ຊາວປະມົງກໍາປູເຈຍຈັບປາຝາໄລຍັກໃຫຍ່ໄດ້ໃນແມ່ນ້ຳຂອງ ແລະ ໄດ້ຖືກບັນທຶກເປັນປານ້ຳຈືດທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ


ໃນວັນທີ 20 ມິຖຸນາ ທີ່ຜ່ານມາ Wonders of the Mekong ເຊິ່ງເປັນມູນນິທິດ້ານການສຶກສາຊີວະວິທະຍາໃນແມ່ນ້ຳຂອງ ໄດ້ເປີດເຜີຍຮູບພາບປາຝາໄລຂະໜາດໃຫຍ່ທີ່ຖືກຊາວປະມົງທ້ອງຖິ່ນກໍາປູເຈຍຈັບໄດ້ ເຊິ່ງປາໂຕນີ້ແມ່ນຖືກຈັບໄດ້ຕັ້ງແຕ່ວັນທີ 13 ທີ່ຜ່ານມາ.

ແລະ ໄດ້ແຈ້ງໄປຍັງມູນລະນິທິ Wonders of the Mekong ເພື່ອເຂົ້າມາກວດສອບ. ເມື່ອທີມງານນັກວິທະຍາສາດເດີນທາງໄປຮອດສະຖານທີ່ທີ່ມັນຖືກຈັບກໍໄດ້ເຮັດການວັດແທກຂະໜາດ ແລະ ນໍ້າໜັກຂອງມັນ ພົບວ່າມັນມີຄວາມຍາວ 3.98 ແມັດ, ກວ້າງ 2.2 ແມັດ ແລະ ມີນ້ຳໜັກ 300 ກິໂລກຣາມ ເຊິ່ງປາໂຕນີ້ຖືໄດ້ວ່າເປັນປານ້ຳຈືດທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີການບັນທຶກມາຂອງໂລກ. ໂດຍກ່ອນໜ້ານີ້ສະຖິຕິເກົ່າເປັນຂອງປາດຸກຍັກທີ່ເຄີຍຈັບໄດ້ໃນປະເທດໄທເມື່ອປີ 2005 ເຊິ່ງມັນມີນ້ຳໜັກຢູ່ທີ່ 293 ກິໂລກຣາມ.

ທາງດ້ານ ດຣ. Zeb Hogan ຜູ້ທີ່ເປັນຫົວໜ້າທີມວິທະຍາສາດຂອງ Wonders of the Mekong ເປີດເຜີຍວ່າ ການທີ່ປານ້ຳຈືດໂຕໃຫຍ່ທີ່ສຸດໃນໂລກຖືກຈັບໄດ້ໃນແມ່ນ້ຳຂອງ ນັບວ່າເປັນເລື່ອງທີ່ແປກປະຫຼາດ ເພາະນີ້ຄືພາກພື້ນທີ່ປະຊາກອນອາໄສຢູ່ໜ້າແໜ້ນ ແລະແມ່ນ້ຳຂອງເອງກໍປະເຊີນກັບຄວາມທ້າທາຍໃນຫຼາຍໆ ດ້ານ ໜຶ່ງໃນນັ້ນຄືການເຮັດການປະມົງທີ່ມີຢູ່ຢ່າງແຜ່ຫຼາຍ.

ຈາກນັ້ນທີມຂອງ ດຣ. Hogan ກໍໄດ້ເຮັດການຕິດເຄື່ອງສົ່ງສັນຍານກັບປາຝາໄລ ເຊິ່ງມັນຈະເຮັດວຽກຮ່ວມກັບເຄື່ອງຮັບສັນຍານອີກ 36 ຈຸດໃນແມ່ນ້ຳຂອງທີ່ທາງທີມງານໄດ້ຕິດໄປເມື່ອບໍ່ດົນມານີ້ ແລະ ປາຝາໄລໂຕດັ່ງກ່າວແມ່ນຈະຖືກປ່ອຍຄືນທຳມະຊາດໃນເວລາຕໍ່ໄປ.

ທັງນີ້ ອຸປະກອນທີ່ຕິດຕັ້ງດັ່ງກ່າວແມ່ນຈະຊ່ວຍບອກຕໍາແໜ່ງຂອງປາໄດ້ ເຊິ່ງທາງດຣ. Hogan ລະບຸວ່ານີ້ເປັນປາໂຕທຳອິດທີ່ທີມງານໄດ້ເຮັດການຕິດຕາມນັບຕັ້ງແຕ່ຕິດຕັ້ງເຄື່ອງຮັບສັນຍານ ແລະ ກໍມີແຜນອີກວ່າຈະຕິດຕາມປາໂຕອື່ນໆ ອີກຫຼາຍຮ້ອຍໂຕ.

ເຖິງວ່າການທຳລາຍສະຖິຕິໂລກຈະບໍ່ແມ່ນສິ່ງສຳຄັນໃນທາງວິທະຍາສາດ ແຕ່ດຣ. Hogan ກ່າວວ່າ ການທີ່ປາໂຕນີ້ຍັງມີຊີວິດຢູ່ໄດ້ນັບເປັນການບົ່ງຊີ້ເຖິງຄວາມອຸດົມສົມບູນຂອງລະບົບນິເວດໃນທີ່ແຫ່ງນີ້. ນອກຈາກນີ້ລາວຍັງຫວັງວ່າການຄົ້ນພົບຄັ້ງນີ້ຈະຊ່ວຍເຕືອນຄົນໃນຊຸມຊົນທ້ອງຖິ່ນວ່າແມ່ນ້ຳຂອງນັ້ນມີຄວາມພິເສດຫຼາຍປານໃດ ແລະ ຕ້ອງໄດ້ຮັບການອະນຸລັກໄວ້ຫຼາຍພຽງໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/