ເມື່ອເຂົ້າສູ່ຍາມອາກາດຮ້ອນ ບັນຫາໜຶ່ງທີ່ມັກຕາມມານັ້ນກໍຄື ໄຟປ່າ ເຊິ່ງເຊື້ອໄຟຢ່າງດີກໍແມ່ນໃບໄມ້ແຫ້ງທີ່ຫຼົ່ນນັ້ນເອງ. ໄຟປ່າ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດ ບໍ່ວ່າຈະເປັນຄົນ ຫຼື ສັດກໍໄດ້ຮັບຄວາມເດືອດຮ້ອນ ແລະ ການສູນເສຍເຊັ່ນກັນ. ດັ່ງນັ້ນ ຈຶ່ງໄດ້ມີຄົນກຸ່ມໜຶ່ງເກີດແນວຄວາມຄິດທີ່ຈະເອົາໃບໄມ້ແຫ້ງທີ່ອາດຈະກາຍເປັນເຊື້ອໄຟໃນປ່າ ມາແປຮູບເປັນຜະລິດຕະພັນບັນຈຸຕ່າງໆ ລົດຄວາມສ່ຽງຕໍ່ອັກຄີໄພ, ລົດປະລິມານຂີ້ເຫຍື້ອ ແລະ ສ້າງລາຍໄດ້ໃຫ້ແກ່ຊຸມຊົນ.

ໃບໄມ້ທີ່ຖືກນຳມາແປຮູບແມ່ນໃບຈາກ “ຕົ້ນກຸງ” ຫຼື “ຕົ້ນຕອງກຸງ” ຊື່ທາງວິທະຍາສາດແມ່ນ “Dipterocarpus tuberculatus” ເປັນພືດໃນກຸ່ມ genus Dipterrocarpus ທີ່ມີຄຸນສົມບັດປ້ອງກັນ ແລະ ຕ້ານທານເຊື້ອໄວຣັສ, ທຳລາຍເຊື້ອຈຸລິນຊີຕ່າງໆໃນລະດັບເຊວ, ຕ້ານອະນຸມູນອິດສະຫຼະທີ່ທຳລາຍຮ່າງງກາຍມະນຸດ, ຕ້ານເຊື້ອແບັກທີເຣຍ ແລະ ເຊື້ອຣາ. ໃບຂອງມັນຍັງນິຍົມກັນເອົາໄປເປັນຫຼັງຄາ, ຮາກຂອງມັນເປັນຢາ ແລະ ເນື້ອມັນຂອງມັນສາມາດໃຊ້ປຸກເຮືອນໄດ້.

ຊາວບ້ານໃນທ້ອງຖິ່ນ ແຂວງຊຽງໃໝ່ ປະເທດໄທ ທີ່ຢາກຫາລາຍໄດ້ເສີມ ຈະລວມກຸ່ມກັນອອກໄປເກັບໃບຕອງກຸງຢູ່ໃນປ່າ ຫຼັງຈາກນັ້ນເອົາມາຂາຍໃຫ້ຜູ້ທີ່ຜະລິດ ຫຼື ສາມາດມາເຮັດເປັນສິນຄ້າຂາຍເອງ, ເຊິ່ງລາຄາທີ່ຮັບຊື້ໃບຕອງກຸງນັ້ນຢູ່ທີ່ປະ 100 ໃບ ຕໍ່ 5,000-6,000 ກີບ. ຫຼັງຈາກຮັບຊື້ຈາກຊາວບ້ານໃນທ້ອງຖິ່ນແລ້ວ ຕ້ອງນຳມາທຳຄວາມສະອາດ, ຕາກແຫ້ງ, ຜ່ານຄວາມຮ້ອນ 140 ອົງສາ ແລ້ວຈຶ່ງມາຂຶ້ນຮູບເຮັດເປັນຖ້ວຍ-ຈານ, ເປັນຖາດ, ກະຕ່າ… ສາມາດສ້າງລາຍໄດ້ໃຫ້ຊາວບ້ານມື້ລະ 110,000-170,000 ກີບ.

ນອກຈາກຈະສ້າງລາຍໄດ້ແລ້ວ ທຸລະກິດດັ່ງກ່າວຍັງສາມາດຊ່ວຍລົດຄວາມສ່ຽງໃນການເກີດອັກຄີໄພໃນປ່າໄດ້ ແລະ ຊາວບ້ານເອງກໍໄດ້ໃຫ້ຄວາມສຳຄັນກັບສິ່ງແວດລ້ອມຫຼາຍຂຶ້ນ ແຖມຍັງເປັນການລົດການໃຊ້ພລາສຕິກໄປໃນຕົວອີກດ້ວຍ. ວິທີນີ້ນັບວ່າເປັນວິທີທີ່ສ້າງສັນ ແລະ ໜ້າເອົາເປັນແບບຢ່າງແທ້ໆ!



ຂອບໃຈຂໍ້ມູນຈາກ:
- https://www.nationtv.tv/news/378866056
- https://www.facebook.com/naiheaw/posts/3937265316320413
- https://www.phakhaolao.la/kb/0000964
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/