ຄົນໜ້າຕາດີ ເຮັດຫຍັງກໍບໍ່ຜິດ ຮູ້ຈັກກັບ Halo Effect ປາກົດການທີ່ຈະເຮັດໃຫ້ເຮົາຫຼົງເຊື່ອວ່າຄົນໜ້າຕາດີ ດີໄປໝົດທຸກຢ່າງ


ເຄີຍໄດ້ຍິນປະໂຫຍກທີ່ວ່າ “ພຽງໜ້າຕາດີ ໂລກກໍຈະໃຈດີກັບເຈົ້າຫຼາຍເທົ່າ” ບໍ່? ອາດຈະຟັງເບິ່ງຄືໂລກບໍ່ຍຸຕິທຳ ແຕ່ມັນຄືຄວາມຈິງ.

ເພາະຫຍັງ ເວລາທີ່ມີຂ່າວຄົນໜ້າຕາດີເຮັດຜິດ ແລ້ວຄົນມັກຈະໄປສະແດງຄວາມຄິດເຫັນໃນດ້ານດີ ແລະ ໃຫ້ກຳລັງໃຈພວກເຂົາ ແຕ່ກົງກັນຂ້າມຖ້າເປັນຄົນໜ້າຕາບໍ່ດີຊ້ຳພັດບໍ່ໄດ້ຮັບກຳລັງໃຈດີໆແບບນັ້ນຈາກສັງຄົມ.

ແມ່ນຫຍັງທີ່ເຮັດໃຫ້ເປັນແບບນີ້?

ຄົນເຮົາ ມັກຈະຕັດສິນກັນທີ່ໜ້າຕາ, ການແຕ່ງກາຍ, ບຸກຄະລິກ ເພາະມັນເປັນສິ່ງທຳອິດທີ່ສາມາດເບິ່ງເຫັນ. ນອກຈາກນັ້ນ ຍັງມີສະຖານະທາງສັງຄົມ, ການສຶກສາ ແລະ ຄວາມສາມາດໃນການສື່ສານ ທີ່ເຮົາມັກໃຊ້ໃນການຕັດສິນຄົນໆໜຶ່ງ.

ມີງານວິໄຈອອກມາວ່າ ຄົນທີ່ໜ້າຕາດີ, ບຸກຄະລິກກະພາບດີ ມີໂອກາດໄດ້ວຽກຜ່ານການສຳພາດຫຼາຍກວ່າຄົນທົ່ວໄປຫຼາຍເທົ່າ ແລະປາກົດການທີ່ຢູ່ເບື້ອງຫຼັງກໍຄືສິ່ງທີ່ເອີ້ນວ່າ Halo effect.

Halo Effect ຖ້າແປຕາມຕົວ ຄຳວ່າ Halo ກໍຄືວົງແຫວນທີ່ເຮືອງແສງຢູ່ເທິງຫົວຂອງນາງຟ້າ ຫຼື ເທວະດາ, Halo Effect ຈຶ່ງໝາຍເຖິງພາວະການຮັບຮູ້ທີ່ເຮົາມີຕໍ່ສິ່ງໃດໜຶ່ງ ແລະ ປະເມີນສິ່ງນັ້ນດີເກີນຄວາມເປັນຈິງ ຫຼືຄືກັບເຫັນວົງແຫວນນາງຟ້າຢູ່ເທິງສິ່ງນັ້ນໆ.

Halo Effect ເກີດຂຶ້ນໄດ້ແນວໃດ?

ສະໝອງຂອງຄົນເຮົາມັກຈະຕິດສິນໂດຍອີງຕາມປະສົບການ ແລະຄວາມຮູ້ສຶກມັກຫຼືບໍ່ມັກຂອງຕົນເອງ ເພື່ອເຮັດໃຫ້ການຈຕັດສິນໃຈງ່າຍ ແລະ ວ່ອງໄວຂຶ້ນ ເປັນຜົນເຮັດໃຫ້ເກີດມີການລຳອຽງ ແລະ ດ່ວນສະຫຼຸບເໜືອເຫດຜົນທີ່ຖືກຕ້ອງ.

ການຕັດສິນໃຈຂອງຄົນເຮົາທີ່ເກີດມີການລຳອຽງ ແລະ ປະເມີນສິ່ງຕ່າງໆດີເກີນຄວາມເປັນຈິງ, ເບິ່ງຂ້າມຂໍ້ເສຍໄປ ອາດເຮັດໃຫ້ເຮົາເກີດມີອະຄະຕິກັບສິ່ງທີ່ກົງກັນຂ້າມ ຫຼື ເຮົາບໍ່ມັກນັ້ນເອງ.

Halo Effect ເກີດຂຶ້ນເມື່ອໃດ?

