ສປປ ລາວ ຈະສົ່ງພະລັງງານໄຟຟ້າໃຫ້ແກ່ກຳປູເຈຍ 6,000 MW


ອີງຕາມກອບການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6,000 MW, ປັດຈຸບັນ ສາມາດສົ່ງໄຟຟ້າໄປແລ້ວ ຈຳນວນ 445 MW. ສຳລັບສັນຍາການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ ປະກອບມີສັນຍາຊື້-ຂາຍໄຟຟ້າ ຄື:

1. PPA ລະຫວ່າງ EDL ແລະ EDC, (ເຂື່ອນໄຟຟ້າດອນສະໂຮງ 3 Unit) ຈໍານວນ 195 MW.

2. PPA ລະຫວ່າງ EDL ແລະ EDC ຈໍານວນ 500 MW.

3. PPA ລະຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນລະມາມ ແລະ EDC ຈຳນວນ 600 MW.

4. PPA ລະຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນກະລຶມ ແລະ EDC ຈຳນວນ 1,800 MW.

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 20 22 ນີ້ວ່າ: ນອກຈາກສົ່ງໄປປະເທດ ກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟ ໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ມີແຜນຈະເຊື່ອມໂຍງ ດ້ວຍລະບົບ 500 kV. ພ້ອມນັ້ນ ຈະສົ່ງໄຟໄປສິງກະໂປແບບທົດລອງບໍ່ເກີນ 100 MW ໃນທ້າຍເດືອນນີ້.

ສຳລັບ ກອບການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ມາຮອດປັດຈຸບັນ ໂຄງການທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 25 ໂຄງການ, ລວມກຳລັງຕິດຕັ້ງ 2F180 MW. ໃນນັ້ນ, ໄດ້ສົ່ງໄຟອອກຂາຍແລ້ວມີ 3 ໂຄງ ການຄື: ໂຄງການເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3 ລວມກໍາລັງຕິດຕັ້ງ 572 MW. ສ່ວນໂຄງການທີ່ກຳລັງກໍ່ສ້າງ ແລະ ຄາດວ່າຈະສາມາດສົ່ງໄຟໄດ້ໃນປີ 2022-2025 ແມ່ນມີທັງໝົດ 22 ໂຄງການ, ລວມກໍາລັງຕິດຕັ້ງ 1,608 MW. ນອກຈາກນີ້, ຍັງມີບັນດາໂຄງການທີ່ມີນິຕິກໍາພາຍໃຕ້ ການເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າ (Tariff MOU); ມີຂໍ້ຕົກລົງເຫັນດີດ້ານຫຼັກການຮັບໄຟ ແລະ ບັນດາໂຄງການທີ່ກຸ່ມບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ-ເຄຫາສະຖານ ຈຳກັດ ແລະ EVN ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ຂອງໂຄງການທີ່ຈະຂາຍໃຫ້ ສສ ຫວຽດນາມມີ ຄື:ໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າ (Tariff MOU) ມີ 8 ໂຄງການ ລວມກຳລັງຕິດຕັ້ງ 1,814 MW; ໂຄງການທີ່ມີຂໍ້ຕົກລົງເຫັນດີດ້ານຫຼັກການຮັບໄຟຈາກລັດຖະບານ ສສ ຫວຽດນາມມີ 6 ໂຄງການ ລວມກຳລັງຕິດຕັ້ງ 2,485 MW; ໂຄງການທີ່ກຸ່ມບໍລິສັດພົງຊັບທະວີກໍ່ສ້າງຂົວທາງ-ເຄຫາສະຖານ ແລະ EVN ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກັບ EVN ມີ 8 ໂຄງການ ລວມກຳລັງຕິດຕັ້ງ 1,669.5 MW.

ທ່ານ ດາວວົງ ພອນແກ້ວ ກ່າວຕື່ມວ່າ: ຖ້າພວກເຮົາສາມາດຈັດຕັ້ງປະຕິບັດບັນດາໂຄງການທີ່ຢູ່ໃນເປົ້າໝາຍດັ່ງກ່າວສໍາເລັດທັງໝົດ ແມ່ນຈະສາມາດບັນລຸຕົວເລກສົ່ງອອກພະລັງງານໄຟຟ້າໄປຍັງ ສສ ຫວຽດນາມໄດ້ປະມານ 8,148.5 MW ເຊິ່ງກໍໝາຍຄວາມວ່າຖ້າຈັດຕັ້ງປະຕິບັດສຳເລັດພາຍໃນປີ 2030 ແມ່ນຈະປະຕິບັດໄດ້ເກີນຄາດໝາຍທີ່ວາງໄວ້.

ຂໍ້ມູນຈາກ:

https://cutt.ly/OKkpQvh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/