ກາເຟກໍແພງຂຶ້ນ! ລາຍງານຫຼ້າສຸດ ລາຄາກາເຟໃນຕະຫຼາດໂລກເພີ່ມຂຶ້ນສູງສຸດໃນຮອບ 10 ປີ


ຍຸກສະໄໝນີ້ເອີ້ນໄດ້ວ່າເຄື່ອງຂອງທຸກຢ່າງແມ່ນແພງຂຶ້ນຢ່າງເຫັນໄດ້ຊັດເຈນ ເຊັ່ນ: ລາຄານ້ຳມັນລົດ, ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ. ນອກຈາກນີ້ຍັງມີລາຍງານວ່າ ລາຄາເມັດກາເຟໃນຕະຫຼາດໂລກໃນໄລຍະທ້າຍອາທິດທີ່ຜ່ານມາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ໂດຍມີລາຄາຢູ່ທີ່ 250 ໂດລາ ຕໍ່ 1 lb (1 ປອນ) ເຮັດຍອດລາຄາສູງສຸດໃນຮອບ 10 ປີ.

ຂໍ້ມູນຂອງ Trading Economics ທີ່ບັນທຶກລາຄາກາເຟຕັ້ງແຕ່ປີ 1972 ພົບວ່າມີພຽງ 5 ຄັ້ງເທົ່ານັ້ນ ທີ່ລາຄາກາເຟສູງເຖິງລະດັບ 250 ໂດລາ ຕໍ່ 1 lb ນັ້ນກໍຄືປີ 1977, 1986, 1997, 2011 ແລະ 2022. ແນວໃດກໍຕາມ ລາຄາກາເຟແມ່ນເພີ່ມຂຶ້ນຈາກປະມານ 100 ຕໍ່ 1 lb ເມື່ອທ້າຍປີ 2019.

ດ້ານຜູ້ຈັດການກອງທຶນໄດ້ເພີ່ມການຖືຄອງກາເຟ ອາຣາບິກ້າ ຫຼາຍທີ່ສຸດນັບຕັ້ງແຕ່ປີ 2006 ຈາກຂໍ້ມູນເມື່ອວັນທີ 15 ກຸມພາ ທີ່ຜ່ານມາ ໂດຍລາຄາຂອງເມັດກາເຟທີ່ເພີ່ມຂຶ້ນເປັນຜົນຈາກ Supply ທີ່ລົດລົງເນື່ອງຈາກຜົນຜະລິດຈາກຜູ້ປູກຝັງລາຍໃຫຍ່ ຢ່າງບຣາຊິວລົດລົງຢ່າງຫຼາຍ ປະກອບກັບລາຄາຕົ້ນທຶນການຜະລິດແລະຄ່າຂົນສົ່ງເພີ່ມຂຶ້ນ ເຮັດໃຫ້ລາຄາເມັດກາເຟອາຣາບິກ້າເພີ່ມຂຶ້ນ ເຊິ່ງເປັນພັນຫຼັກທີ່ຮ້ານກາເຟຂະໜາດໃຫຍ່ຢ່າງ Starbucks ເລືອກໃຊ້.

ຂະນະທີ່ ທະນາຄານເພື່ອການລົງທຶນຂອງ ເດັນໝາກ ທີ່ຊ່ຽວຊານດ້ານການຊື້ຂາຍ ແລະ ການລົງທຶນອອນລາຍ ຢ່າງ Saxo Bank ລະບຸໃນລາຍງານວ່າ ລາຄາຂອງກາເຟອາຣາບິກ້າມີໂອກາດຈະເພີ່ມສູງຂຶ້ນໄປອີກ ຫາກວ່າສະພາບອາກາດຍັງຮຸນແຮງ ແລະ ກະທົບຕໍ່ລະດູການອອກຜົນຜະລິດໃນໄລຍະເດືອນຕໍ່ໜ້ານີ້ໃນບຣາຊິວ.

ດ້ານຂໍ້ມູນຈາກ UN’s Food and Agriculture Organization (FAO) ໄດ້ຕິດຕາມລາຄາຂອງອາຫານທົ່ວໂລກ ໂດຍເກັບເປັນດັດຊະນີ Food Price Index ພົບວ່າ ດັດຊະນີ ໄດ້ເພີ່ມຂຶ້ນສູງສຸດໃນຮອບ 10 ປີ ຕັ້ງແຕ່ປາຍປີກ່ອນ ສະທ້ອນໃຫ້ເຫັນເຖິງພາວະທີ່ອາຫານແພງຂຶ້ນທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/