ສາວຈີນຕໍ່ແຖວກວ່າ 2 ຊົ່ວໂມງ ເພື່ອຖ້າກວດໂຄວິດ! ສຸດທ້າຍພົບວ່າແຖວທີ່ຕໍ່ນັ້ນເປັນແຖວຂອງຮ້ານປີ້ງໄກ່


ເຊື່ອວ່າຫຼາຍຄົນເມື່ອໄປວຽກຢູ່ນອກເຊັ່ນ: ໄປໂຮງໝໍ, ທະນາຄານ ຫຼື ຮ້ານອາຫານ…ຕ້ອງເຄີຍຕໍ່ແຖວ ຫຼື  ເຂົ້າຄິວ ມາແລ້ວຢ່າງແນ່ນອນ ນັ້ນກໍເພາະເພື່ອເປັນຄວາມລະບຽບ ແລະ ຖ້າສົມມຸດວ່າແຖວທີ່ເຮົາຕໍ່ນັ້ນໃຊ້ເວລາດົນເກີນໄປ ບວກກັບຈຸດໝາຍທີ່ເຮົາຕ້ອງການມັນບໍ່ແມ່ນຄືສິ່ງທີ່ເຮົາຄິດໄວ້ເຈົ້າຈະເຮັດແນວໃດ?

ເຊັ່ນດຽວກັນກັບເຫດການຂອງສາວຊາວຈີນຄົນນີ້ ທີ່ລາວໄດ້ໄປຕໍ່ແຖວເພື່ອກວດໂຄວິດເປັນເວລາກວ່າ 2 ຊົ່ວໂມງ ສຸດທ້າຍລາວກໍ່ພົບວ່າແຖວທີ່ລາວຕໍ່ນັ້ນເປັນແຖວຂອງຮ້ານປີ້ງໄກ່.

ເລື່ອງລາວຊວນຫົວຂວັນນີ້ເປັນຂອງຍິງສາວຊາວຈີນທີ່ມີຊື່ວ່າ “ລີນ່າ ຫຼິນ” ອາໄສຢູ່ເມືອງຫາງໂຈ ມົນທົນ ເຈີ້ຈຽງ ຂອງຈີນ. ທັງນີ້ ເນື່ອງດ້ວຍສະຖານະການແຜ່ລະບາດຂອງໂຄວິດ-19 ຍັງແຜ່ກະຈາຍເປັນວົງກວ້າງຢູ່ນັ້ນ ເຮັດໃຫ້ປະຊາຊົນຕ້ອງໄດ້ຮັບການທົດສອບອາຊິດນິວຄລີອິກ (Nucleic acid)  ເພື່ອກວດສອບຫາເຊື້ອໂຄວິດ-19, ເມື່ອເປັນແບບນັ່ນ ລີນ່າ ເປັນຜູ້ໜຶ່ງທີ່ບໍ່ຢາກພາດໂອກາດໃນການກວດຄັ້ງນີ້ ລາວຈຶ່ງໄດ້ກຽມຕົວໃຫ້ພ້ອມໂດຍການຕັ້ງໃຈຕື່ນນອນໃຫ້ໄວ ເພື່ອເຂົ້າກວດໄປທີ່ໂຮງໝໍໃກ້ຄຽງກັບເຮືອນຂອງຕົນເອງ.

ເມື່ອ ລີນ່າ ມາຮອດໂຮງໝໍ ລາວໄດ້ສັງເກດເຫັນຄົນຈຳນວນຫຼາຍກຳລັງຢືນຕໍ່ແຖວຢູ່ ດ້ວຍຄວາມວ່າຢ້ານເຂົ້າກວດບໍ່ທັນ ລາວຈຶ່ງບໍ່ຖ້າຊ້າ ແລະ ໄດ້ເຂົ້າໄປຢືນຕໍ່ແຖວທັນທີ.

ຫຼັງຈາກນັ້ນເວລາກໍໄດ້ຜ່ານໄປ 1 ຊົ່ວໂມງ ແຕ່ ລີນ່າ ກໍບໍ່ໄດ້ຜິດສັງເກດຫຍັງເພາະເຂົ້າໃຈວ່າ ຄົນມັນຫຼາຍ ແລະການກວດນັ້ນກໍຕ້ອງໃຊ້ເວລາ. ຕໍ່ມາເວລາຜ່ານໄປອີກ ເປັນ 2 ຊົ່ວໂມງ ສຸດທ້າຍກໍຮອດຄິວຂອງ ລີນ່າ ເຊິ່ງລາວກໍໄດ້ຜິດສັງເກດບ່ອນວ່າ ສະຖານທີ່ກວດ ມັນຄືເປັນແປກໆ ເພາະມັນບໍ່ມີອຸປະກອນການກວດຫຍັງເລີຍ ທ້າຍສຸດລາວກໍໄດ້ຮູ້ຄວາມຈິງວ່າແຖວທີ່ລາວຕໍ່ຢູ່ນັ້ນເປັນແຖວຂອງຮ້ານປີ້ງໄກ່ ທີ່ຕັ້ງຢູ່ຂ້າງໂຮງໝໍຮັບກວດໂຄວິດ. ເພື່ອເປັນການແກ້ອາຍ ແລະ ບໍ່ຢາກໃຫ້ເວລາ 2-3 ຊົ່ວໂມງທີ່ລາວຕໍ່ແຖວເສຍໄປແບບສູນເປົ່າ ລາວເລີຍໄດ້ຊື້ປີ້ງໄກ່ 2 ຊຸດກັບເມືອກິນຢູ່ເຮືອນ.

ຫຼັງຈາກເລື່ອງລາວນີ້ໄດ້ຖືກເຜີຍແຜ່ອອກໄປ ມັນກໍໄດ້ກາຍເປັນທີ່ເວົ້າເຖິງຢ່າງຫຼວງຫຼາຍໃນໂລກໂຊຊ້ຽວຂອງຈີນ ພ້ອມມີຄອມເມັ້ນຕ່າງໆນານາເຖິງເຫດການນີ້ ບາງຄົນກໍສົງໄສວ່າຣົດຊາດຂອງປີ້ງໄກ່ນັ້ນມັນແຊບຈົນຫຼາຍຄົນຍອມຕໍ່ແຖວຍາວເປັນ 2 ຊົ່ວໂມງເລີຍຫວາ, ບາງຄົນກໍວ່າມັນເກີນຄວາມເປັນຈິງ…

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/