ນາງ ສຸພາພອນ ຮຸ່ງເຮືອງ ໄດ້ຮັບຕຳແໜ່ງ Miss Unity International Laos 2021 ຈະໄດ້ເປັນຕົວແທນລາວໄປປະກວດ Miss Unity International 2021


ອີກໜຶ່ງສາວງາມທີ່ຈະໄດ້ໄປປະກວດລະດັບເວທີສາກົນ ເປັນຕົວແທນຂອງສາວລາວອີກຄົນ ນັ້ນກໍຄື: ນາງ ສຸພາພອນ ຮຸ່ງເຮືອງ ຫຼື ແອນນ່າ ເປັນ Miss Beauty Power Universe Laos 2020.

ເມື່ອບໍ່ດົນມານີ້ ກອງປະກວດ Miss Beauty Power Laos ໄດ້ແຕ່ງຕັ້ງ ນາງສຸພາພອນ ເປັນ Miss Unity International Laos 2021 ເພື່ອໄປຮ່ວມການປະກວດເຖິງລະດັບເວທີສາກົນ ເຊິ່ງເປັນຕົວແທນຂອງຍິງງາມປະເທດລາວ ໃນເວທີ Miss Unity International 2021 ທີ່ຈະຈັດຂຶ້ນໃນເດືອນກໍລະກົດ ປີ 2021 ທີ່ຈະມາຮອດນີ້ ທີ່ປະເທດຫວຽດນາມ ເປັນເຈົ້າພາບນັ້ນເອງ.

ເປັນອີກຂ່າວດີ  ແລະ ໃຫ້ຄວາມສົນໃຈສຳລັບຫຼາຍຄົນ ຢ່າງໃດກໍຖ້າຕິດຕາມ ແລະ ໃຫ້ກຳລັງໃຈໃຫ້ລາວເຮົາແນ່ເດີ.

ນາງ ສຸພາພອນ ເປັນສາວງາມດິນແດນທາງພາກໃຕ້ ເປັນສາວແຂວງຈຳປາສັກ, ທີ່ຫຼາກຫຼາຍຄວາມສາມາດ ທີ່ຈະເໜີຄວາມເປັນລາວໄປສູ່ເວທີສາກົນໃຫ້ໄດ້ຮັບຮູ້.

ຈາກປະທານບໍລິສັດ ມິສບິວຕີ້ຟາວເວີລາວ ຈຳກັດ Miss Beauty Power Laos Sole Co., Ltd ຫຼື ຜູ້ຖືລິຂະສິດ Miss Unity International Laos ໄດ້ແຕ່ງຕັ້ງເອົາ ນາງ ສຸພາພອນ ຮຸ່ງເຮືອງ Miss Beauty Power Universe Laos 2020 ຮັບຕຳແໜ່ງ Miss Unity International Laos 2021.

ຂອບໃຈຂໍ້ມູນຈາກ: https://bit.ly/3ow5MKv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/