດໃນປີ 2019 ເຊິ່ງຢູ່ພາຍໃຕ້ກົດລະບຽບຂອງ NCAA (ສະມາຄົມກິລາມະຫາວິທະຍາໄລໃນສະຫະລັດອາເມຣິກາ) ເຊິ່ງ Lia ມີສິດທີ່ຈະປ່ຽນແປງຈາກທີມນັກກິລາຊາຍມາເປັນນັກກິລາຍິງ. ຫຼັງຈາກທີ່ໄດ້ຮັບຮໍໂມນ testosterone ເປັນເວລາ 1 ປີ ແລະ ໄດ້ຮັບອະນຸຍາດໃຫ້ລົງແຂ່ງຂັນໃນລາຍການລອຍນໍ້າປະເພດຍິງ ກໍສາມາດຍາດເອົາໄຊຊະນະໄດ້ໃນຫຼາຍການແຂ່ງຂັນອີກພ້ອມ. ເຖິງວ່າ Lia ຈະລົດມວນກ້າມຊີ້ນໃຫ້ໜ້ອຍລົງຈົນສາມາດເອີ້ນໄດ້ວ່າເປັນຜູ້ຍິງຄົນໜຶ່ງ ແຕ່ດ້ວຍໂຄງຮ່າງທີ່ແຕ່ກ່ອນເປັນຜູ້ຊາຍແມ່ນມີຄວາມໄດ້ປຽບຜູ້ຍິງທີ່ແຂ່ງຂັນນຳກັນແບບຈະແຈ້ງ ຈຶ່ງເຮັດໃຫ້ເກີດສຽງວິພາກວິຈານຕ່າງໆນານາ.

Lia Thomas
Lia Thomas (ລີອາ ໂທມັສ)
Iszac Henig

ເຊິ່ງຜົນງານຫຼ້າສຸດຂອງ Lia ນີ້ເຮັດໃຫ້ກະແສວິພາກວິຈານກໍຍິ່ງເພີ່ມຂຶ້ນກວ່າເກົ່າ ເພາະວ່າໃນການແຂ່ງຂັນລອຍນ້ຳຍິງຄັ້ງນີ້ Lia ທີ່ເປັນຍິງຂ້າມເພດ ໄດ້ເສຍໃຫ້ກັບ Iszac ທີ່ເປັນຊາຍຂ້າມເພດ ໃນການແຂ່ງຂັນລອຍນ້ຳຂອງມະຫາວິທະຍາໄລໄອວີ່ລີກ (Ivy League ເປັນກຸ່ມມະຫາວິທະຍາໄລເອກະຊົນເກົ່າແກ່ 8 ແຫ່ງທາງພາກຕາເວັນອອກສຽງເໜືອຂອງສະຫະລັດອາເມຣິກາ) ທີ່ໄດ້ແຂ່ງຂັນກັນລະຫວ່າງ 3 ສະຖາບັນມະຫາວິທະຍາໄລ ໄດ້ແກ່ ມະຫາວິທະຍາໄລ Yale, ມະຫາວິທະຍາໄລ Pennsylvania ແລະ ມະຫາວິທະຍາໄລ Dartmouth ທີ່ຈັດຂຶ້ນເມື່ອບໍ່ດົນມານີ້.


ໃນການແຂ່ງຂັນດັ່ງກ່າວ Lia ໄດ້ຮັບໄຊຊະນະໃນປະເພດ free style ໃນໄລຍະ 200 ຫຼາ ແລະ free style 500 ຫຼາ ແຕ່ເລື່ອງບໍ່ຄາດຄິດກໍເກີດຂຶ້ນ ເມື່ອ Lia ໄດ້ເສຍໄຊຊະນະໃນການແຂ່ງຂັນ free style ໄລຍະ 100 ຫຼາ ແລະ ລອຍແບບ free style relay 400 ຫຼາ ໃຫ້ກັບ Iszac Henig ນັກລອຍນ້ຳຈາກມະຫາວິທະຍາໄລ Yale ຜູ້ທີ່ເປັນນັກລອຍນ້ຳຂ້າມເພດ ຈາກຍິງເປັນຊາຍ.

ໂດຍໃນການແຂ່ງຂັນ free style 100 ຫາ Iszac ຊະນະໄປໄດ້ດ້ວຍເວລາ 49.57 ວິນາທີ, ສ່ວນ Lia ໄດ້ອັນດັບ 5 ມາຄອງ ດ້ວຍເວລາ 52.84 ວິນາທີ ແລະ ໃນການແຂ່ງຂັນລອຍແບບ free style relay 400 ຫຼາ Iszac ເຮັດເວລາໄດ້ທີ່ 50.45 ວິນາທີ ເຊິ່ງຊ່ວຍໃຫ້ມະຫາວິທະຍາໄລຂອງ Iszac ໄດ້ຮັບໄຊຊະນະໄປ ຂະນະທີ່ Lia ສາມາດເຮັດເວລາໄດ້ທີ່ 51.94 ວິນາທີ.



