ຈະເລືອກຄະນະຮຽນແນວໃດ ບໍ່ໃຫ້ຮູ້ສຶກເສຍໃຈໃນອະນາຄົດ?


ໄລຍະນີ້ ເປັນໄລຍະທີ່ນ້ອງໆ ມ.7 ຫຼາຍຄົນ ກຳລັງກະກຽມຄວາມພ້ອມເພື່ອເສັງເຂົ້າຮຽນໃນລະດັບວິທະຍາໄລ-ມະຫາວິທະຍາໄລຕ່າງໆ, ຫຼາຍຄົນກໍພວມລົງຮຽນເພີ່ມ ເພື່ອໃຫ້ສາມາດສອບເສັງເຂົ້າໃນຄະນະທີ່ຕົນເອງໃຝ່ຝັນ ແຕ່ໃນຂະນະດຽວກັນ ອາດຍັງມີນ້ອງໆຫຼາຍຄົນທີ່ຍັງສັບສົນ ແລະ ບໍ່ຮູ້ວ່າຕົນເອງຢາກເປັນຫຍັງ? ຢາກຮຽນຫຍັງ? ແລະ ຄວນເລືອກສາຍຮຽນແນວໃດ ເພື່ອໃຫ້ໝັ້ນໃຈວ່າຕົນເອງຈະບໍ່ເສຍໃຈ ແລະ ຈະຮູ້ໄດ້ແນວໃດວ່າຄະນະທີ່ຈະເລືອກ ແມ່ນໄດ້ຕັດສິນໃຈພາຍໃຕ້ການຊັ່ງຊາເຫດຜົນໂດຍຖີ່ຖ້ວນແລ້ວ ເຊິ່ງບໍ່ແມ່ນເລືອກຮຽນຕາມໃຈຜູ້ປົກຄອງ ຫຼື ເລືອກຮຽນຍ້ອນວ່າຢາກຮຽນຄະນະດຽວກັນກັບໝູ່.

ມື້ນີ້ ພວກເຮົາໄດ້ຮວບຮວມເອົາຫຼາກຫຼາຍວິທີ ເພື່ອປະກອບການຕັດສິນໃຈໃນການເລືອກຄະນະຮຽນ ມາຝາກ ເພື່ອໃຫ້ນ້ອງໆສາມາດເລືອກຮຽນຄະນະທີ່ຕົນເອງມັກ, ໃຊ້ຊີວິດນັກສຶກສາໄດ້ຢ່າງມີຄວາມສຸກ ແລະ ບໍ່ຮູ້ສຶກເສຍໃຈກັບການຕັດສິນໃຈໃນການເລືອກເສັ້ນທາງຂອງຕົນ.

ສຳຫຼວດຕົນເອງເພື່ອໃຫ້ຮູ້ຈັກຕົນເອງ ກ່ອນຕັດສິນໃຈເລືອກຄະນະຮຽນ

ກ່ອນທີ່ຈະເລືອກຄະນະຮຽນ ນ້ອງໆຄວນຈະເລີ່ມຕົ້ນຈາກການສຳຫຼວດຕົນເອງກ່ອນ ເພື່ອໃຫ້ຮູ້ຈັກວ່າຕົນເອງເປັນຄົນແບບໃດ, ມີບຸກຄະລິກກະພາບແບບໃດ, ມີຄວາມຖະໜັດຫຍັງແດ່, ມີຄວາມບໍ່ຖະໜັດຫຍັງແດ່, ມີຄວາມມັກເຮັດກິດຈະກຳແບບໃດເປັນພິເສດ ດັ່ງນີ້:

