ໜຸ່ມຍີ່ປຸ່ນຂາຍລົດ Supra ທີ່ແສນຈະຮັກຫວງເພື່ອເອົາເງິນມາປິ່ນປົວແມວສຸດຮັກ ທີ່ປ່ວຍຂັ້ນຮຸນແຮງ


ຂຶ້ນຊື່ວ່າສິ່ງຂອງທີ່ຕົນສະສົມໄວ້ແລ້ວ ລ້ວນແລ້ວແຕ່ມີຄຸນຄ່າສຳຄັນ ແລະ ແສນຈະຮັກຫວງແຫນທີ່ສຸດກໍວ່າໄດ້ ແລະ ຖ້າເປັນຂອງສະສົມທີ່ໃຊ້ມາດົນນານເປັນເວລາຫຼາຍກວ່າ 30 ປີ ມັນຍິ່ງເຮັດໃຫ້ເຮົາຢາກທີ່ຈະຮັກສາມັນໄວ້ໃຫ້ຢູ່ໄປດົນໆ ເພື່ອເປັນຄວາມຊົງຈຳດີໆໃຫ້ແກ່ເຮົາເອງ. ແຕ່ບາງຄັ້ງກໍຕ້ອງຈຳເປັນທີ່ຈະບໍ່ເກັບສິ່ງຂອງນັ້ນໄວ້ ເພາະອາດຈະມີອີກສິ່ງທີ່ເຮົາຮັກກວ່າ ແລະ ຕ້ອງໄດ້ນຳເອົາຂອງສະສົມໄປແລກປ່ຽນເປັນເງິນ ເພື່ອມາປິ່ນປົວດູແລສິ່ງທີ່ມີຊີວິດທີ່ຕົນເອງສຸດແສນຈະຮັກ.

ຜູ້ໃຊ້ບັນຊີທີ່ຊື່ວ່າ leiz ຄືຄົນໜຶ່ງທີ່ເກັບຂອງສະສົມທີ່ຕົນເອງມັກ ນັ້ນກໍຄືລົດ Supra ທີ່ໄດ້ເກັບຮັກສາໄວ້ເປັນທີ່ລະນຶກຫຼາຍເກືອບ 30 ປີ ທັງຮັກ ແລະ ທັງຫວງສຸດໆ, ແຕ່ລາວກໍໄດ້ນຳເອົາລົດໂຕໂຢຕ້າ ຮຸ່ນ Supra MA70 ພວງມາໄລຊ້າຍສຸດແສນຈະຫວງອອກໄປຂາຍທາງເວັບໄຊ Yahoo Auction ໃນລາຄາ 2.7 ລ້ານເຢນ ຖ້າເປັນເງິນລາວກໍແມ່ນຫຼັກຮ້ອຍລ້ານກີບເລີຍ. ທີ່ເອົາໄປຂາຍກໍເພາະວ່າແມວຂອງຕົນທີ່ຮັກທີ່ສຸດບໍ່ສະບາຍ.

ກ່ອນໜ້ານີ້ ແມວຂອງລາວ ໄດ້ຮັບການບົ່ງມະຕິພະຍາດວ່າ: ເປັນໂຣກ Feline Infectious Peritonitis ຫຼື FIP ເຊິ່ງເປັນໂຣກທີ່ຮ້າຍແຮງ ແລະ ມີອັນຕະລາຍເຖິງແກ່ຊີວິດ ລວມເຖິງມີຄ່າການປິ່ນປົວສູງຫຼາຍ ເຮັດໃຫ້ເຂົາຕັດສິນໃຈເອົາລົດທີ່ຕົນຮ່ວມທຸກຮ່ວມສຸກກັນຫຼາຍເກືອບ 30 ປີມາຂາຍ.

ເລື່ອງດັ່ງກ່າວ ໄດ້ແຜ່ອອກໄປສື່ຕ່າງໆ ແລະ ໂຊຊ່ຽວ ຢ່າງກວ້າງຂວາງ, ເຮັດໃຫ້ຜູ້ຄົນສົນໃຈຫຼາຍພໍສົມຄວນ ແລະ ໃນທີ່ສຸດ ວັນທີ 15 ພຶດສະພາ 2021 ທີ່ຜ່ານມາ ກໍມີຄົນທີ່ຕ້ອງການທີ່ຈະຊື້ລົດ ແລະ ມີຄົນຕິດຕໍ່ມາ ໂດຍໃຊ້ຊື່ວ່າ Masakoba ແລະ ກໍໄດ້ຊື້ໂດຍບໍ່ລັງເລ ເພາະຜູ້ທີ່ຊື້ລົດນີ້ລາວກໍເປັນຄົນທີ່ຮັກແມວເຊັ່ນດຽວກັນ ຫຼື ເອີ້ນກັນວ່າທາດແມວນັ້ນເອງ. ນອກຈາກນີ້ ກໍໄດ້ບອກວ່າຕົນເຄີຍຕົກຢູ່ໃນສະຖານະການແບບນີ້ ແລະ ເປັນຄົນທີ່ຮັກລົດຄືກັນ.

ລົດທີ່ຊື້ໄປ Masakoba ໄດ້ນຳໄປປັບປຸງ ແລະ ເກັບຮັກສາໄວ້ ເພື່ອໃຫ້ leiz ມາໄຖ່ເອົາຄືນ, ທີ່ສຳຄັນບໍ່ໄດ້ຊື້ທຳມະດາ ແຕ່ວ່າໄດ້ເອົາເງິນໃຫ້ leiz ຕື່ມອີກເປັນຈຳນວນ 100,000 ເຢນ ເພື່ອໃຫ້ໄປປິ່ນປົວແມວ.

ຂອບໃຈຂໍ້ມູນຈາກ:
https://bit.ly/3foceiI
https://facebook.com/MainStandTH/posts/916757752217254

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/