ບໍ່ພຽງແຕ່ເທົ່ານັ້ນ Iszac ຍັງໄດ້ແຊັ້ມໃນປະເພດ fress style ໃນໄລຍະ 50 ຫຼາ ດ້ວຍເວລາ 22.76 ວິນາທີອີກ. ແຕ່ຫຼັງຈົບການແຂ່ງຂັນນີ້ເອງ Iszac ກໍໄດ້ສ້າງກະແສວິພາກວິຈານເພີ່ມຂຶ້ນໄປອີກ ເມື່ອ Iszac ໄດ້ດຶງສາຍລອຍນ້ຳລົງ ຈົນເຜີຍໃຫ້ເຫັນໜ້າເອິກທີ່ຜ່ານການສັນຍະກຳເພື່ອເອົາໜ້າເອິກອອກ.

ເຊິ່ງການສະແດງອອກຂອງ Iszac ນີ້ ມີຫຼາຍຄົນສົງໄສ ແລະ ນຳໄປສູ່ການຕັ້ງຄຳຖາມວ່າ ລາວສາມາດແຂ່ງຂັນລອຍນ້ຳຍິງໄດ້ຫຼືບໍ່?


“ຂ້ອຍບໍ່ໄດ້ກຽມໃຈມາພົບກັບເລື່ອງແບບນີ້ ທຸກຢ່າງມັນປົນເປກັນໄປໝົດ NCAA (ສະມາຄົມກິລາມະຫາວິທະຍາໄລໃນສະຫະລັດອາເມຣິກາ) ຕ້ອງເຂົ້າມາເຮັດຫຍັງຈັກຢ່າງແລ້ວ” ຜູ້ປົກຄອງຂອງນັກກິລາໃນມະຫາວິທະຍາໄລ Pennsylvania ຄົນໜຶ່ງໄດ້ກ່າວກັບສໍານັກຂ່າວ Daily Mail, ຂະນະທີ່ຜູ້ປົກຄອງອີກຄົນກໍກ່າວວ່າ “ຜູ້ຊາຍເຂົ້າມາປັ່ນປ່ວນການແຂ່ງຂັນຂອງຜູ້ຍິງແບບມຸ່ນອຸ້ຍປຸ້ຍເລີຍ” ແລະ ບາງພາກສ່ວນຂອງຜູ້ປົກຄອງນັກສຶກສາຍັງຮຽກຮ້ອງໃຫ້ມີການປ່ຽນແປງກົດໃນເລື່ອງນີ້ ຫຼື ມີການຈັດແຂ່ງຂັນແຍກໄປເລີຍສຳລັບນັກກິລາກຸ່ມນີ້.



ເລື່ອງລາວຂອງ Iszac ນັກລອຍນ້ຳຈາກມະຫາວິທະຍາໄລ Yale ກໍຖືວ່າໜ້າສົນໃຈເຊັ່ນກັນ ເພາະວ່າເພດກຳເນີດຂອງ Iszac ແມ່ນເປັນເພດຍິງ ແລະ ໄດ້ລົງແຂ່ງຂັນລອຍນ້ຳໃນຖານະເພດຍິງມາໂດຍຕະຫຼອດ ຈົນມາຮອດເດືອນເມສາ 2021 Iszac ຕັດສິນໃຈ call out ເປີດເຜີຍຕົນເອງວ່າເປັນຜູ້ຊາຍຂ້າມເພດ ແຕ່ຍັງຕັດສິນໃຈທີ່ຈະລົງແຂ່ງຂັນໃນຖານະນັກກິລາຍິງຕໍ່ໄປ.

“ໃນຖານະທີ່ເປັນນັກກິລາ ການເປີດຕົວວ່າເປັນຊາຍຂ້າມເພດເຮັດໃຫ້ຂ້ອຍຢູ່ໃນສະຖານະທີ່ແປກແຍກອອກໄປ ຂ້ອຍສາມາດຮັບຮໍໂມນເພື່ອໃຫ້ຮ່າງກາຍໃກ້ຄຽງກັບຕົວຕົນຂອງຂ້ອຍໃຫ້ຫຼາຍຂຶ້ນ ຫຼື ປ່ຽນແປງແບບຄ່ອຍເປັນຄ່ອຍໄປ ແລະ ແຂ່ງຂັນກັບທີມລອຍນ້ຳຍິງຕໍ່ໄປ ເຊິ່ງຂ້ອຍຕັດສິນໃຈເລືອກຂໍ້ສຸດທ້າຍ” Iszac ຂຽນໄວ້ໃນບົດຄວາມຂອງ The New York time.

“ຂ້ອຍໃຫ້ຄຸນຄ່າກັບການມີສ່ວນຮ່ວມໃນທີມ ແລະ ຄຳນຶງວ່າຕອນທີ່ຂ້ອຍຍັງນ້ອຍມັນບໍ່ໄດ້ຂຶ້ນຢູ່ກັບວ່າມີຮໍໂມນເພດຊາຍຫຼາຍໜ້ອຍເທົ່າໃດ ຢ່າງໜ້ອຍນັ້ນກໍຄືສິ່ງທີ່ຂ້ອຍພະຍາຍາມຈື່ຈຳເມື່ອຂ້ອຍໃສ່ຊຸດລອຍນ້ຳຂອງຜູ້ຍິງສຳລັບການແຂ່ງຂັນ ແລະ ເຮັດໃຫ້ຂ້ອຍນຶກເຖິງຕົນເອງທີ່ບໍ່ຮູ້ສຶກຜູກພັນອີກຕໍ່ໄປ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/