ເຮົາອາດຈະເຄີຍຊື້ສິ່ງຂອງບາງຢ່າງ ທັ້ງໆທີ່ທີ່ບໍ່ຈຳເປັນບໍ່? ເຫດຜົນທີ່ຊື້ກໍເພາະວ່າມັນງານ ໜ້າຮັກ ກຳລັງເປັນກະແສ ເຮົາກໍຊື້ແລ້ວມາຮູ້ຕົວວ່າມັນບໍ່ກຸ້ມເລີຍ.

Halo Effect ເກີດຂຶ້ນໄດ້ກັບທຸກຄົນ ແລະ ເຮົາເກືອບບໍ່ຮູ້ຕົວ ບໍ່ພຽງແຕ່ເວລາທີ່ເຮົາຊື້ເຄື່ອງ, ເວລາທີ່ເຮົາຫຼົງມັກໃຜບາງຄົນກໍເກີດໄດ້ເຊັ່ນກັນ ເຮົາຈະບໍ່ເຫັນຂໍ້ເສຍຂອງຄົນໆນັ້ນເລີຍ ເຊິ່ງອາດມີຜົນມາຈາກ ໜ້າຕາ, ບຸກຄະລິກກະພາບ, ຖານະທາງການເງິນ, ໜ້າຕາທາງສັງຄົມ ເຮັດໃຫ້ເຮົາຄິດວ່າຄົນໆນັ້ນສົມບູນແບບ ເວລາໃຜມາເເວົ້າເລື່ອງລົບໆຂອງລາວກໍຈະບໍ່ເຊື່ອ ແລະ ເກີດມີອະຄະຕິກັບຄົນທີ່ຄິດກົງກັນຂ້າມ.

ໃນທາງທຸລະກິດພວກເຂົາໃຊ້ Halo Effect ໃຫ້ເກີດປະໂຫຍດໂດຍການສ້າງພາບຂອງສິນຄ້າໃຫ້ອອກມາດີ ເຊິ່ງອາດຈະດີເກີນຈິງ, ໂຄສະນາແຕ່ສິ່ງດີໆຂອງສິນຄ້າ ໂດຍບໍ່ໃຫ້ໂອກາດລູກຄ້າຄິດເຖິງຂໍ້ເສຍຂອງສິນຄ້າເລີຍ ພວກເຂົາຝັງພາບຈຳດີໆຂອງຜະລິດຕະພັນ ຫຼື ບໍລິສັດຂອງພວກເຂົາໃຫ້ລູກຄ້າ ເພື່ອໄດ້ຄວາມເຊື່ອໝັ້ນ ແລະ ເຮັດໃຫ້ມູນຄ່າຂອງພວກເຂົາເພີ່ມຂຶ້ນ.

ແລ້ວເຮົາຈະຫຼີກເວັ້ນ Halo Effect ໄດ້ແນວໃດ?

ເຮົາເກືອບຈະຫຼີກການຕັດສິນໃຈແບບນີ້ບໍ່ໄດ້ເລີຍ ແລະ ມັນກາຍເປັນເລື່ຶອງທີ່ທ້າທາຍສຳລັບຄົນທີ່ເຮັດວຽກດ້ານ HR (Human Resources) ໃນການຄັດເລືອກເອົາຄົນທີ່ມີຄວາມສາມາດທີ່ແທ້ຈິງເຂົ້າອົງກອນ ເຮົາມັກຈະເຫັນຄົນທີ່ມີບຸກຄະລິກທີ່ດີໄດ້ວຽກ ແລະ ໜ້າທີ່ການງານທີ່ດີ, ດັ່ງນັ້ນແລ້ວການຕັດສິນໃຈກໍຄວນອີງໃສ່ເຫດຜົນທີ່ຖືກຕ້ອງ ແລະ ພະຍາຍາມຢ່າຕັດສິນໃຜທີ່ໜ້າຕາ.

ເຖິງຢ່າງໃດກໍຕາມ ທຸກຄົນຄວນຖຶກປະຕິບັດຢ່າງເທົ່າທຽມບໍ່ວ່າຈະຢູ່ໃນສະຖານະໃດໃນສັງຄົມ ຫຼືຈະມີຮູບຮ່າງໜ້າຕາແບບໃດກໍແລ້ວແຕ່ ທຸກຄົນສົມຄວນຖືກເຄົາລົບ ແລະ ປະຕິບັດຢ່າງເທົ່າທຽມ ເພາະຮູບຮ່າງລັກສະນະພາຍນອກບໍ່ໄດ້ບົ່ງບອກທຸກຢ່າງທີ່ຄົນໆນັ້ນເປັນ.

https://cutt.ly/dwinBLWD

https://cutt.ly/VwinB9k2

https://cutt.ly/PwinNqrl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/