ຄະນະນັກວິໄຈຂອງຈີນໄດ້ຄົ້ນພົບຟອສຊິລປາບູຮານ 2 ສາຍພັນທີ່ມີໜ້າຕາຄ້າຍຄືກັບ ‘ອີໂມຈິ’

ອີໂມຈິ

ຖ້າຫາກວ່າ ອີໂມຈິ ທີ່ເຮົາໃຊ້ຢູ່ໃນປັດຈຸບັນນີ້ ມັນອາດຈະມີຕົ້ນແບບມາຈາກ 400 ລ້ານປີກ່ອນເຈົ້າຈະເຊື່ອບໍ່? ເພາະວ່າ ນັກວິທະຍາສາດໃນຈີນໄດ້ຄົ້ນພົບຟອສຊິລປາບູຮານທີ່ມັນມີໜ້າຕາຄ້າຍຄື ອີໂມຈິ.

ວັນທີ 2 ເມສາ 2022 ຄະນະນັກວິໄຈຂອງຈີນໄດ້ຄົ້ນພົບຟອສຊິລປາບູຮານ 2 ສາຍພັນທີ່ມີໜ້າຕາຄ້າຍຄືກັບ ‘ອີໂມຈິ’ ໂດຍຖືກຄົ້ນພົບທີ່ມົນທົນຊຽງຊີ ທີ່ຕັ້ງຢູ່ທາງຕາເວັນອອກຂອງປະເທດ.

ບົດຄວາມວິໄຈນີ້ໄດ້ເຜີຍແຜ່ຜ່ານວາລະສານ Journal of Asian Earth Sciences ເມື່ອບໍ່ດົນມານີ້ ເຊິ່ງຄາດການອາຍຸຂອງປາເອົາໄວ້ຂ້າງຕົ້ນວ່າພວກມັນໜ້າຈະອາໄສຢູ່ໃນຍຸກ ເທລີຄຽນ (Telychian) ຫຼື ຢູ່ໃນໄລຍະດຽວກັນກັບຫີນຕະກອນທະເລສີແດງຍຸກໄຊລູຣຽນ (Silurian) ຕອນລຸ່ມ ເຊິ່ງມັນມີອາຍຸຢ້ອນຫຼັງໄປປະມານ 438 ລ້ານປີ ນັບເປັນການຄົ້ນພົບຟອສຊິລປາສາຍພັນ ຍູຈາເລຍສະປີຟອມ (Eugaleaspiform) ແລະ ເກົ່າແກ່ທີ່ສຸດໃນປັດຈຸບັນ.

ລາຍງານລະບຸວ່າປາສອງສາຍພັນໃໝ່ດັ່ງກ່າວມີຊື່ເອີ້ນວ່າ ‘ຊິງສຸ່ຍອັສປິ ຈວິ້ນຊິງກິ (Qingshuiaspis junqingi) ແລະ ‘ອັນຈີ໋ອັສປິ ເອຣິຊຽສ (Anjiaspis ericius).

ຫີນຕະກອນແດງຍຸກໄຊລູຣຽນຕອນລຸ່ມແມ່ນກະແຈກກະຈາຍ ແລະ ພົບໄດ້ທົ່ວໄປໃນພາກພື້ນແຍງຊີ ໂດຍມີການດຳເນີນການສຶກສາເປັນຈຳນວນຫຼາຍກ່ຽວກັບລຳດັບຊັ້ນຫີນຕາມຊີວະພາບ ແລະ ຕະກອນວິທະຍາຂອງຍຸກໄຊລູຣຽນຕອນຕົ້ນໃນຈີນ ຂະນະທີ່ອາຍຸທາງທໍລະນີວິທະຍາແລະຄວາມກ່ຽວໂຍງທາງດ້ານພາກພື້ນຂອງຫີນຊະນິດດັ່ງກ່າວ ໃນພາກພື້ນແມ່ນຍັງເປັນທີ່ຖົກຖຽງ ເນື່ອງຈາກການຂາດຫຼັກຖານຟອສຊິລທີ່ໜ້າເຊື່ອຖື.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/