ຄວາມເສຍຫາຍຈາກຝົນຕົກໜັກທົ່ວນະຄອນໂຊລໃນຮອບ 80 ປີ ສະທ້ອນໃຫ້ເຫັນວ່າສາເຫດສ່ວນໜຶ່ງແມ່ນມາຈາກພາວະໂລກຮ້ອນ

ຝົນຕົກ

ໃນວັນທີ 8 ສິງຫາທີ່ຜ່ານມາ ທີ່ນະຄອນໂຊລ ເມືອງຫຼວງຂອງປະເທດເກົາຫຼີໃຕ້ໄດ້ເກີດເຫດຝົນຕົກໜັກໃນຮອບ 80 ປີ ເຮັດໃຫ້ມີນ້ຳຖ້ວມຫຼາຍໆພື້ນທີ່ໃນນະຄອນໂຊລ ສົ່ງຜົນໃຫ້ມີຜູ້ບາດເຈັບ, ສູນຫາຍ ແລະ ເສຍຊີວິດ. ນອກຈາກນີ້ ອາຄານບ້ານເຮືອນ, ຊັບສິນ ແລະທຸລະກິດຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ.

ນ້ຳຖ້ວມ

ເຖິງແມ່ນວ່າມາຮອດມື້ນີ້ (10 ສິງຫາ) ສະຖານະການນ້ຳຖ້ວມຈະເລີ່ມດີຂຶ້ນ ເນື່ອງຈາກປະລິມານນ້ຳໃນຫຼາຍພື້ນທີ່ໄດ້ລົດລົງໄປແລ້ວ ແຕ່ມັນກໍຍັງສ້າງຄວາມເສຍຫາຍໄວ້ບໍ່ໜ້ອຍເລີຍ ເພາະມີລົດໃຫຍ່ໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມເຖິງ 4,791 ຄັນ ຄິດໄລ່ເປັນມູນຄ່າຄວາມເສຍຫາຍກວ່າ 65,000 ລ້ານວອນ.

ພາຍຸ

ໃນສ່ວນຂອງຮ້ານຄ້າຍອດນິຍົມຕາມຖະໜົນຊື່ດັງ ແລະ ພື້ນທີ່ທີ່ໄດ້ຮັບຜົນກະທົບກໍໄດ້ມີພໍ່ຄ້າແມ່ຄ້າອອກເກັບກວາດຂີ້ເຫຍື້ອ ແລະ ຊາກຄວາມເສຍຫາຍ ຈາກເຫດນ້ຳຖ້ວມເຊັ່ນກັນ.

ຝົນຕົກ

ແລະໃນຂະນະນີ້ ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ ແບ່ງເປັນ 6 ຄົນໃນນະຄອນໂຊລ ແລະອີກ 3 ຄົນໃນແຂວງຄະຍອງກີ ທີ່ມີພື້ນທີ່ຕິດກັນກັບນະຄອນໂຊລ. ໃນສ່ວນຂອງຜູ້ບາດເຈັບແມ່ນມີ 15 ຄົນ, ສູນຫາຍອີກ 7 ຄົນ ແລະ ອີກ 391 ຄົນໃນນະຄອນໂຊລຕ້ອງກາຍເປັນຜູ້ໄຮ້ບ່ອນຢູ່ອາໄສ.

ຝົນຕົກ

ທາງດ້ານປະທານາທິບໍດີ ຍຸລ ຊອກ ຍອລ ຂອງເກົາຫຼີໃຕ້ກໍໄດ້ອອກຄໍາສັ່ງໃຫ້ອົງກອນ ພາກລັດ ແລະ ເອກະຊົນ ປັບປ່ຽນຊົ່ວໂມງການເຮັດວຽກ ເພື່ອໃຫ້ເວລາເຈົ້າໜ້າທີ່ອະນາໄມເກັບກວດຊາກຄວາມເສຍຫາຍຕາມລະບົບຂົນສົ່ງສາທາລະນະ ພ້ອມກັບໃຫ້ກະຊວງພາຍໃນຍົກລະດັບມາດຕະການ ເພື່ອລົດຄວາມເສຍຫາຍໃຫ້ໄດ້ຫຼາຍທີ່ສຸດ.

ຝົນຕົກ

ທັງນີ້ ສໍານັກກົມອຸຕຸນິຍົມວິທະຍາເກົາຫຼີໃຕ້ຄາດການວ່າຈະມີຜົນຕົກລົງມາອີກເຖິງ 300 ມິນລີແມັດ ໃນພື້ນທີ່ນະຄອນໂຊລແລະແຂວງຄັງວອນ ຈົນຮອດວັນພະຫັດນີ້. ຂະນະທີ່ກົມປ່າໄມ້ຂອງເກົາຫຼີໃຕ້ກໍປະກາດເຝົ້າລະວັງດິນເຈື່ອນໃນ 47 ເມືອງ ເຊິ່ງລວມເຖິງ 9 ເຂດໃນນະຄອນໂຊລ.