  1. ຮູ້ຈັກບຸກຄະລິກຂອງຕົນເອງ

ການເລືອກສາຍຮຽນໃຫ້ເຂົ້າກັບບຸກຄະລິກກະພາບຂອງຕົນ ແມ່ນເປັນພື້ນຖານທຳອິດທີ່ສຳຄັນ. ດັ່ງນັ້ນ, ເຮົາຈຶ່ງຈຳເປັນຕ້ອງຮູ້ວ່າເຮົາເປັນຄົນທີ່ມີບຸກຄະລິກກະພາບແບບໃດ ເຊັ່ນ: ຖ້າເຮົາເປັນຄົນມັກອ່ານ, ມັກເວົ້າກ້າສະແດງອອກ ຫຼື ມີຄວາມ Extrovert ອາດພິຈາລະນາເລືອກເສັງເຂົ້າຄະນະທີ່ກ່ຽວຂ້ອງກັບສາຍອາຊີບທີ່ໄດ້ສະແດງອອກ ຕົວຢ່າງເຊັ່ນ: ຄະນະສື່ສານມວນຊົນ, ສຶກສາສາດ (ຄູ), ການຕະຫຼາດ ເປັນຕົ້ນ. ແຕ່ຖ້າເຮົາເປັນຄົນງຽບໆ, ມັກແກ້ໄຂບັນຫາຄົນດຽວ ຫຼື ມີຄວາມເປັນ Introvert ກໍອາດເລືອກຮຽນສາຍອາຊີບທີ່ກ່ຽວຂ້ອງກັບບຸກຄະລິກ ຕົວຢ່າງເຊັ່ນ: ສາຍງານດ້ານໄອທີ, ວິທະຍາສາດ, ນັກວິໄຈ-ຄົ້ນຄວ້າ, ສັດຕະວະແພດ, ບັນຊີ-ການເງິນ ເປັນຕົ້ນ.​

  1. ຮູ້ຈັກຄວາມຖະໜັດ ແລະ ບໍ່ຖະໜັດຂອງຕົນເອງ

ທຸກຄົນຈະມີສິ່ງທີ່ເຮົາຖະໜັດ ແລະ ສິ່ງທີ່ເຮົາບໍ່ຖະໜັດ. ດັ່ງນັ້ນ, ເຮົາຄວນເລືອກສາຍຮຽນທີ່ກ່ຽວຂ້ອງກັບສິ່ງທີ່ເຮົາສາມາດເຮັດໄດ້ດີທີ່ສຸດ ແລະ ພະຍາຍາມຫຼີກເວັ້ນສາຍຮຽນທີ່ຕົນເອງບໍ່ມີຄວາມຖະໜັດ. ຕົວຢ່າງເຊັ່ນ: ຖ້າຫາກນ້ອງໆຄົນໃດ ມີຄວາມຖະໜັດ ຫຼື ມີຄວາມສາມາດໃນການຄິດໄລ່ຄຳນວນໄດ້ດີ ການເລືອກຮຽນຄະນະທີ່ກ່ຽວຂ້ອງກັບຕົວເລກ ຈະເປັນການຕັດສິນໃຈທີ່ດີ, ໃນທາງກົງກັນຂ້າມ ຖ້າຫາກເຮົາບໍ່ມີຄວາມຖະໜັດ ຫຼື ຢາກຮຽນຕາມໃຈຜູ້ປົກຄອງ ຫຼື ຍ້ອນມີໝູ່ຮຽນນຳ ຈຶ່ງເປັນການຕັດສິນໃຈທີ່ຜິດພາດ ເພາະຈະເຮັດໃຫ້ບໍ່ມີຄວາມສຸກໃນການຮຽນ ແລະ ບໍ່ສາມາດປະສົບຄວາມສຳເລັດໃນການຮຽນໄດ້ດີເທົ່າການເລືອກຮຽນໃນສາຍຮຽນທີ່ເຮົາມີຄວາມຖະໜັດ.

