ຍີ່ປຸ່ນເປີດຄາເຟແມວດຳ ສະແດງໃຫ້ເຫັນວ່າແມວດຳກໍໜ້າຮັກເຊັ່ນກັນ ບໍ່ໄດ້ເປັນສັນຍະລັກຂອງຄວາມໂຊກຮ້າຍສະເໝີໄປ


ຕັ້ງແຕ່ນ້ອຍຈົນໃຫຍ່ ເຮົາອາດຈະເຄີຍໄດ້ຍິນຄຳທີ່ຜູ້ເຖົ້າຜູ້ແກ່ເພິ່ນເວົ້າວ່າ ແມວດຳ ເປັນສັນຍະລັກຂອງຄວາມໂຊກຮ້າຍ ທັງຍັງມີການປຽບທຽບແມວດຳແທນຜີຕ່າງໆ ເຮັດໃຫ້ບາງຄົນກໍຕິດພາບແມວດຳເປັນແບບນັ້ນ, ເຊິ່ງໃນຄວາມຈິງແລ້ວ ນ້ອງແມວບໍ່ສາມາດເລືອກສີຂອງຕົນເອງໄດ້ເພາະມັນຖືກຖ່າຍທອດທາງກຳມະພັນ ແລະ ນ້ອງແມວທຸກໂຕກໍຕ້ອງການຄວາມຮັກຈາກມະນຸດເຊັ່ນກັນ.

ແຕ່ Nekobiyaka Café ຄາເຟເມວດໍາທີ່ຕັ້ງຢູ່ເມືອງ Himeiji ແຂວງ Hyogo ປະເທດຍີ່ປຸ່ນບໍ່ໄດ້ຄິດແບບນັ້ນ Yagi ເຈົ້າຂອງຮ້ານຄາເຟແຫ່ງນີ້ໄດ້ບອກວ່າ ການເປີດຄາເຟແມວດຳເຮັດໃຫ້ແມວດຳມີໂອກາດຖືກຮັບລ້ຽງເພີ່ມຂຶ້ນ ເພາະວ່າໃນປະເທດຍີ່ປຸ່ນເອງກໍມີແມວຈອນຈັດຢູ່ເປັນຈຳນວນຫຼາຍ ແລະ ແມວດຳກໍມີອັດຕາການຖືກຮັບໄປລ້ຽງໜ້ອຍທີ່ສຸດ ເນື່ອງຈາກຄວາມເຊື່ອທີ່ວ່າແມວດຳເປັນສັນຍະລັກແຫ່ງຄວາມໂຊກຮ້າຍ Yagi ຈຶ່ງດຶງເອົາຄວາມໜ້າຮັກຂອງນ້ອງແມວດຳທັງຫຼາຍອອກມາດ້ວຍການບໍລິການໃນຄາເຟເພື່ອສະແດງໃຫ້ເຫັນວ່າ ແມວດຳ ກໍໜ້າຮັກຄືກັບແມວສີອື່ນ.

ແຮງບັນດານໃຈໃນການເຮັດ Nekobiyaka Café ນັ້ນ Yagi ບອກວ່າໄດ້ແຮງບັນດານໃຈມາຈາກນ້ອງແມວດຳ Jiji ໃນອະນິເມຊັນຂອງ Ghibli Kiki’s Delivery Service ເຊິ່ງເປັນຕົວລະຄອນທີ່ໜ້າຮັກ ເຮັດໃຫ້ຄົນຍີ່ປຸ່ນມີທັດສະນະຄະຕິຕໍ່ແມວດຳດີຂຶ້ນ ພວກເຂົາເລີ່ມເບິ່ງວ່າແມວດຳເປັນສັດທີ່ມີມົນສະເໜ່, ເປັນສັດທີ່ນຳໂຊກ ແລະ ສາມາດປັດເປົ່າຄວາມໂຊກຮ້າຍໄດ້.​ ນອກນັ້ນ ຍັງມີຄວາມເຊື່ອວ່າ ສາວໂສດຄົນໃດຢາກມີຄູ່ຄອງທີ່ດີກໍສາມາດລ້ຽງແມວດຳເພື່ອນຳໂຊກໃຫ້ມີຜູ້ຊາຍດີໆເຂົ້າມາໄດ້.

ໃນເມື່ອກ່ອນທາງຮ້ານເອງກໍເປັນຄາເຟແມວທຳມະດາ ແຕ່ເນື່ອງຈາກການມີແຂ່ງຂັນສູງໃນກິດຈະການຄາເຟແມວຢູ່ຍີ່ປຸ່ນ ທາງຮ້ານເຫັນຈຸດປ່ຽນສຳຄັນເລີຍດຶງເອົາໂອກາດດັ່ງກ່າວມາສ້າງເປັນເອກະລັກຂອງຮ້ານທີ່ບໍ່ຄືໃຜ ດ້ວຍການໃຊ້ແມວດຳທັງໝົດໃນການບໍລິການລູກຄ້າ, ເຊິ່ງບັນດາແມວດຳທັງຫຼາຍຈະມີສີໂບຜູກຄໍໃຫ້ແຍກອອກວ່າໂຕໃດຊື່ຫຍັງ, ເວລາທີ່ມີລູກຄ້າເຂົ້າຮ້ານມາ ນ້ອງໆກໍພາກັນມາອ້ອນມາໃຫ້ຄວາມຮັກຢ່າງເອົາໃຈ. ເຫັນແບບນີ້ ກໍຢາກໃຫ້ບ້ານເຮົາມີຄາເຟແບບນີ້ເຊັ່ນກັນ ບັນດາທາດແມວໜ້າຈະຖືກໃຈບໍ່ໜ້ອຍເລີຍ.

ອ້າງອີງຈາກ: https://bit.ly/35goEaO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/