ຈາກເຫດການດັ່ງກ່າວ ເຮັດໃຫ້ຜູ້ຊ່ວຍສາສະດາຈານ ທ່ານ ດຣ ທອນ ທຳຣົງນາວາສະວັດ (ผศ.ดร.ธรณ์ ธำรงนาวาสวัสดิ์) ນັກວິຊາການດ້ານສິ່ງແວດລ້ອມຈາກປະເທດໄທໄດ້ອອກມາໂພສ Facebook ໂດຍກ່າວເຖິງເຫດການ “ນ້ຳຖ້ວມທີ່ນະຄອນໂຊລ” ວ່າ:

ຝົນຕົກ

ຝົນຕົກລົງໃສ່ນະຄອນໂຊລຢ່າງຮຸນແຮງ ແລະ ພື້ນທີ່ອ້ອມຮອບຢ່່າງໜັກໜ່ວງ ພື້ນທີ່ບາງແຫ່ງຈົມນ້ຳ, ພ້ອມກັບມີນ້ຳໄຫຼຖ້ວມເຂົ້າສູ່ສະຖານີລົດໄຟໄຕ້ດິນແລະຕາມບ່ອນຈອດລົດໃນອາຄານ. ຝົນທີ່ຕົກໜັກລົງມາໃນພື້ນທີ່ນ້ອຍໆ ເປັນເຫດການທີ່ເຮົາພົບເຫັນໄດ້ເລື້ອຍໆ ໃນພາວະໂລກຮ້ອນແບບນີ້. ເພາະເມື່ອອາກາດຮ້ອນ ອາຍນ້ຳແມ່ນມີປະລິມານເພີ່ມຂຶ້ນ ສົ່ງຜົນໃຫ້ເມກແຕ່ລະກ້ອນມີນ້ຳຫຼາຍຂຶ້ນ ແລະ ພ້ອມທີ່ຈະເທລົງມາໃນພື້ນທີ່ຕ່າງໆ ເຊິ່ງການກະກຽມຂອງມະນຸດທີ່ຍຶດຂໍ້ມູນຈາກອະດີດອາດບໍ່ພຽງພໍສຳລັບໂລກທີ່ປ່ຽນແປງຢ່າງໄວວານີ້. ທີ່ສຳຄັນ ເຮົາເອງເປັນຄົນທີ່ເຮັດໂລກປ່ຽນໄປໄວແບບນີ້ ແລະ ເຮົາກໍຈະໄດ້ຮັບຜົນກະທົບຈາກພາວະໂລກຮ້ອນຕໍ່ໄປ ຫາກຍັງຄິດວ່າພາວະໂລກຮ້ອນເປັນເລື່ອງທີ່ໄກຕົວ.

ຝົນຕົກ

ພ້ອມນີ້ບໍ່ສະເພາະແຕ່ເກົາຫຼີໃຕ້ທີ່ປະເຊີນກັບວິກິດນີ້ ເພາະມີຫຼາຍປະເທດທົ່ວໂລກກໍກໍາລັງປະເຊີນກັບວິກິດນ້ຳຖ້ວມໜັກ, ລະດັບນ້ຳເພີ່ມຂຶ້ນສູງຢ່າງໄວວາ ເຊິ່ງເປັນການທ້າທາຍລະບົບການຈັດການໄພພິບັດຂອງປະເທດເຫຼົ່ານັ້ນຢ່າງຫຼາຍ.

ຫຼາຍຝ່າຍແນມວ່າ ສະຖານະການໄພພິບັດທາງທຳມະຊາດເບິ່ງຄືວ່າຈະຮຸນແຮງຂຶ້ນ ແລະ ເກີດຂຶ້ນເລື້ອຍໆ ເຊິ່ງມັນມີສ່ວນກ່ຽວຂ້ອງກັບການປ່ຽນແປງຂອງສະພາບອາກາດ ແລະ ພາວະໂລກຮ້ອນ. ນອກຈາກນີ້ ໄພພິບັດທີ່ເກີດຂຶ້ນຍັງປຽບສະເໝືອນເປັນສັນຍານເຕືອນໃຫ້ປະເທດຕ່າງໆ ໃນປະຊາຄົມໂລກຕ້ອງຫາທາງປ້ອງກັນ ແລະຮັບມືກັບພາວະໂລກແປປວນນີ້ໃຫ້ຈິງຈັງຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