ຂີ້ຄ້ານສ້າງໃໝ່ ເຂົ້າຊື້ເອົາເລີຍ! Elon Musk ເຂົ້າຊື້ຮຸ້ນ Twitter ຈົນກາຍເປັນຜູ້ຖືຮຸ້ນລາຍໃຫຍ່


ສື່ຫຼາຍເຈົ້າລາຍງານກົງກັນວ່າ Elon Musk ມະຫາເສດຖີຊາວອາເມຣິກາ ໄດ້ເຂົ້າຊື້ຮຸ້ນ ບໍລິສັດ Twitter ຫຼັງຈາກທີ່ລາວຈົ່ມວ່າ ຢາກສ້າງແພລັດຟອມ Social Media ຂອງຕົນເອງຂຶ້ນມາໃໝ່ ເມື່ອໜຶ່ງເດືອນທີ່ຜ່ານມາ.

ລາຍງານລະບຸວ່າ Elon Musk ໄດ້ເຂົ້າໄປຖືຮຸ້ນທີ່ຈຳນວນ 73,486,938 ຮຸ້ນ ຄິດເປັນ 9,2% ກາຍເປັນຜູ້ຖືຮຸ້ນລາຍໃຫຍ່ທີ່ສຸດທັນທີ ຫຼັງຈາກກ່ອນໜ້ານີ້ແມ່ນ The Vanguard Group, Inc. ທີ່ຖືໄວ້ 67,172,425 ຮຸ້ນ ຄິດເປັນ 8,39%

ຫຼັງຈາກທີ່ຕະຫຼາດຮຸ້ນໄດ້ຮັບຮູ້ຂ່າວດັ່ງກ່າວ ເຮັດໃຫ້ ຮຸ້ນຂອງ Twitter ດີດຂຶ້ນທັນທີ 25% ກ່ອນໄລຍະ Pre-market ຫຼື ກ່ອນຕະຫຼາດເປີດ ໃນວັນຈັນທີ່ຜ່ານມາ. ປັດຈຸບັນໃນວັນທີ 5 ເມສາ ປັດຈຸບັນແມ່ນເພີ່ມເປັນ 27% ລາຄາຕອນນີ້ແມ່ນ 49,97 ໂດລາ ຕໍ່ຮຸ້ນ. ຈາກວັນສຸກ ທີ 1 ເມສາ ລາຄາຕະຫຼາດປິດຢູ່ທີ່ 39,22 ໂດລາ ເທົ່ານັ້ນ.

Elon Musk ເປັນນັກທຸລະກິດ ແລະ ມະຫາເສດຖີ ທີ່ໃຊ້ Twitter ເປັນປະຈໍາ. ບັນຊີຂອງລາວໃນປະຈຸບັນ ມີຜູ້ຕິດຕາມຫຼາຍກວ່າ 80 ລ້ານຄົນທົ່ວໂລກ.

ທີ່ຜ່ານມາ ອະດີດປະທານນາທິບໍດີ Donald Trump ບໍ່ພໍໃຈ Twitter ທີ່ບໍ່ໃຫ້ສິດໃນການສະແດງຄວາມຄິດເຫັນຢ່າງເຕັມທີ່ ເລີຍລະດົມທຶນສ້າງ Social Media ຂອງຕົນເອງຂຶ້ນມາໃໝ່. ແຕ່ສຳລັບ Elon Musk ແລ້ວ ແມ່ນລາວຊື້ເອົາເລີຍ ບໍ່ຕ້ອງໄປສ້າງໃໝ່ໃຫ້ຫຍຸ້ງຍາກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/