ງານວິໄຈເຜີຍ ແມງວັນສາມາດຕາຍໄວຂຶ້ນໄດ້ ຖ້າເຫັນໝູ່ມັນຕາຍຕໍ່ໜ້າ


ນັກວິທະຍາສາດ ໄດ້ພະຍາຍາມຄົ້ນຄວ້າສຶກສາກ່ຽວກັບອາຍຸໄຂຂອງມະນຸດ ແລະ ມີວິໄຈຫຼາຍໆອັນກ່ຽວກັບການຍືດອາຍຸໄຂ ເຊິ່ງສຶກສາວ່າແມ່ນຫຍັງທີ່ເຮັດໃຫ້ເຮົາອາຍຸຍືນ ແລະ ແມ່ນຫຍັງທີ່ເຮັດໃຫ້ເຮົາອາຍຸສັ້ນ ເຊິ່ງໄດ້ມີງານວິໄຈຂອງກຸ່ມວິໄຈໜຶ່ງທີ່ສຶກສາວ່າ ການເຫັນການຕາຍຂອງສິ່ງທີ່ມີຊີວິດສາຍພັນດຽວກັນຕໍ່ໜ້າ ມີຜົນເຮັດໃຫ້ອາຍຸສັ້ນລົງຫຼືບໍ່, ເວົ້າງ່າຍໆຄື ຈະເສຍໃຈ ຫຼື ຄຽດຈົນຕາຍບໍ່ ໂດຍໄດ້ເຮັດການທົດລອງກັບແມງວັນ.

ໂດຍຜົນການວິໄຈຈາກທີມວິໄຈມະຫາວິທະຍາໄລມິຊິແກນ ແລະ ຖືກຕີພິມອອນລາຍໃນວາລະສານ PLOS Biology ກາງເດືອນມິຖຸນາ 2023 ໄດ້ຄົ້ນພົບສິ່ງທີ່ໜ້າສົນໃຈຄື ຖ້າແມງວັນເຫັນໝູ່ມັນຕາຍກໍຈະເຮັດໃຫ້ມັນຄຽດຈົນຕາຍໄວຂຶ້ນ.

ໃນເບື້ອງຕົ້ນຄວາມຮູ້ທີ່ໄດ້ຈາກງານວິໄຈນີ້ອາດຈະບໍ່ໄດ້ນຳໄປສູ່ສິ່ງທີ່ຈະເຮັດໃຫ້ເຮົາມີອາຍຸຍືນ ພວກເຂົາເລີຍທົດລອງໃໝ່ແບບລະອຽດ ຄືເອົາແມງວັນທີ່ຕາຍໄປແລ້ວມາຜ່ານການຊັນນະສູດ ແລະ ພົບວ່າມີຮ່ອງຮອຍຂອງຂະບວນການທີ່ສະໝອງບາງສ່ວນເຮັດວຽກຢ່າງໜັກກວ່າແມງວັນປົກກະຕິ ເຊິ່ງນັກວິໄຈໄດ້ຕີຄວາມວ່ານັ້ນຄືຮ່ອງຮອຍທີ່ປາກົດໃນສະໝອງຂອງການຮັບຮູ້ຄວາມຕາຍນັ້ນເອງ.

ຈາກນັ້ນມີການທົດລອງຕໍ່ດ້ວຍການກະຕຸ້ນສະໝອງສ່ວນດັ່ງກ່າວຂອງແມງວັນໂດຍກົງຜົນກໍຄື ແມງວັນຕາຍໄວຂຶ້ນໂດຍບໍ່ຈຳເປັນຕ້ອງເຫັນແມງວັນໂຕອື່ນຕາຍ.

ນີ້ຈຶ່ງເຮັດໃຫ້ທີມວິໄຈສະຫຼຸບວ່າການເຮັດວຽກຂອງສະໝອງສ່ວນດັ່ງກ່າວທີ່ໜັກກວ່າປົກກະຕິເຮັດໃຫ້ຕາຍໄວຂຶ້ນ, ເຮັດໃຫ້ມີໄອເດຍເພື່ອໄປພັດທະນາຕໍ່ ເມື່ອຮູ້ແລ້ວວ່າສານຊີວະພາບຕົວໃດຈະສາມາດລົດການເຮັດວຽກຂອງສະໝອງສ່ວນດັ່ງກ່າວໄດ້ ແລະນັ້ນອາດນຳໄປສູ່ການພັດທະນາເປັນຢາເພື່ອເຮັດໃຫ້ມະນຸດອາຍຸຍືນໄດ້.

ແຕ່ເຖິງແນວນັ້ນ ກໍຍັງຄົງຕ້ອງໃຊ້ເວລາອີກດົນຫຼືມັນອາດຈະຊ່ວຍບໍ່ໄດ້ຫຼາຍເທົ່າທີ່ຄິດ ຖ້າມີການພັດທະນາຢານັ້ນຂຶ້ນມາ ຢ່າງໜ້ອຍມັນກໍອາດໄດ້ຊ່ວຍຄົນທີ່ເຮັດວຽກກ່ຽວກັບຄວາມຕາຍ ແລະ ສົບ ເຊັ່ນ: ທະຫານ,ໜ່ວຍກູ້ໄພ,ໜ່ວຍງານຈັດການສົບ ເປັນຕົ້ນ ເພື່ອລົດການເຮັດວຽກຂອງສະໝອງສ່ວນນັ້ນ ແລະ ບໍ່ເຮັດໃຫ້ຄຽດກັບການທີ່ຕ້ອງມາເຫັນຄວາມຕາຍຢູ່ສະເໝີ ແລະ ຊ່ວຍຍືດອາຍຸຂອງຜູ້ຄົນເຫຼົ່ານັ້ນນັ້ນເອງ.


ທີ່ມາ:
https://cutt.ly/gwiIQbeC
https://cutt.ly/FwiITkGq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/