ໃກ້ຈະໄດ້ຮັບຊົມແລ້ວ! My Melody ຊີຣີລາວມາໃໝ່ ກັບບົດບາດທີ່ໜ້າສົນໃຈ ຖືກໃຈໄວໜຸ່ມ


ໃກ້ຈະໄດ້ຮັບຊົມກັນແລ້ວ! My Melody the Series ເຊິ່ງຕອນນີ້ກໍມີຕົວຢ່າງອອກມາໃຫ້ຮັບຊົມແລ້ວ, ເປັນຊີຣີໄວໜຸ່ມທີ່ມີບົດບາດທາງດ້ານດົນຕີ ປະກອບກັບຄວາມສຳພັນຂອງໄວໜຸ່ມທີ່ມີຄວາມໜ້າຮັກສົດໃສ. ທີ່ສຳຄັນເລື່ອງນີ້ ເປັນທີ່ຈັບຕາເບິ່ງຫຼາຍ ມີນ້ອງນັກສະແດງໜ້າໃໝ່ທີ່ຫຼາກຫຼາຍຄວາມສາມາດ ມາຮວມຕົວກັນໃນເລື່ອງນີ້.

ທາງດ້ານຕົວລະຄອນກໍໜ້າສົນໃຈ ມີໄວໜຸ່ມທີ່ແຕກຕ່າງກັນອອກໄປເຊັ່ນ: ມິມີ່ ຮັບບົດເປັນ “ຟ້າ” ຜູ້ທີ່ມີອາລົມຫງຸດຫງິດ, ອາລົມຂຶ້ນໆລົງໆ ເປັນອີກຕົວລະຄອນທີ່ໜ້າສົນໃຈເປັນພິເສດ. ສ່ວນ ເຕີ້ຍ ຮັບບົດເປັນ “ຊອນນີ້” ຜູ້ທີ່ມັກຮ້ອງເພງ, ອາລົມເຂັ້ມ, ເວົ້າແຮງ, ມັກກວນ ເປັນອີກຕົວລະຄອນທີ່ກົງສະເປັກໃຜຫຼາຍຄົນເລີຍກໍວ່າໄດ້.

ເຈແປນ ຮັບບົດເປັນ “ແມັກ” ຜູ້ທີ່ມັກຫຼິ້ນດົນຕີ, ອາລົມດີ, ຄິດບວກ ແລະ ໃຫ້ແຮງບັນດານໃຈເກັ່ງ. ມິງຂວັນ ຮັບບົດເປັນ “ມິລ້າ” ເປັນຕົວລະຄອນ ທີ່ມັກຈະໃຫ້ຄຳປຶກສາ, ອາລົມດີ, ສະຫຼາດ ແລະ ຕັດສິນໃຈເກັ່ງ ຄ້າຍຄືກັບຕົວລະຄອນ ແມັກ ເລັກໜ້ອຍ.

ແມັກ ຮັບບົດເປັນ “ເມົ້າ” ເປັນຕົວລະຄອນທີ່ມັກຫຼິ້ນດົນຕີ, ຄິດດີ, ແນວໃດກໍໄດ້, ເປັນອີກຕົວລະຄອນທີ່ໜ້າຕິດຕາມພໍສົມຄວນ. ໂມນິລ້າ ຮັບບົດເປັນ “ໂດຟິ້ນ” ເປັນຕົວລະຄອນທີ່ມັກຕີກອງ, ອາລົມດີ, ສົດໃສ, ສະຫຼາດ, ຫົວໄວ. ອາທຽນ ຮັບບົດເປັນ “ທະເລ” ຕາມຕົວລະຄອນແມ່ນ ມັກມ່ວນ, ຂີ້ກວນ, ຫ້າວໆ.

ຈາກທີ່ໄດ້ເຫັນຕົວຢ່າງ ແລະ ບົດບາດຂອງແຕ່ລະຕົວລະຄອນແລ້ວ ເປັນອີກເລື່ອງທີ່ໜ້າຕິດຕາມ ແລະ ໜ້າສົນໃຈ, ມີທັງປະໂຫຍດ ແລະ ໃຫ້ຄວາມຮູ້ ໂດຍສະເພາະທາງດ້ານດົນຕີ ປະກອບກັບນັກສະແດງນ້ອງໃໝ່ສົດໃສທີ່ມີຄວາມສາມາດມາຢູ່ໃນເລື່ອງນີ້. ວັນທີ 12 ເດືອນກັນຍາ 2021 ກໍໄດ້ຮັບຊົມແລ້ວ ເປັນອີກປາກົດການໃໝ່ໃນວົງການບັນເທີງຂອງຜູ້ກຳກັບ ແລະ ທີມງານ ທີ່ມີຜົນງານໂດດເດັ່ນສະເໝີມາ ຄາດວ່າເລື່ອງນີ້ກາລັນຕີຄວາມມ່ວນ ແລະ ໃຫ້ມຸມມອງຄວາມຄິດທີ່ດີແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/