  1. ຮູ້ຈັກຄວາມມັກ, ຄວາມຫຼົງໄຫຼ (Passion) ຂອງຕົນເອງ

ຄວາມມັກ ຫຼື ຄວາມຫຼົງໃຫຼ ອາດເກີດມາຈາກຄວາມໃຝ່ຝັນໃນໄວເດັກຂອງເຮົາ ຫຼື ອາດໄດ້ແຮງບັນດານໃຈມາຈາກໃຜຜູ້ໜຶ່ງທີ່ເປັນບຸກຄົນຕົ້ນແບບໃຫ້ເຮົາຢາກເປັນ ຫຼື ຢາກພັດທະນາໃຫ້ໄປຮອດຈຸດດຽວກັນກັບບຸກຄົນຕົ້ນແບບ. ລອງສັງເກດຕົນເອງເບິ່ງວ່າ ສິ່ງໃດທີ່ເຮົາເຮັດແລ້ວຮູ້ສຶກຄືກັບວ່າເຮັດແລ້ວບໍ່ຮູ້ອິດເມື່ອຍ ແຖມຍັງມີໄຟ, ມີແນວຄິດສ້າງສັນໃໝ່ໆອອກມາແບບບໍ່ຮູ້ຈົບ ສິ່ງນັ້ນເຮົາເອີ້ນວ່າ ຄວາມຫຼົງໃຫຼ (Passion). ດັ່ງນັ້ນ, ຖ້າຫາກເຮົາຮູ້ວ່າຕົນເອງຫຼົງໃຫຼສິ່ງໃດ ກໍລອງຮວບຮວມລາຍຊື່ຄະນະຮຽນທີ່ກ່ຽວຂ້ອງ ເຂົ້າມາໃນ List ຄະນະທີ່ຢາກຮຽນ ເພື່ອປະກອບການຕັດສິນໃຈ.

ຂໍ້ທີ່ຄວນຫຼີກເວັ້ນໃນການເລືອກຄະນະຮຽນ ມີຫຍັງແດ່?

ເຮົາຄວນເລືອກຄະນະຮຽນທີ່ມາຈາກຄວາມຖະໜັດ, ຄວາມມັກ ແລະ ສອດຄ່ອງກັບບຸກຄະລິກກະພາບຂອງຕົນ. ທັງນີ້, ຂໍ້ຫ້າມໃນການເລືອກຄະນະຮຽນ ມີດັ່ງນີ້:

  • ຢ່າເລືອກຍ້ອນໝູ່ ຫຼື ສັງຄົມອ້ອມຂ້າງບອກວ່າດີ ໂດຍປາສະຈາກການຫາຂໍ້ມູນ

ນ້ອງໆບາງຄົນຢ້ານວ່າຕົນເອງຈະບໍ່ມີໝູ່ ຖ້າຫາກເລືອກຮຽນຄະນະອື່ນທີ່ໝູ່ບໍ່ໄດ້ຮຽນນຳ. ການຕັດສິນໃຈຮຽນຕາມໝູ່ ໂດຍທີ່ຕົນເອງບໍ່ໄດ້ມັກ ຫຼື ບໍ່ຖະໜັດ ຈຶ່ງພາໃຫ້ຊີວິດໃນຮົ້ວມະຫາວິທະຍາໄລ ເຕັມໄປດ້ວຍຄວາມກົດດັນ, ບໍ່ມີຄວາມສຸກໃນການຮຽນ ແລະ ບໍ່ສາມາດປະສົບຄວາມສຳເລັດໃນການຮຽນໄດ້. ນອກນັ້ນ ບໍ່ຄວນເລືອກ ຍ້ອນສັງຄົມອ້ອມຂ້າງບອກວ່າຮຽນຄະນະນີ້ດີ, ຮຽນຈົບແລ້ວມີວຽກເຮັດ ແລະ ເງິນເດືອນສູງ ເພາະວ່າເງື່ອນໄຂທາງເສດຖະກິດແຕ່ລະໄລຍະປ່ຽນແປງໄດ້ຕະຫຼອດເວລາ ຈາກແຕ່ກ່ອນອາດເປັນທີ່ນິຍົມ ແຕ່ມາຮອດປັດຈຸບັນອາດບໍ່ສາມາດຕອບໂຈດເງື່ອນໄຂທາງເສດຖະກິດສັງຄົມໄດ້ອີກຕໍ່ໄປ. ດັ່ງນັ້ນ, ຈຶ່ງຄວນເລືອກຫາຂໍ້ມູນດ້ວຍຕົວເອງ ແລະ ຕັດສິນໃຈພາຍໃຕ້ການຄິດຖີ່ຖ້ວນຮອບຄອບ.

