ພາຍຫຼັງປະທານາທິບໍດີ ໂຈ ໄບເດນ ຂອງສະຫະລັດອາເມຣິກາ ໄດ້ກ່າວເຖິງສະຖານະການຂອງຈີນກັບໄຕ້ຫວັນວ່າ ຖ້າຈີນໃຊ້ກຳລັງເຂົ້າມາໃນໄຕ້ຫວັນ ທາງສະຫະລັດອາເມຣິກາເອງກໍພ້ອມໃຫ້ການສະໜັບສະໜູນທາງທະຫານແກ່ໄຕ້ຫວັນເຊັ່ນດຽວກັນ. ການເຄື່ອນໄຫວດັ່ງກ່າວເຮັດໃຫ້ທາງຈີນຮູ້ສຶກເຄືອງໃຈບໍ່ໜ້ອຍ ເພາະຈີນຖືວ່າໄຕ້ຫວັນນັ້ນເປັນສ່ວນໜຶ່ງຂອງຈີນມາຕະຫຼອດ.
ຫຼ້າສຸດ ທາງໄຕ້ຫວັນໄດ້ລາຍງານວ່າ ຈີນໄດ້ສົ່ງເຮືອບິນຮົບເຂົ້າມາໃນທ້ອງຟ້າເຂດປ້ອງກັນໄພທາງອາກາດຂອງ ໄຕ້ຫວັນ. ໂດຍກະຊວງປ້ອງກັນປະເທດຂອງ ໄຕ້ຫວັນ ກ່າວວ່າ ໃນວັນທີ 30 ພຶດສະພາ ທີ່ຜ່ານມານີ້ ເຮືອບິນຮົບຂອງຕົນໄດ້ຖືກສົ່ງອອກໄປຂັບໄລ່ ເຮືອບິນຂອງຈີນຫຼາຍເຖິງ 30 ລຳ.

ການເຄື່ອນໄຫວດັ່ງກ່າວມີຂຶ້ນພຽງແຕ່ບໍ່ເທົ່າໃດມື້ ຫຼັງຈາກປະທານາທິບໍດີ ໂຈ ໄບເດນ ຂອງສະຫະລັດ ອາເມຣິກາ ປະກາດເຕືອນ ຈີນ ກ່ຽວກັບການໃຊ້ກຳລັງໃນ ໄຕ້ຫວັນ ແລະ ກໍເກີດຂຶ້ນໃນມື້ດຽວກັນທີ່ສະມາຊິກສະພາສະຫະລັດ ທ່ານ ແທມມີ້ ດັກວອດ ເດີນທາງມາຮອດ ໄຕ້ຫວັນ ເພື່ອປຶກສາຫາລືບັນຫາຄວາມໝັ້ນຄົງ ແລະ ການຄ້າກັບບັນດາຜູ້ນຳໄຕ້ຫວັນ.

ກະຊວງປ້ອງກັນປະເທດໄຕ້ຫວັນ ກ່າວວ່າ ການປະຕິບັດການຫຼ້າສຸດຂອງຈີນຄັ້ງນີ້ ປະກອບມີເຮືອບິນຂັບໄລ່ 22 ລຳ, ພ້ອມທັງເຮືອບິນແຈ້ງເຕືອນໄພທາງອາກາດ ແລະ ເຮືອບິນຕໍ່ຕ້ານເຮືອດຳນ້ຳ. ໂດຍທີ່ຜ່ານມາຈີນອ້າງວ່າພາລະກິດທາງອາກາດເປັນພຽງການຝຶກຊ້ອມທົ່ວໄປ.

ຢ່າງໃດກໍຕາມ ຈີນນັ້ນຖືວ່າໄຕ້ຫວັນເປັນສ່ວນໜຶ່ງຂອງຈີນມາຕະຫຼອດ ແລະ ໄດ້ເຄີຍເຕືອນວ່າອາດຈະຕ້ອງໃຊ້ກຳລັງ ຖ້າໄຕ້ຫວັນປະກາດແຍກຕົວເປັນເອກະລາດຢ່າງເປັນທາງການ. ໃນໄລຍະສອງປີຜ່ານມາ ຈີນໄດ້ສົ່ງເຮືອບິນໄປໃກ້ໄຕ້ຫວັນຫຼາຍຄັ້ງ. ໂດຍສ່ວນໃຫຍ່ເປັນການທ້າທາຍພື້ນທີ່ກໍານົດການປ້ອງກັນທາງອາກາດ (ADIZ) ທາງຕາເວັນຕົກສຽງໃຕ້ຂອງໄຕ້ຫວັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/