ລວມຜົນປະກາດຮາງວັນງານ Grammy Awards ຄັ້ງທີ 64


ຜ່ານມາແລ້ວສຳລັບງານ Grammy Awards ຄັ້ງທີ 64 ງານທີ່ເປັນທີ່ສຸດຂອງວົງການເພງທີ່ຫຼາຍໆຄົນຕັ້ງຕາລໍຖ້າເບິ່ງ ເຊິ່ງກ່ອນໜ້ານີ້ຜູ້ຈັດງານແມ່ນໄດ້ເລື່ອນງານອອກໄປ ຈາກການລະບາດຂອງໂຄວິດ ສາຍພັນໂອໄມຄຣອນ ແລະ ໃນທີ່ສຸດກໍໄດ້ກຳນົດເອົາວັນທີ 4 ເມສາເປັນມື້ຈັດງານ ໂດຍງານຈັດຂຶ້ນທີ່ MGM Grand Garden Arena ສະໜາມກິລາທີ່ຮັບຮອງຜູ້ເຂົ້າເຂົ້າງານໄດ້ເຖິງ 17,000 ບ່ອນນັ່ງ ໃນເມືອງ Las Vegas ສະຫະລັດອາເມຣິກາ.

ໃນງານແມ່ນມີການປະກາດຜົນຮາງວັນເຖິງ 86 ສາຂາໃຫ້ແກ່ບັນດາສິລະປິນທີ່ມີຄວາມສາມາດຫຼາກໜ້າຫຼາຍຕາຈາກຂະແໜງເພງຕ່າງໆ ແລະ ມື້ນີ້ LaoX ຂອງພວກເຮົາກໍໄດ້ນຳເອົາບາງຮາງວັນທີ່ໜ້າສົນໃຈມານຳສະເໜີ ເຊິ່ງຈະມີໃຜໄດ້ຮັບຮາງວັນໃດແດ່ເຮົາມາຕິດຕາມພ້ອມໆ ກັນເລີຍ.

ສາມາດເບິ່ງຮາງວັນອື່ນໆ ໄດ້ທີ່: https://cutt.ly/CFquCMF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/