  • ຢ່າເລືອກຍ້ອນຢາກຕາມໃຈຜູ້ປົກຄອງ

ໃນໄລຍະທີ່ຍັງນ້ອຍ ນ້ອງໆຫຼາຍຄົນອາດເຄີຍຖືກຜູ້ປົກຄອງເລືອກວິຊາໃຫ້ຮຽນເພີ່ມ ຫຼື ກຳນົດຕາຕະລາງຮຽນໃຫ້ ແຕ່ເມື່ອນ້ອງໆກຳລັງຈະເປັນນັກສຶກສາ ແລະ ກຳລັງຈະກ້າວເຂົ້າສູ່ຕະຫຼາດແຮງງານໃນອະນາຄົດແລ້ວ ການຕັດສິນໃຈດ້ວຍຕົນເອງຈຶ່ງເປັນສິ່ງທີ່ສຳຄັນ, ຢ່າເລືອກຮຽນພຽງເພາະວ່າຕ້ອງການຮຽນຕາມໃຈຜູ້ປົກຄອງ ແຕ່ຕົນເອງບໍ່ມີຄວາມຖະໜັດ ຫຼື ບໍ່ແທດເໝາະກັບບຸກຄະລິກກະພາບຂອງຕົນ ເພາະເສັ້ນທາງອະນາຄົດຂ້າງໜ້າ ກໍລ້ວນແລ້ວແຕ່ມີຜົນຕໍ່ການຕັດສິນໃຈເລືອກເສັ້ນທາງຮຽນຂອງນ້ອງໆໃນເວລານີ້.  

  • ຢ່າເລືອກຍ້ອນພຽງແຕ່ວ່າຢາກມີຊື່ຕິດໃນຄະນະນັ້ນ

ໃນຮົ້ວມະຫາວິທະຍາໄລໃດໜຶ່ງ ອາດມີຄະນະຮຽນທີ່ມີຊື່ສຽງໂດ່ງດັງ ທີ່ໃຜໆກໍໃຝ່ຝັນຢາກເຂົ້າໄປມີຊື່ຮຽນໃນຄະນະນັ້ນ ແຕ່ການທີ່ນ້ອງໆຢາກເຂົ້າໄປຮຽນ ຍ້ອນເຫດຜົນພຽງແຕ່ຢາກມີຊື່ິຕິດໃນຄະນະ ຄົງເປັນເຫດຜົນທີ່ບໍ່ພຽງພໍໃຫ້ເລືອກເທື່ອ. ຢ່າລືມປະເມີນວ່າເຮົາມີຄຸນສົມບັດເໝາະສົມກັບຄະນະທີ່ເຮົາຢາກເຂົ້າໄປຮຽນຫຼືບໍ່, ມີເຫດຜົນອື່ນອີກບໍ່ ທີ່ເຮັດໃຫ້ຢາກມີຊື່ຕິດໃນຄະນະນັ້ນ.

ຖ້ານ້ອງມີຄະນະທີ່ຢາກຮຽນແລ້ວ ແຕ່ພໍ່ແມ່ບໍ່ເຫັນດີນຳ ຈະຕ້ອງເຮັດແນວໃດ?

