Pfizer ປະກາດ ວັກຊີນສູດໃໝ່ສຳລັບສາຍພັນ Omicron ຈະພ້ອມໃຊ້ເດືອນມີນານີ້


ວັນຈັນທີ່ຜ່ານມາ, Albert Bourla, CEO ຂອງບໍລິສັດຢາຍັກໃຫຍ່ຢ່າງ Pfizer ໄດ້ມີການໃຫ້ສຳພາດຜ່ານໂທລະພາບວ່າ ວັກຊີນສູດໃໝ່ ທີ່ທາງບໍລິສັດຕັ້ງໃຈຈະແນໃສ່ສາຍພັນໂອໄມຄຣອນໂດຍສະເພາະ ແມ່ນຈະເລີ່ມພ້ອມໃຊ້ງານແລ້ວໃນເດືອນມີນານີ້ ເຊິ່ງບໍລິສັດເອງກໍໄດ້ເລີ່ມຜະລິດເປັນທີ່ຮຽບຮ້ອຍແລ້ວ.

ນອກຈາກນີ້ Bourla ຍັງກ່າວວ່າ ວັກຊີນສູດໃໝ່ນີ້ຈະສາມາດນຳໃຊ້ສຳລັບສາຍພັນອື່ນໆທີ່ໃກ້ຄຽງໄດ້ນຳ ເຖິງແມ່ນຈະຍັງບໍ່ຮູ້ວ່າຕ້ອງການວັກຊີນສະເພາະສຳລັບໂອໄມຄຣອນຫຼືບໍ່ ແຕ່ກໍຈະກະກຽມພ້ອມໃຫ້ມີໄວ້ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ຂໍ້ມູນຈາກ Real-world data ຂອງສະຫະລາຊະອານາຈັກໄດ້ສະແດງໃຫ້ເຫັນວ່າ ວັກຊີນທັງຂອງ Pfizer ແລະ Moderna ນັ້ນ ຈະມີປະສິດທິຜົນປ້ອງກັນຕໍ່ເຊື້ອໂອໄມຄຣອນພຽງ 10% ຖ້າໄດ້ຮັບ 2 ເຂັມເປັນເວລາ 20 ອາທິດ. ເຖິງຢ່າງໃດກໍຕາມ ມັນກໍຍັງປ້ອງກັນບໍ່ໃຫ້ເກີດອາການຮຸນແຮງ ຫຼື ສ່ຽງເສຍຊີວິດຈາກເຊື້ອໂຄວິດ-19 ໄດ້. ໃນຂະນະດຽວກັນ,​ ຖ້າໄດ້ຮັບເຂັມທີ 3 ກໍຈະເພີ່ມປະສິດທິພາບສູງເຖິງ 75%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/