8 ເກມທີ່ຈະຖືກຈັດເຂົ້າມາແຂ່ງຂັນໃນ Asian Games 2022 ທີ່ເມືອງຫາງໂຈ


ເປັນເລື່ອງທີ່ໜ້າຍິນດີສຳລັບວົງການ E-sport ເພາະໃນອາຊຽນເກມ 2022 ຢູ່ທີ່ເມືອງຫາງໂຈ ຈະໄດ້ມີການນຳເອົາ 8 ເກມຊື່ດັງເຂົ້າມາໃຊ້ໃນການແຂ່ງຂັນ E-sport ເພື່ອຊິງຫຼຽນຄຳ.

ເຊິ່ງ 8 ເກມທີ່ວ່າມານີ້ລ້ວນແລ້ວແຕ່ເປັນເກມທີ່ໄດ້ຮັບຄວາມນິຍົມບໍ່ວ່າຈະເປັນທາງຝັ່ງ PC ແລະ Mobile ເຊິ່ງລາຍຊື່ເກມມີດັ່ງນີ້:

  • Arena of Valor
  • Dota 2
  • Dream Three Kingdoms 2
  • FIFA
  • HearthStone
  • League of Legends
  • PUBG Mobile
  • Street Fighter V

ກ່ອນໜ້ານີ້ E-Sport ກໍໄດ້ຖືກນຳມາເປັນການແຂ່ງຂັນເພື່ອຊິງຫຼຽນຄຳໃນ ອາຊຽນເກມ 2019 ຢູ່ທີ່ປະເທດຟິລິບປິນ,​ ເຊິ່ງນອກຈາກ ການແຂ່ງເກມແລ້ວຍັງໄດ້ມີອີກ 2 ປະເພດກິລາໃໝ່ທີ່ມີຄວາມໜ້າສົນໃຈເພີ່ມເຂົ້າມາອີກນັ້ນກໍຄື: AESF Robot Master ແລະ AESF VR Sports.

ຂໍ້ມູນຈາກ: https://bit.ly/3E3ubOU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/