ບາງຄັ້ງ ຄະນະທີ່ເຮົາຢາກຮຽນ ຊ້ຳພັດບໍ່ແມ່ນຄະນະທີ່ຜູ້ປົກຄອງເຫັນດີນຳ ແລະ ຫຼາຍຄັ້ງເມື່ອລອງສົນທະນາຫົວຂໍ້ນີ້ກັບປົກຄອງ ອາດຕ້ອງຈົບລົງດ້ວຍຄວາມບໍ່ເຂົ້າໃຈກັນ, ນ້ອງໆອາດນ້ອຍໃຈ ແລະ ເຂົ້າໃຈວ່າກຳລັງຖືກຜູ້ປົກຄອງຕຳໜິ ຫຼື ບໍ່ເຊື່ອໝັ້ນໃນຄວາມສາມາດຂອງນ້ອງໆ. ກ່ອນອື່ນໝົດ, ຢາກໃຫ້ເຊື່ອວ່າພໍ່ແມ່ທຸກຄົນ ປາຖະໜາຢາກເຫັນລູກໆປະສົບຄວາມສຳເລັດໃນເສັ້ນທາງຊີວິດຂ້າງໜ້າ ພໍ່ແມ່ຈຶ່ງຢາກພານ້ອງໆເດີນທາງໃນເສັ້ນທາງທີ່ຄິດວ່າປອດໄພທີ່ສຸດ. ແຕ່ມັນກໍບໍ່ເປັນຫຍັງເລີຍ ຖ້າຫາກນ້ອງໆຢາກຈະມີເສັ້ນທາງຊີວິດເປັນຂອງຕົນເອງ ແຕ່ເຮົາຄວນຮູ້ວິທີທີ່ຈະສື່ສານແນວໃດເພື່ອໃຫ້ພໍ່ແມ່ເຫັນດີກັບສິ່ງທີ່ນ້ອງໆຕັດສິນໃຈ. ທັງນີ້, ນ້ອງໆອາດຕ້ອງໄດ້ຫາຂໍ້ມູນຄະນະທີ່ຢາກຮຽນ, ຍົກຕົວຢ່າງບຸກຄົນທີ່ສາມາດປະສົບຄວາມສຳເລັດໃນຄະນະທີ່ນ້ອງໆຢາກເຂົ້າຮຽນ ເພື່ອເປັນຂໍ້ມູນອ້າງອີງໃຫ້ພໍ່ແມ່ໄດ້ຮັບຮູ້ເຖິງແນວຄວາມຄິດ ແລະ ຄວາມຕັ້ງໃຈຈິງຂອງນ້ອງໆ. ເຊື່ອວ່າຖ້າຫາກເຮົາມີຄວາມຕັ້ງໃຈ ມີຂໍ້ມູນແໜ້ນພຽງພໍ ພໍ່ແມ່ຫຼາຍຄົນຈະເຂົ້າໃຈໄດ້ ແລະ ອາດປ່ຽນໃຈ ກາຍມາເປັນຜູ້ສະໜັບສະໜູນເຮົາຕື່ມອີກດ້ວຍ.

ຖ້າມີຄະນະທີ່ຢາກຮຽນ ແຕ່ນ້ອງໆຮຽນບໍ່ເກັ່ງພໍທີ່ຈະເສັງເຂົ້າຄະນະນັ້ນ ຄວນຈະເຮັດແນວໃດ?

