Invisibility Shield ເກາະຫາຍຕົວ ຈາກບໍລິສັດສະຕາດອັບໃນອັງກິດ ທີ່ສາມາດເຮັດໃຫ້ເຮົາຫາຍຕົວໄປໄດ້ດ້ວຍການຫັກເຫຂອງແສງ!


ຫາກເວົ້າເຖິງເລື່ອງເໜືອທຳມະຊາດ ເຊັ່ນ ການຫາຍຕົວ ຫຼາຍໆຄົນໜ້າຈະນຶກເຖິງຄວາມສາມາດນີ້ໃນຮູບເງົາ Super Hero Marvel, ຮູບເງົາແຟນຕາຊີ ຢ່າງ Harry Potter ຫຼື ໃນນະວະນິຍາຍເລື່ອງຕ່າງໆ ທີ່ເຄີຍຜ່ານຕາເຮົາມາແລ້ວ.

ແລະ ເພື່ອຢາກເຮັດໃຫ້ເລື່ອງເຫຼົ່ານີ້ບໍ່ແມ່ນມີພຽງໃນຮູບເງົາເທົ່ານັ້ນ ບໍລິສັດສະຕາດອັບຈາກລອນດອນ ໃນອັງກິດທີ່ມີຊື່ວ່າ Invisibility Shield Co ຈຶ່ງໄດ້ເຮັດການປະດິດນະວັດຕະກຳທີ່ມີຊື່ວ່າ Invisibility Shield ທີ່ມີຄຸນສົມບັດທີ່ຈະຊ່ວຍໃຫ້ເຮົາປິດບັງຕົວໄດ້ດ້ວຍການຫັກເຫຂອງແສງ ໂດຍບໍ່ໃຊ້ພະລັງງານຂອງໄຟຟ້າ.

ໂດຍການເຮັດວຽກຂອງເກາະ Invisibility Shield ນີ້ກໍຂ້ອນຂ້າງຈະງ່າຍ ເພາະວ່າມັນໃຊ້ເລນທີ່ຖືກອອກແບບມາໂດຍສະເພາະເພື່ອຫັກເຫບໍ່ໃຫ້ແສງຈາກຊັບເຈັກ (ວັດຖຸທີ່ຢູ່ທາງຫຼັງເກາະ) ໄປຕົກກະທົບທີ່ສາຍຕາຂອງຄົນເບິ່ງ (ທີ່ຢູ່ທາງດ້ານໜ້າຂອງເກາະ) ຫຼື ເວົ້າອີກຢ່າງຄື ໃນຂະນະທີ່ແສງຈາກພື້ນຫຼັງຈະເດີນທາງເປັນເສັ້ນຊື່ເຖິງສາຍຕາຂອງຄົນເບິ່ງ ແຕ່ແສງຈາກຊັບເຈັກຈະຖືກຫັກເຫອອກໄປເປັນແນວເສັ້ນຂວາງດ້ານຂ້າງ ເຮັດໃຫ້ຄົນທີ່ເບິ່ງຢູ່ນັ້ນແນມບໍ່ເຫັນ.

ສ່ວນວັດສະດຸທີ່ໃຊ້ຜະລິດ ທາງບໍລິສັດບອກວ່າແມ່ນເຮັດມາຈາກ ໂພລີເມີ້ (Polymer) ທີ່ຜ່ານການອັດຮີດ (extrusion) ແລະ ການເຮັດໃຫ້ມັນສວດ (embossing) ເພື່ອເຮັດເປັນເລນສວດຂະໜາດຍາວທີ່ວາງຮຽງກັນໃນແນວຕັ້ງ ແລະມີຄຸນສົມບັດປ້ອງກັນແສງ UV, ແຂງແຮງທົນທານ, ທົນຕໍ່ສະພາບອາກາດຮ້ອນ-ໜາວ ແລະ ຍັງສາມາດນຳໄປຣີໄຊເຄິນໄດ້ 100% ແບບບໍ່ກະທົບສິ່ງແວດລ້ອມອີກດ້ວຍ.

ທາງບໍລິສັດຍັງລະບຸອີກວ່າ ສະພາບແວດລ້ອມທີ່ຈະໃຊ້ງານເກາະໄດ້ດີ ແມ່ນຈະຕ້ອງເປັນສະຖານທີ່ທີ່ມີພື້ນຮາບພຽງ ຫຼື ມີລວດລາຍຄົງທີ່ ເຊັ່ນ ຕົ້ນໄມ້ແຄມຮົ້ວ, ກຳແພງ, ດິນຊາຍ ຫຼື ທ້ອງຟ້າ ແລະ ຖ້າມີເສັ້ນເປັນແນວນອນກໍຈະຍິ່ງຊ່ວຍໃຫ້ບັງໄດ້ດີຍິ່ງຂຶ້ນ ເຊັ່ນ ຮາງລົດໄຟ ຫຼື ເສັ້ນເທິງຖະໜົນ.

ທັງນີ້ Invisibility Shield Co ບໍລິສັດທີ່ເປັນຜູ້ປະດິດແລະພັດທະນາ ເກາະຫາຍຕົວ ຍັງໄດ້ເຮັດການເປີດລະດົມທຶນຜ່ານເວັບໄຊ Kickstarter ໂດຍກຳນົດລາຄາເກາະຂະໜາດໃຫຍ່ ຢູ່ທີ່ 299 ປອນ ແລະ ຂະໜາດນ້ອຍ ມີລາຄາຢູ່ທີ່ 49 ປອນ ເຊິ່ງຂະນະນີ້ມີຍອດຜູ້ຮ່ວມສະໜັບສະໜູນລວມກັນເປັນຈຳນວນຫຼາຍຮ້ອຍຄົນແລ້ວ.

ສຳລັບໃຜທີ່ສົນໃຈສາມາດເຂົ້າໄປຊ່ວຍລະດົມທຶນໄດ້ທີ່ ເວັບໄຊ Kickstarter ແຕ່ເນື່ອງດ້ວຍສະຖານະການສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ ທາງບໍລິສັດປະກາດຊັດເຈນວ່າຈະບໍ່ສົ່ງສິນຄ້າໄປທີ່ຣັດເຊຍແລະເບລາຣຸສໃນໄລຍະນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/