ຈີນສົ່ງເສີມໃຫ້ບໍລິສັດຕ່າງໆຈ້າງແຮງງານເພດຍິງ ໂດຍການລົດພາສີໃຫ້ກັບບໍລິສັດທີ່ມີພະນັກງານຍິງຈຳນວນຫຼາຍ


ໃນຍຸກປັດຈຸບັນເປັນຍຸກແຫ່ງຄວາມເທົ່າທຽມທາງເພດ ຫຼາຍອົງກອນຫຼາຍໜ່ວຍງານໃນຂົງເຂດທົ່ວໂລກກໍໄດ້ໃຫ້ຄວາມສຳຄັນກັບການມີບົດບາດຂອງເພດຍິງ ລວມໄປເຖິງຄວາມຫຼາກຫຼາຍທາງເພດນຳ. ເຊັ່ນດຽວກັບປະເທດຈີນ ເຊິ່ງລັດຖະບານກໍໄດ້ກຽມພິຈາລະນາໃຫ້ມີການລົດພາສີໃຫ້ກັບບໍລິສັດທີ່ມີການຈ້າງພະນັກງານຍິງ.

ໜ່ວຍງານດູແລເລື່ອງພາສີຂອງຈີນໄດ້ເປີດເຜີຍວ່າ ຈີນຈະເລີ່ມການລົດພາສີໃຫ້ກັບບໍລິສັດທີ່ມີການຈ້າງແຮງງານເພດຍິງຈຳນວນຫຼາຍ ໂດຍມີຈຸປະສົງໃຫ້ບໍລິສັດຕ່າງໆມີການຈ້າງແຮງງານເພດຍິງຫຼາຍຂຶ້ນ ແລະ ປ້ອງກັນບໍ່ໃຫ້ບໍລິສັດເລືອກປະຕິບັດກັບແມ່ຍິງ ລວມໄປເຖິງແມ່ຍິງທີ່ຖືພາ ແລະ ແມ່ຍິງທີ່ເປັນແມ່ລູກອ່ອນ.

ຈາກການສຳຫຼວດພົບວ່າ ບໍລິສັດໃນຈີນສ່ວນຫຼາຍ ມັກຈະເລືອກປະຕິບັດກັບເພດຍິງ ບໍ່ວ່າຈະເປັນການບໍ່ຮັບແມ່ຍິງທີ່ມີລູກແລ້ວເຂົ້າເຮັດວຽກ ຫຼື ໄລ່ແມ່ຍິງທີ່ຖືພາຢູ່ອອກເພື່ອບໍ່ໃຫ້ເປືອງງົບປະມານຂອງບໍລິສັດ, ດັ່ງນັ້ນ ແມ່ຍິງໃນຈີນຈຳນວນຫຼາຍຈຶ່ງເລື່ອນການວາງແຜນຄອບຄົວ ແລະ ການວາງແຜນເອົາລູກອອກໄປ ຫຼື ຈົນຮອດຖິ້ມອາຊີບຂອງຕົນໄປເລີຍເພື່ອໄປເອົາລູກ ເຊິ່ງເປັນສາເຫດສຳຄັນຂອງອັດຕາການແຕ່ງງານ ແລະ ການເກີດລົດລົງ.

ແມ່ຍິງຈີນຍຸກໃໝ່ຈຳນວນຫຼາຍເລືອກຈະບໍ່ສົນໃຈນະໂຍບາຍທີ່ລັດໃຫ້ສາມາດເອົາລູກໄດ້ 3 ຄົນ ຫຼັງຈາກມີການຄວບຄຸມຈຳນວນບຸດມາເປັນເວລາຫຼາຍປີ ຍ້ອນວ່າພວກເຂົາຄິດວ່າມີຄ່າໃຊ້ຈ່າຍຫຼາຍເກີນໄປ ແລະ ໂອກາດມີວຽກເຮັດງານທຳທີ່ດີກໍມີໜ້ອຍ ຍ້ອນຄວາມບໍ່ເທົ່າທຽມໃນການເລືອກປະຕິບັດຕໍ່ພະນັກງານເພດຍິງ.

ໃນຂະນະດຽວກັນ ອູ໋ໂຫຍສຸ່ຍ ທະນາຍຜູ້ຊ່ຽວຊານທາງດ້ານການວາງແຜນຄອບຄົວ ກໍໄດ້ອອກມາໃຫ້ຄຳຄິດຄຳເຫັນວ່າ ນະໂຍບາຍດັ່ງກ່າວບໍ່ໄດ້ຊ່ວຍໃຫ້ເພີ່ມອັດຕາການເກີດເທົ່າໃດ ເພາະວ່າສຸດທ້າຍການຈະຕັດສິນໃຈມີລູກກໍຂຶ້ນຢູ່ກັບຕົວຂອງແມ່ຍິງຢູ່ດີ.

ຊາວເນັດຈຳນວນຫຼາຍຍັງໄດ້ສະແດງຄວາມຄິດເຫັນ ໃນລັກສະນະເປັນຫ່ວງເປັນໃຍວ່າ ນີ້ອາດຈະເປັນຊ່ອງຫວ່າງໃຫ້ບາງບໍລິສັດຄິດສວາຍໂອກາດຫຼີກເວັ້ນພາສີ, ເຊິ່ງບໍລິສັດເຫຼົ່ານັ້ນອາດຈະຈ້າງແຮງງານຍິງເປັນຈຳນວນຫຼາຍ ແຕ່ອາດຈະຈ່າຍຄ່າແຮງງານໃຫ້ພວກເຂົາຕໍ່າກໍເປັນໄປໄດ້.

ບໍ່ວ່າຈະເປັນເພດໃດ ຕ່າງກໍມີຄວາມສາມາດເຊັ່ນກັນ ຫວັງວ່າໃນອະນາຄົດອັນໄວໆນີ້ ທຸກຂົງເຂດທົ່ວໂລກຈະເປີດໂອກາດໃຫ້ແມ່ຍິງມີບົດບາດໃນການສະແດງສັກກະຍະພາບຂອງພວກເຂົາຫຼາຍຂຶ້ນກວ່ານີ້ ລວມໄປເຖິງເປີດໂອກາດໃຫ້ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດໄດ້ສະແດງຄວາມສາມາດຂອງເຂົາເຈົ້າຫຼາຍຂຶ້ນເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

https://cutt.ly/gWKiiin

https://mgronline.com/china/detail/9640000083931

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/