ເພງບໍ່ເຮັດເພາະແມ່ຈະລຸຍຈັກກະວານ! Rihanna (ອະດີດ) ນັກຮ້ອງສາວຊື່ດັງ ກຽມຂະຫຍາຍອານາຈັກ FENTY ເຂົ້າໄປຂາຍໃນ Metaverse


ນາທີນີ້ ບໍ່ມີໃຜທີ່ຈະບໍ່ຮູ້ຈັກ ແມ່ຄ້າເຄື່ອງສຳອາງລະດັບໂລກ ແລະ (ອະດີດ) ນັກຮ້ອງສາວຊື່ດັງຢ່າງ Rihanna ທີ່ໄລຍະຫຼັງມານີ້ ທຸລະກິດເຄື່ອງສຳອາງແບຣນ FENTY ຈະໄປໄດ້ດີແບບສຸດໆ ເຊິ່ງນັ້ນມັນເປັນເຄື່ອງຢືນຢັນແລ້ວວ່າ ອາລະບ້ຳ ຕໍ່ໄປຄືຈະຕ້ອງໄດ້ຖ້າອີກດົນ (ຢອກໆ) ເພາະວ່າເມື່ອບໍ່ດົນມານີ້ມີຂ່າວວ່າ Rihanna ກຽມຂະຫຍາຍອານາຈັກ FENTY ຂອງຕົນເອງເຂົ້າໄປຂາຍໃນໂລກຂອງ Metaverse.

ເມື່ອກາງເດືອນມີນາທີ່ຜ່ານມາ (15 ມີນາ) ໄດ້ມີການລາຍງານກ່ຽວກັບຂ່າວນີ້ເປັນຄັ້ງທຳອິດຈາກເວັບໄຊ Boardroom.tv ໂດຍມີການປ່ອຍຂ່າວມາຈາກ Josh Gerben ທະນາຍຄວາມດ້ານເຄື່ອງໝາຍການຄ້າແລະຜູ້ກໍ່ຕັ້ງສຳນັກງານ Gerben Intellectual Property ໂດຍ Josh ໄດ້ທະວີດຂໍ້ຄວາມຢືນຢັນຂ່າວຂອງ Boardroom.tv ວ່າ Rihannaໄດ້ຍື່ນຂໍເຄື່ອງໝາຍການຄ້າ Fenty ຜ່ານບໍລິສັດ Roraj Trade LLC ເພື່ອສະເໜີຂາຍເຄື່ອງສຳອາງໃນໂລກສະເໝືອນຈິງນີ້.

“Rihanna ໄດ້ຍື່ນຄໍາຂໍເຄື່ອງໝາຍການຄ້າໃໝ່ ເພື່ອລະບຸວ່າລາວຈະສາມາດເອົາເຄື່ອງສໍາອາງແລະຜະລິດຕະພັນເບິ່ງແຍງເສັ້ນຜົມ ພາຍໃຕ້ແບຣນ Fenty ຂອງລາວເຂົ້າມາສູ່ໂລກ Metaverse ໃຫ້ໃກ້ຕົວພວກເຈົ້າໃນໄວໆນີ້”

Fenty Beauty ຂອງ Rihanna ແມ່ນໄດ້ສັ່ນສະເທືອນວົງການເຄື່ອງສໍາອາງຕັ້ງແຕ່ເປີດຕົວ ແລະເບິ່ງຄືວ່າຈະສັ່ນສະເທືອນວົງການອີກຄັ້ງໃນ Metaverse ເຊິ່ງມີການຄາດເດົາວ່າການຍື່ນຂໍເຄື່ອງໝາຍທາງດ້ານການຄ້າສະເໝືອນຈິງໃນຄັ້ງນີ້ບໍ່ພຽງແຕ່ເຄື່ອງສຳອາງແບບ NFT ແຕ່ອາດລວມໄປເຖິງການສ້າງຄອມພິວເຕີໃນະບົບ Blockchain ທີ່ເນັ້ນການແຕ່ງໜ້າ ແລະ ສະພາບແວດລ້ອມທີ່ສົ່ງຜົນໃຫ້ເກີດການໃຊ້ເຄື່ອງສຳອາງແລະຜະລິດຕະພັນເບິ່ງແຍງເສັ້ນຜົມສະເໝືອນຈິງ.

ໃນອະນາຄົດ ຖ້າ Rihanna ນຳເຄື່ອງສຳອາງເຂົ້າໄປໃນ Metaverse ໄດ້ສຳເລັດ ຮັບຮອງວ່າແຟນເພງ ແລະ ລູກຄ້າເຄື່ອງສຳອາງຕ້ອງເຂົ້າໄປອຸດໜູນຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/