ນ້ອງໆບາງຄົນ ອາດມີຜົນຄະແນນການຮຽນຕອນ ມ.ປາຍ ບໍ່ສູງພຽງພໍທີ່ຈະເສັງເຂົ້າໃນຄະນະນັ້ນ ອາດເກີດຄວາມຮູ້ສຶກນ້ອຍເນື້ອຕ່ຳໃຈວ່າຕົນເອງບໍ່ເກັ່ງ ບໍ່ມີຄວາມສາມາດພຽງພໍທີ່ຈະເສັງເຂົ້າຮຽນໃນຄະນະທີ່ຄາດຫວັງ. ຖ້າຫາກນ້ອງໆມີເວລາພຽງພໍ ການກຽມຕົວຕິວບົດສອບ ຫຼື ລົງຮຽນເພີ່ມໃນວິຊາທີ່ຄິດວ່າເຮົາຍັງບໍ່ເກັ່ງ ກ່ອນທີ່ຈະຮອດເວລາເສັງເຂົ້າຄະນະນັ້ນ ຈະພໍຊ່ວຍນ້ອງໆໄດ້ໃນລະດັບໜຶ່ງ. ແຕ່ເຖິງຢ່າງໃດກໍຕາມ, ຖ້າຫາກທ້າຍສຸດແລ້ວອາດບໍ່ໄດ້ຮຽນຄະນະໃນຝັນ ກໍບໍ່ໄດ້ໝາຍຄວາມວ່ານ້ອງບໍ່ເກັ່ງ ຫຼື ບໍ່ມີຄວາມສາມາດ, ໃນຄວາມໂຊກຮ້າຍຫຼາຍຄັ້ງກໍມີຄວາມໂຊກດີ ນ້ອງໆອາດມາຄົ້ນພົບພາຍຫຼັງວ່າ ຄວາມໃຝ່ຝັນທີ່ຕົນເອງມັກ ແລະ ມີ Passion ກັບມັນແທ້ຈິງແລ້ວ ບໍ່ແມ່ນການໄດ້ຮຽນໃນຄະນະນັ້ນ ແຕ່ອາດແມ່ນສິ່ງອື່ນກໍເປັນໄດ້.​ ມີບຸກຄົນຕົ້ນແບບທີ່ເປັນຄົນດັງລະດັບໂລກ ທີ່ເຄີຍຮຽນມະຫາວິທະຍາໄລ ແຕ່ມາຄົ້ນພົບພາຍຫຼັງວ່າຕົນເອງມີຄວາມຫຼົງໃຫຼສິ່ງອື່ນ ແລະ ເຂົາເຈົ້າກໍສາມາດປະສົບຄວາມສຳເລັດຈົນມີຊື່ສຽງໂດ່ງດັງລະດັບໂລກ ເຊັ່ນ:  Michael Dell ເຈົ້າຂອງຜູ້ຜະລິດຄອມພິວເຕີຍີ່ຫໍ້ Dell ເຂົາເຄີຍເຂົ້າຮຽນມະຫາວິທະຍາໄລເທັກຊັດ ແຕ່ກໍລາອອກກ່ອນທີ່ຈະຮຽນຈົບ ເນື່ອງຈາກເຂົາພົບວ່າຕົນເອງສາມາດປະສົບຄວາມສຳເລັດຈາກຜົນງານການປະດິດຊິ້ນສ່ວນຄອມພິວເຕີ ຈຶ່ງກ້າວອອກນອກຮົ້ວມະຫາວິທະຍາໄລເພື່ອສ້າງສິ່ງທີ່ຍິ່ງໃຫຍ່ໃຫ້ໂລກ. ນອກນັ້ນ, ກໍຍັງມີ David Green ເຈົ້າຂອງທຸລະກິດແຟຣນຊາຍສິລະປະ ແລະ ງານສີມື “Hobby Lobby” ທີ່ໃນອະດີດເຂົາບໍ່ມີແມ້ແຕ່ໂອກາດຈະໄດ້ເຂົ້າຮຽນໃນລະດັບມະຫາວິທະຍາໄລ ເຂົາຮຽນຈົບພຽງແຕ່ ມ.ປາຍ ແຕ່ກໍສາມາດສູ້ຊົນຈົນສາມາດກໍ່ຕັ້ງກິດຈະການນ້ອຍໆດ້ວຍເງິນກູ້ຢືມ 600 ໂດລາ, ຈົນມາຮອດປີ 1972 ເຂົາກໍສາມາດປະສົບຄວາມສຳເລັດໃນຊີວິດໄດ້ເຊັ່ນກັນ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/VHisx

http://cuts2.com/WRIqt

http://cuts2.com/eVQPz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/