ຄາເຟອີນເຮັດໃຫ້ເຮົາຕື່ນ ຫຼື ຢາກນອນ?


ບາງຄົນອາດຈະບອກວ່າກິນກາເຟແລ້ວນອນບໍ່ຫຼັບ ແຕ່ບາງຄົນບອກກົງກັນຂ້າມກັນເລີຍ. ກ່ອນຈະມາຕັດສິນວ່າແມ່ນອັນໃດຖືກ, ເຮົາມາເຮັດຄວາມເຂົ້າໃຈກັບຄາເຟອີນກ່ອນໜ້ອຍໜຶ່ງດີກວ່າ.

ຄາເຟອີນແມ່ນສານຈາກພືດຫຼາກຫຼາຍຊະນິດທີ່ພວກເຮົາຄຸ້ນຊື່ກັນເຊັ່ນ: ໃບຊາ, ກາເຟ, ໂກໂກ້… ມີໜ້າຕາໃກ້ຄຽງກັບສານ ອະເດໂນຊີນ (Adenosine) ທີ່ຖືກສ້າງຂຶ້ນໃນສະໝອງຂອງຄົນເຮົາ ເຊິ່ງມີໜ້າທີ່ເຂົ້າໄປໃນຕົວຮັບສານອະເດໂນຊີນ (Adenosine Receptor) ສົ່ງຜົນໃຫ້ເກີດອາການເຄິ່ງຫຼັບເຄິ່ງຕື່ນ ໂດຍການເຮັດໃຫ້ເຊລປະສາດເຮັດວຽກຊ້າລົງ ພ້ອມທັງຍັງເຮັດໃຫ້ຫຼອດເລືອດຂະຫຍາຍເພື່ອຮັບເອົາອັອກຊີເຈນ (Oxygen) ເຂົ້າໄປໃນສະໝອງໃນຂະນະທີ່ເຮົານອນຫຼັບ.

ເຊິ່ງຄາເຟອີນຈະເຮັດວຽກກົງກັນຂ້າມກັບອະເດໂນຊີນ. ເນື່ອງຈາກວ່າມັນມີໜ້າຕາຄ້າຍຄືກັບອະເດໂນຊີນ, ຄາເຟອີນຈະຕົວະເຂົ້າໄປບັງ ແລະ ຕັນທາງຕົວຮັບອະເດໂນຊີນທັງໝົດເພື່ອບໍ່ໃຫ້ອະເດໂນຊີນເຂົ້າໄປ ແລະ ບາງຄັ້ງກໍໄປເຊື່ອມກັບຕົວຮັບໂມເລກູນອື່ນໆ ເຊັ່ນໂດປາມິນ (Dopamine) ທີ່ເຮັດໜ້າທີ່ກະຕຸ້ນຄວາມຮູ້ສຶກພໍໃຈ. ສົ່ງຜົນໃຫ້ເຊລປະສາດທັງໝົດຈາກທີ່ຈະຊ້າລົງປ່ຽນເປັນເລັ່ງເຮັດວຽກເພີ່ມຂຶ້ນ ພ້ອມທັງເຮັດໃຫ້ຫຼອດເລືອດຕີບຂຶ້ນ.

ຜົນຫຼັງຈາກກິນຄາເຟອີນເຂົ້າໄປແລ້ວກໍຄື ມີການຕື່ນຕົວ ແລະ ມີຄວາມສຸກ ເຖິງແມ່ນວ່າເຮົາຈະບໍ່ໄດ້ຮັບການນອນທີ່ພຽງພໍກໍຕາມ. ໃນຂະນະດຽວກັນ ການເລັ່ງເຊລປະສາດ ແລະ ການເຮັດໃຫ້ເສັ້ນເລືອດຕີບຂຶ້ນກໍເຮັດໃຫ້ເຮົາຮູ້ສຶກວິຕົກກັງວົນ, ຄວາມດັນເລືອດສູງຂຶ້ນ, ຈັງຫວະການເຕັ້ນຫົວໃຈທີ່ແຮງຂຶ້ນ ຈົນບາງເທື່ອກໍຫຼາຍເກີນໄປ.

ທັງນີ້ທັງນັ້ນ ໃນສະໝອງຂອງຄົນເຮົາສາມາດຈື່ຈຳ ແລະ ປັບຕົວກັບການຮັບສານຈາກຄາເຟອີນເຂົ້າໃນຮ່າງກາຍ. ເມື່ອຕົວຮັບອະເດໂນຊີນເຕັມໄປດ້ວຍສານຈາກຄາເຟອີນແລ້ວ ຮ່າງກາຍກໍຈະຜະລິດຕົວຮັບເພີ່ມຂຶ້ນໃໝ່. ດ້ວຍເຫດນັ້ນ​,​ ເຖິງແມ່ນວ່າຈະມີຄາເຟອີນໃນຮ່າງກາຍແລ້ວ ອະເດໂນຊີນກໍຍັງເກີດຂຶ້ນມາໃໝ່ພ້ອມກັບເຮັດວຽກຂອງມັນຕໍ່ໄປ ເຮົາຈຶ່ງຢາກນອນຫຼັງຈາກກິນກາເຟແລ້ວ. ແລະເພື່ອທີ່ຈະຮູ້ສຶກຕື່ນຕົວຂຶ້ນໄປອີກ, ເຮົາຈຶ່ງຮູ້ສຶກວ່າຕ້ອງກິນຄາເຟອີນເຂົ້າໄປອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/