ຈີນຄົ້ນພົບ ຂຸມຝັງສົບບູຮານ ຫຼາຍກວ່າ 1,100 ຂຸມ ພ້ອມວັດຖຸບູຮານອີກຫຼາຍກວ່າ 5,000 ອັນ


ຄະນະນັກບູຮານຄະດີຂອງຈີນເປີດເຜີຍວ່າ ໄດ້ຄົ້ນພົບຂຸມສົບບູຮານຈາກສະໄໝຣາຊະວົງ ຊາງ ຫຼາຍກວ່າ 1,100 ຂຸມ ໃນເຂດ ຍຽນຢວນ ແຂວງ ເສສວນ ທີ່ຢູ່ທາງຕາເວັນຕົກສຽງໃຕ້ຂອງປະເທດຈີນ.

ສະຖາບັນວິໄຈບູຮານວັດຖຸທາງວັດທະນະທຳ ແລະ ບູຮານຄະດີ ເຊິງຕູ  ໄດ້ລາຍງານວ່າໄດ້ມີການຄົ້ນພົບບູຮານວັດຖຸຫຼາຍກວ່າ 5,000 ຢ່າງ ບໍ່ວ່າຈະເປັນ ເຄື່ອງປັ້ນດິນເຜົາ, ເຄື່ອງທອງ, ເຄື່ອງເຫຼັກ, ເຄື່ອງຄຳ ແລະ ເຄື່ອງເງິນຈາກຊາກ ຫຼາວລົງໂຖ (Laolongtou) ນັບຕັ້ງແຕ່ເລີ່ມຂຸດຄົ້ນເມື່ອເດືອນ ເມສາ 2022 ທີ່ຜ່ານມາ.

ຄະນະບູຮານຄະດີກ່າວວ່າ ເຄື່ອງປັ້ນດິນເຜົາສ່ວນໃຫຍ່ເປັນໂຖທີ່ມີຫູຈັບ ໂດຍຈຸດເດັ່ນຂອງການຄົ້ນພົບໃນໝວດໝູ່ເຄື່ອງທອງ ໄດ້ແກ່: ຊຸດອຸປະກອນປັກຫຍິບແຜ່ນແພ ສະພາບດີ, ລົດມ້າທອງ 3 ລໍ້ ເຊິ່ງເຊື່ອວ່າເປັນໜຶ່ງໃນຮູບແບບເກົ່າແກ່ທີ່ສຸດໃນຈີນ ແລະ ເຄື່ອງທອງທີ່ມີລັກສະນະຄ້າຍຄືກັບມີກິ່ງກ້ານ, ມີງ່າ ທີ່ຍື່ນອອກຫຼາຍດ້ານ ທີ່ສະທ້ອນເຖິງຄວາມເຊື່ອ ແລະ ການບູຊາອັນເປັນເອກະລັກໃນທ້ອງຖິ່ນ.

ໂຈຈືຊິງ ຮອງຫົວໜ້າສະຖາບັນ ເຜີຍວ່າການຂຸດຄົ້ນຄັ້ງນີ້ ມີຄວາມໝາຍ ຄວາມສຳຄັນຫຼາຍຕໍ່ການສຶກສາພັດທະນາການຂອງວັດທະນະທຳ ເຄື່ອງທອງ ໃນພາກຕາເວັນຕົກສຽງໃຕ້ຂອງແຂວງ ເສສວນ ແລະ ພາກຕາເວັນຕົກຂອງແຂວງ ຢຸນນານ. ທັງຍັງເປັນຫຼັກຖານການແລກປ່ຽນລະຫວ່າງບັນດາຊົນເຜົ່າໃນເຂດຕາເວັນຕົກສຽງໃຕ້ຂອງຈີນ.

ຂອບໃຈຂໍ້ມູນຈາກ: https://cutt.ly/EKj5kkp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/