ຊັ້ນບັນຍາກາດໂລກບາງລົງ 400 ແມັດ!!! ຍ້ອນພາວະແກ໊ສເຮືອນແກ້ວ


ກ່ຽວກັບຊັ້ນບັນຍາກາດ ເຮົາອາດຈະໄດ້ຮຽນມາຕັ້ງແຕ່ຕອນມໍຕົ້ນແລ້ວວ່າ ມັນມີໜ້າທີ່ຫຸ້ມຫໍ່ໜ່ວຍໂລກ ເຊິ່ງປະກອບໄປດ້ວຍອອກຊີເຈນ,​ ໄນໂຕຣເຈນ ແລະ ແກ໊ສອື່ນໆອີກ, ເຊິ່ງຊັ້ນຕ່າງໆມີທັງໝົດ 5 ຊັ້ນ ແລະ ແຕ່ລະຊັ້ນກໍເຮັດໜ້າທີ່ແຕກຕ່າງກັນໄປ ເພື່ອປົກປ້ອງໂລກຈາກສິ່ງທີ່ມາຈາກນອກໂລກ ບໍ່ວ່າຈະເປັນອຸກະບາດຕ່າງໆ ຫື ແສງອຸລຕຣາໄວໂອເລັດ, ແຕ່ໃນຫຼາຍປີຫຼັງໆມານີ້ ຊັ້ນບັນຍາກາດຖືກທຳລາຍໄປຫຼາຍ ເພາະພາວະໂລກຮ້ອນທີ່ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ຊັ້ນບັນຍາກາດຢູ່ໃນສະຖານະການທີ່ໜ້າເປັນຫ່ວງ.

ຫຼ້າສຸດ ນັກວິທະຍາສາດຈາກຫຼາຍປະເທດໃນຢູໂຣບ ແລະ ສະຫະລັດໄດ້ຊີ້ແຈງວ່າ ຊັ້ນສະຕຣາໂທສະເຟຍ ເຊິ່ງຢູ່ລະດັບ 11-50 ກິໂລແມັດຈາກພື້ນໂລກ ເປັນຊັ້ນທີ່ມີໂອໂຊນຢູ່ຫຼາຍ ແລະ ຊ່ວຍກັ່ນຕອງແສງອຸລຕຣາໄວໂອເລັດ ກຳລັງຫົດບາງລົງເລື້ອຍໆ ນັບຕັ້ງແຕ່ປີ 1980 ເປັນຕົ້ນມາ ຄວາມໜາຂອງມັນລົດລົງເຖິງ 400 ແມັດ, ເຊິ່ງຖ້າມະນຸດບໍ່ຊ່ວຍກັນຫຼຸດຜ່ອນການປ່ອຍແກ໊ສເຮືອນແກ້ວ ເຊິ່ງເຮັດໃຫ້ເກີດພາວະໂລກຮ້ອນພາຍໃນປີ 2080 ຊັ້ນດັ່ງກ່າວຈະບາງລົງອີກເຖິງ 1,000 ແມັດ.

ວາລະສານ Environmental Research Letters ລະບຸວ່າ ເມື່ອຄາບອນໄດອັອກໄຊຂຶ້ນສູ່ຊັ້ນສະຕຣາໂທສະເຟຍ ມັນເຮັດໃຫ້ລະດັບອຸນຫະພູມໃນລະດັບຄວາມສູງດັ່ງກ່າວຕ່ຳລົງກວ່າເກົ່າ, ໃນຂະນະດຽວກັນ ຊັ້ນບັນຍາກາດໂທຣໂຟສະເຟຍທີ່ຢູ່ຕ່ຳກວ່າຂະຫຍາຍຄວາມຮ້ອນດັນຂອບຂອງເຂດຊັ້ນສະຕາໂທຣສະເຟຍໃຫ້ຫົດແຄບລົງ.

ຜົນກະທົບທີ່ມະນຸດຈະໄດ້ຮັບແມ່ນ ສະພາບອາກາດທີ່ປ່ຽນແປງ, ປະສິດທິພາບຂອງຊັ້ນໂອໂຊນໃນການກັ່ນຕອງແສງອຸລຕຣາໄວໂອເລັດກໍຕ່ຳລົງ ເຮັດໃຫ້ລັງສີສ່ອງຜ່ານເຂົ້າມາໃນໂລກໄດ້ເຂັ້ມຂຸ້ນຂຶ້ນ, ເທັກໂນໂລຢີການສື່ສານ ແລະ ການໂທລະຄົມມະນາຄົມຂອງມະນຸດກໍໄດ້ຮັບຜົນກະທົບ ໂດຍສັນຍານດາວທຽມ ແລະ ຄື້ນວິທະຍຸໄດ້ຮັບການກໍ່ກວນ,​ ລະບົບ GPS ອາດຈະຄາດເຄື່ອນໄດ້ ເນື່ອງຈາກຄື້ນສັນຍານຈຳພວກນີ້ເດີນທາງຜ່ານຊັ້ນສະຕາໂທຣສະເຟຍ.

ບັນຫາດັ່ງກ່າວທີ່ເກີດຂຶ້ນ ເປັນອີກສັນຍານເຕືອນໜຶ່ງ ໃຫ້ມະນຸດຕ້ອງຮ່ວມກັນລົດພາວະໂລກຮ້ອນລົງແບບຈິງຈັງ, ເຊິ່ງຫຼາຍປະເທດ ກໍເລີ່ມຫັນມາຈັດການບັນຫາສິ່ງແວດລ້ອມຢ່າງຈິງຈັງຫຼາຍຂຶ້ນ ເພື່ອສິ່ງແວດລ້ອມທີ່ດີໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:
https://www.bbc.com/thai/features-57133939
https://bit.ly/33OMGWG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/