ຄົນ Gen Z ໃນສະຫະລັດອາເມຣິກາມີອັດຕາສ່ວນສູງສຸດໃນການນິຍາມຕົນເອງວ່າເປັນ LGBTQ


ໃນຍຸກສະໄໝນີ້ການຍອມຮັບຕົນເອງວ່າເປັນ LGBTQ ແມ່ນເປັນເລື່ອງປົກກະຕິ ແລະ ຄ່ານິຍົມຕ່າງໆຂອງສັງຄົມ ກໍປ່ຽນແປງໄປຕາມການໃຊ້ຊີວິດຂອງຄົນແຕ່ຍຸກແຕ່ລະສະໄໝ. ເມື່ອບໍ່ດົນມານີ້ກໍໄດ້ມີຜົນສຳຫຼວດອອກມາວ່າຄົນ Gen Z ຖືວ່າເປັນກຸ່ມຄົນທີ່ອອກມານິຍາມຕົນເອງວ່າເປັນ LGBTQ ຫຼາຍທີ່ສຸດໃນສະຫະລັດອາເມຣິກາ ແລະ ຄົນ Gen Z ກໍເປັນກຳລັງສຳຄັນໃຫ້ຄົນໃນ Gen ຕ່າງໆກ້າທີ່ຈະອອກມາເປີດເຜີຍຕົວ.

Gallup Survey ບໍລິສັດສຳຫຼວດແລະວິເຄາະ ຂອງສະຫະລັດອາເມຣິກາ ໄດ້ລະບຸວ່າຂໍ້ມູນດັ່ງກ່າວແມ່ນໄດ້ຜ່ານການສຳຫຼວດຈາກປະຊາກອນ 12,000 ຄົນໃນອາເມຣິກາ ເຊິ່ງລະບຸວ່າເປັນຜົນສໍາຫຼວດໃນປີ 2022 ນີ້ 7.1% ຂອງຜູ້ໃຫຍ່ໃນອາເມຣິກາ ນິຍາມຕົນເອງວ່າເປັນ LGBTQ ຫຼາຍຂຶ້ນ ເປັນຕົວເລກທີ່ສູງຂຶ້ນຫຼາຍຫາກທຽບກັບປີ 2012 ແລະ ຍັງເພີ່ມຈາກປີກ່ອນເຊິ່ງມີ 5.6% ຂອງຊາວອາເມຣິກາ ທີ່ລະບຸວ່າຕົນເອງເປັນ LGBTQ.

ໃນຈຳນວນຂອງຜູ້ທີ່ນິຍາມຕົວເອງເປັນ LGBTQ ນີ້ມີກຸ່ມຄົນທີ່ເປັນ Gen Z (Gallup ກ່າວວ່າເປັນກຸ່ມຄົນທີ່ເກີດໃນປີ 1997-2003) ແມ່ນມີຢູ່ທີ່ 21% ຖືວ່າເປັນອັດຕາສ່ວນທີ່ຫຼາຍທີ່ສຸດໃນບັນດາທຸກກຸ່ມ ຮອງລົງມາແມ່ນ ຄົນ Gen Y ແມ່ນ 10.5% ແລະ ຄົນ Gen X 4.2% ສ່ວນກຸ່ມ baby boomer (ບຸກຄົນທີ່ເກີດຫຼັງສົງຄາມໂລກ) ແມ່ນຢູ່ທີ່ 0.8%.

ຕາມລາຍງານລະບຸຕື່ມອີກວ່າ ອັດຕາການເພີ່ມຂຶ້ນຂອງຜູ້ທີ່ນິຍາມຕົນເອງວ່າເປັນ LGBTQ ໃນກຸ່ມຄົນ Gen Z ນັ້ນສະທ້ອນເຖິງວັດທະນະທຳຂອງການຍອມຮັບກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດທີ່ເພີ່ມຂຶ້ນໃນສັງຄົມ ເຊິ່ງມາພ້ອມກັບໄລຍະເວລາທີ່ບັນດາຄົນ Gen Z ເຕີບໃຫຍ່ເປັນຜູ້ໃຫຍ່ແລ້ວ ໃນຂະນະດຽວກັນກຸ່ມຄົນຮຸ່ນເກົ່າກໍເລີ່ມລົ້ມຫາຍຕາຍຈາກໄປຕາມການເວລາ.

Jeffrey Jones ຜູ້ທີ່ເປັນບັນນາທິການອາວຸໂສ ຂອງ Gallup ກໍໄດ້ໃຫ້ຄຳຄິດເຫັນກັບເລື່ອງນີ້ ໂດຍກ່າວວ່າ “ພວກເຂົາເຕີບໃຫຍ່ມາພາຍໃຕ້ວັດທະນະທໍາທີ່ການເປັນ LGBTQ ເປັນເລື່ອງປົກກະຕິ ແລະ ບໍ່ແມ່ນສິ່ງທີ່ຄົນຕ້ອງອາຍຫຼືລີ້ອີກຕໍ່ໄປ”.

Jeffrey ກ່າວເສີມອີກວ່າ “ເຖິງຈະມີການປະຕິບັດທາງເພດຢູ່ໃນສັງຄົມ ແຕ່ມັນຈະບໍ່ຄືກັບເມື່ອກ່ອນແລ້ວ ເພາະກະແສສັງຄົມປ່ຽນໄປ ພຶດຕິກຳແລະທັດສະນະຄະຕິຂອງຜູ້ຄົນກໍກຳລັງປ່ຽນໄປເຊັ່ນກັນ”.

ທາງດ້ານ Joni Madison ປະທານຊົ່ວຄາວຂອງ Human Rights Campaign ໄດ້ກ່າວເຖິງຜົນສຳຫຼວດນີ້ວ່າ ດ້ວຍຈຳນວນປະຊາກອນ LGBTQ+ ທີ່ເພີ່ມຂຶ້ນຫຼາຍກວ່າເກົ່າ, ໃຊ້ຊີວິດຢູ່ຢ່າງເປີດເຜີຍ ແລະ ຍອມຮັບຕົວຕົນຂອງຕົນເອງ ການຕໍ່ສູ້ເພື່ອສິດທິຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດຈະຕ້ອງດຳເນີນຕໍ່ໄປເພື່ອເປັນຕົວແທນຂອງຊຸມຊົນທີ່ສວຍງາມແລະ ກຳລັງເຕີບໃຫ່ຢ່າງຕໍ່ເນື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/