ຈາກໃບໄມ້ແຫ້ງທີ່ອາດຈະເປັນເຊື້ອໄຟໃຫ້ໄຟປ່າ ກາຍເປັນສິນຄ້າທົດແທນພລາສຕິກ ສ້າງລາຍໄດ້ໃຫ້ຊາວບ້ານທ້ອງຖິ່ນ


ເມື່ອເຂົ້າສູ່ຍາມອາກາດຮ້ອນ ບັນຫາໜຶ່ງທີ່ມັກຕາມມານັ້ນກໍຄື ໄຟປ່າ ເຊິ່ງເຊື້ອໄຟຢ່າງດີກໍແມ່ນໃບໄມ້ແຫ້ງທີ່ຫຼົ່ນນັ້ນເອງ. ໄຟປ່າ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດ ບໍ່ວ່າຈະເປັນຄົນ ຫຼື ສັດກໍໄດ້ຮັບຄວາມເດືອດຮ້ອນ ແລະ ການສູນເສຍເຊັ່ນກັນ. ດັ່ງນັ້ນ ຈຶ່ງໄດ້ມີຄົນກຸ່ມໜຶ່ງເກີດແນວຄວາມຄິດທີ່ຈະເອົາໃບໄມ້ແຫ້ງທີ່ອາດຈະກາຍເປັນເຊື້ອໄຟໃນປ່າ ມາແປຮູບເປັນຜະລິດຕະພັນບັນຈຸຕ່າງໆ ລົດຄວາມສ່ຽງຕໍ່ອັກຄີໄພ, ລົດປະລິມານຂີ້ເຫຍື້ອ ແລະ ສ້າງລາຍໄດ້ໃຫ້ແກ່ຊຸມຊົນ.

ໃບໄມ້ທີ່ຖືກນຳມາແປຮູບແມ່ນໃບຈາກ “ຕົ້ນກຸງ” ຫຼື “ຕົ້ນຕອງກຸງ” ຊື່ທາງວິທະຍາສາດແມ່ນ “Dipterocarpus tuberculatus” ເປັນພືດໃນກຸ່ມ genus Dipterrocarpus ທີ່ມີຄຸນສົມບັດປ້ອງກັນ ແລະ ຕ້ານທານເຊື້ອໄວຣັສ, ທຳລາຍເຊື້ອຈຸລິນຊີຕ່າງໆໃນລະດັບເຊວ, ຕ້ານອະນຸມູນອິດສະຫຼະທີ່ທຳລາຍຮ່າງງກາຍມະນຸດ,​ ຕ້ານເຊື້ອແບັກທີເຣຍ ແລະ ເຊື້ອຣາ. ໃບຂອງມັນຍັງນິຍົມກັນເອົາໄປເປັນຫຼັງຄາ, ຮາກຂອງມັນເປັນຢາ ແລະ ເນື້ອມັນຂອງມັນສາມາດໃຊ້ປຸກເຮືອນໄດ້.

ຊາວບ້ານໃນທ້ອງຖິ່ນ ແຂວງຊຽງໃໝ່ ປະເທດໄທ ທີ່ຢາກຫາລາຍໄດ້ເສີມ ຈະລວມກຸ່ມກັນອອກໄປເກັບໃບຕອງກຸງຢູ່ໃນປ່າ ຫຼັງຈາກນັ້ນເອົາມາຂາຍໃຫ້ຜູ້ທີ່ຜະລິດ ຫຼື ສາມາດມາເຮັດເປັນສິນຄ້າຂາຍເອງ, ເຊິ່ງລາຄາທີ່ຮັບຊື້ໃບຕອງກຸງນັ້ນຢູ່ທີ່ປະ 100 ໃບ ຕໍ່ 5,000-6,000 ກີບ. ຫຼັງຈາກຮັບຊື້ຈາກຊາວບ້ານໃນທ້ອງຖິ່ນແລ້ວ ຕ້ອງນຳມາທຳຄວາມສະອາດ, ຕາກແຫ້ງ, ຜ່ານຄວາມຮ້ອນ 140 ອົງສາ ແລ້ວຈຶ່ງມາຂຶ້ນຮູບເຮັດເປັນຖ້ວຍ-ຈານ, ເປັນຖາດ, ກະຕ່າ… ສາມາດສ້າງລາຍໄດ້ໃຫ້ຊາວບ້ານມື້ລະ 110,000-170,000 ກີບ.

ນອກຈາກຈະສ້າງລາຍໄດ້ແລ້ວ ທຸລະກິດດັ່ງກ່າວຍັງສາມາດຊ່ວຍລົດຄວາມສ່ຽງໃນການເກີດອັກຄີໄພໃນປ່າໄດ້ ແລະ ຊາວບ້ານເອງກໍໄດ້ໃຫ້ຄວາມສຳຄັນກັບສິ່ງແວດລ້ອມຫຼາຍຂຶ້ນ ແຖມຍັງເປັນການລົດການໃຊ້ພລາສຕິກໄປໃນຕົວອີກດ້ວຍ. ວິທີນີ້ນັບວ່າເປັນວິທີທີ່ສ້າງສັນ ແລະ ໜ້າເອົາເປັນແບບຢ່າງແທ້ໆ!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/