ຊາວຕ່າງຊາດກຽມແພັກກະເປົາ! ເກົາຫຼີໃຕ້ປະກາດເປີດປະເທດຕ້ອນຮັບນັກທ່ອງທ່ຽວຕັ້ງແຕ່ວັນທີ 1 ເມສາ ຟຣີວີຊ່າ ແລະ ບໍ່ຕ້ອງກັກຕົວ


ໃນວັນທີ 23 ມີນາທີ່ຜ່ານມາ ມີລາຍງານວ່າປະເທດເກົາຫຼີໃຕ້ໄດ້ປະກາດເປີດປະເທດຕ້ອນຮັບນັກທ່ອງທ່ຽວຕັ້ງແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ!

ໂດຍເນື້ອໃນຂອງການປະກາດດັ່ງກ່າວໄດ້ລະບຸວ່າ ບຸກຄົນໃດທີ່ໄດ້ຮັບສັກວັກຊີນ 2 ເຂັມ (1 ເຂັມຖ້າຫາກເປັນ Johnson & Johnson) ບໍ່ຈຳເປັນຕ້ອງກັກຕົວ 7 ມື້ ແລະ ໄດ້ມີການລົງປະຫວັດການສັກວັກຊີນໃນເວັບໄຊ. ແຕ່ຖ້າຫາກວ່າສັກວັກຊີນໄປແລ້ວຫຼາຍກວ່າ 180 ມື້ ຕ້ອງໄດ້ຮັບການປະເມີນວ່າຈະຕ້ອງໄດ້ຮັບການສັກເຂັມບູສເຕີ (ເຂັມ 3) ຫຼື ບໍ່.

ອ້າງອີງຈາກເວັບໄຊຂອງສະທານທູດສາທາລະນະລັດເກົາຫຼີປະຈຳເອທິໂອເປຍ ໄດ້ລະບຸຜ່ານເວັບໄຊຂອງຕົນເອງຜ່ານຫົວຂໍ້ “ປະກາດຍົກເລີກການລະງັບການເຂົ້າປະເທດໂດຍບໍ່ຕ້ອງຂໍວີຊ່າຊົ່ວຄາວ” ເຊິ່ງມີເນື້ອໃນສຳຄັນວ່າກະຊວງການຕ່າງປະເທດຂອງສາທາລະນະລັດເກົາຫຼີຕັດສິນໃຈຍົກເລີກຂໍ້ລະງັບຍົກເວັ້ນວີຊ່າຊົ່ວຄາວ ແລະ ບັນທຶກການແລກປ່ຽນແລະການເຂົ້າປະເທດ ໂດຍອະນຸຍາດໃຫ້ 46 ປະເທດສາມາດເຂົ້າປະເທດໄດ້ໂດຍ ບໍ່ຕ້ອງຂໍວີຊ່າ ເຊິ່ງມີດັ່ງນີ້.

  • ປະເທດ/ພາກພື້ນ ທີ່ອະນຸຍາດໃຫ້ເຂົ້າປະເທດໂດຍບໍ່ຕ້ອງຂໍວີຊ່າ (21 ປະເທດ)
    ໄດ້ແກ່ ນາອູຣູ, ອາຟຣິກາໃຕ້, ໝູ່ເກາະມາແຊລລ໌, ມໍຣິຊຽສ, ມອນເຕເນໂກຣ, ບາເຣນ, ບອສເນຍ ແລະເຮີເຊໂກວີນາ, ບອດສະວານາ, ເຊີເບຍ, ເຊເຊລສ໌, ອາເຈນຕິນາ, ເອສວາຕີນີ, ເອກວາດໍ, ໂອມານ, ຮອນດູຣັສ, ກາຕ້າ, ແຄນນາດາ, ຕູວາລູ, ປາຣາໄກວ, ຟິຈິ ແລະ ອອສເຕຣເລຍ.
  • ປະເທດທີ່ລົງນາມໃນຂໍ້ຕົກລົງຍົກເວັ້ນວີຊ່າ (ບັນທຶກການແລກປ່ຽນ) (25 ປະເທດ)
    ໄດ້ແກ່ ກົວເຕມາລາ, ສາທາລະນະລັດໂດມິນິກັນ, ຣັດເຊຍ, ເລໂຊໂທ, ມາເລເຊຍ, ໂມຣັອກໂກ, ບາຮາມາສ, ບຣາຊິວ, ເຊນລູເຊຍ, ຊູຣິນາເມ, ສະຫະລັດອາຣັບເອມິເຣດ, ເຮຕິ, ແອນຕິກາແລະບາບູດາ, ເອລ ຊັລວາດໍ, ອຸຣຸໄກວ, ອິສະຣາເອລ, ຈາໄມກ້າ, ຊິລີ, ຄາຊັກສະຖານ, ຄອສຕາຣິກາ, ໂຄລອມເບຍ, ໄທ, ຕຸຣກີ, ຕູນິເຊຍ, ຕຣິນິແດດ ແລະ ໂຕເບໂກ.

ໂດຍພົນລະເມືອງທີ່ໄດ້ກ່າວມາຂ້າງຕົ້ນນັ້ນ ຈະຕ້ອງໄດ້ສະໝັກເຂົ້າເກົາຫຼີໃຕ້ລ່ວງໜ້າຜ່ານລະບົບ K-ETA (Electronic Travel Authorization) ຕາມເວັບໄຊຂ້າງລຸ່ມນີ້!

https://www.k-eta.go.kr/portal/apply/index.do

ຢ່າງໃດກໍຕາມ ຍັງມີການລະບຸວ່າຜູ້ເດີນທາງທີ່ບໍ່ໄດ້ຮັບວັກຊີນແມ່ນຍັງຕ້ອງໄດ້ກັກຕົວ ແລະ ຜູ້ທີ່ເດີນທາງຈາກ ປາກີສະຖານ, ອຸຊເບກິສຖານ, ມຽນມາ ແລະ ຢູເຄຣນ ຈຳເປັນຕ້ອງໄດ້ກັກຕົວ ເຖິງແມ່ນວ່າຈະໄດ້ສັກວັກຊີນແລ້ວຫຼືຍັງກໍຕາມ.

ສ່ວນ ສປປລາວ ເຮົານັ້ນຍັງບໍ່ມີລາຍຊື່ໃນບັນດາປະເທດທີ່ສາມາດເດີນທາງເຂົ້າເກົາຫຼີໃຕ້ໂດຍບໍ່ຕ້ອງກັກຕົວ. ທັງນີ້ເຮົາກໍຕ້ອງມາຖ້າເບິ່ງອີກວ່າ ໃນການປະກາດເປີດປະເທດໃນຄັ້ງໜ້າ ປະເທດ ລາວ ຈະເປັນໜຶ່ງໃນປະເທດທີ່ສາມາດເດີນທາງເຂົ້າເກົາຫຼີໃຕ້ໂດຍບໍ່ຕ້ອງກັກຕົວຄືກັນກັບປະເທດກ່ອນໜ້າໄດ້ຫຼືບໍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/