ເຄີຍຕັ້ງຄຳຖາມບໍ່ວ່າ ສິ່ງທີ່ເຮົາກຳລັງຮູ້ສຶກຢູ່ມັນແມ່ນຫຍັງ? ຄວາມຮັກ ຫຼື ພຽງແຕ່ຄວາມມັກຊື່ໆ ມື້ນີ້ເຮົາຈະພາມາທຳຄວາມເຂົ້າໃຈກັບຄວາມແຕກຕ່າງ ລະຫວ່າງຄວາມຮູ້ສຶກທັງສອງ ແລະ ເຈົ້າອາດຈະໄດ້ຄຳຕອບວ່າສິ່ງທີ່ເຈົ້າກຳລັງຮູ້ສຶກນັ້ນມັນແມ່ນຄວາມຮັກ ຫຼື ບໍ່
ຜ່ານມາ ມີນັກຈິດຕະວິທະຍາຈຳນວນໜຶ່ງທີ່ພະຍາຍາມຫາຄຳຕອບໂດຍການເຮັດການທົດລອງ ແລະ ແບບສອບຖາມ ໜຶ່ງໃນນັກຈິດຕະວິທະຍາຄົນທຳອິດທີ່ເລີ່ມສຶກສາກໍຄື ຊິກ ຣູບິນ (Zick Rubin) ນັກຈິດຕະວິທະຍາສັງຄົນຊາວວອາເມຣິກາ ໄດ້ສຶກສາຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກຮັກ ແລະ ຄວາມຮູ້ສຶກມັກ ໂດຍເຫັນວ່າບາງຄັ້ງຄົນເຮົາຈະຮູ້ສຶກມັກໃຜຈັກຄົນໄດ້ ແຕ່ບໍ່ໄດ້ໝາຍຄວາມວ່ານັ້ນແມ່ນຄວາມຮັກສະເໝີໄປ ເພາະຄວາມຮັກເປັນສິ່ງທີ່ເລິກເຊິ່ງກວ່ານັ້ນ
ຣູບິນ ໄດ້ສະເໜີແນວຄິດເລື່ອງອົງປະກອບດ້ານຄວາມຮັກ (Rubin’s Element of Love) ທີ່ຄວນມີ 3 ຢ່າງຄື:
- ຄວາມຜູກພັນ (Attachment) ຄືຄວາມປາຖະໜາທີ່ຈະໄດ້ຮັບຄວາມໃສ່ໃຈ ແລະ ສຳພັນໃກ້ຊິດກັບຄົນໆນັ້ນ
- ຄວາມໃສ່ໃຈ (Caring) ຄືການໃຫ້ຄຸນຄ່າ ໃຫ້ຄວາມສຳຄັນກັບຄວາມສຸກ ແລະ ຄວາມຕ້ອງການຂອງອີກຝ່າຍທຽບເທົ່າກັບຄວາມຕ້ອງການຂອງເຮົາເອງ
- ຄວາມໃກ້ຊິດ (Intimacy) ຄືຄວາມຕ້ອງການແບ່ງປັນຄວາມຄິດ ຄວາມເຊື່ອ ຄວາມຮູ້ສຶກ ແລະ ຄວາມຕ້ອງການສ່ວນຕົວກັບອີກຝ່າຍ
ໃນຂະນະທີ່ອົງປະກອບຂອງຄວາມມັກ ຈະເປັນເລື່ອງຂອງຄວາມສະໜິດສະໜົນ (Closeness), ຊົມເຊີຍ (Admiration), ຄວາມຮູ້ສຶກອົບອຸ່ນ (Warmth) ແລະ ຄວາມຮູ້ສຶກເຄົາລົບ (Respect) ຫຼາຍກວ່າ
ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ຫາກເຮົາມັກໃຜຈັກຄົນ ເຮົາອາດຈະຮູ້ສຶກສະບາຍໃຈ ແລະ ຢາກໃຊ້ເວລາຮ່ວມກັບຄົນເຫຼົ່ານັ້ນ ສ່ວນຄວາມຮູ້ສຶກຮັກນັ້ນເລິກເຊິ່ງລົງໄປເຖິງຂັ້ນການໃຫ້ຄຸນຄ່າຕໍ່ຄວາມສຸກ ແລະ ຄວາມຕ້ອງການຂອງອີກຝ່າຍຫຼາຍພໍໆກັບຄວາມຕ້ອງການ ແລະ ຄວາມຮູ້ສຶກຂອງຕົນເອງ
ໃນປີ 1970 ຣູບິນໄດ້ຕໍ່ຍອດທິດສະດີດັ່ງກ່າວມາເປັນມາດຕາວັດຄວາມຮູ້ສຶກທີ່ເອີ້ນວ່າ Rubin’s Love and Liking Scale ໂດຍເລີ່ມຈາກການໃຫ້ຄູ່ຮັກນັກສຶກສາລະດັບປະລິນຍາຕີປະມານ 200 ຄົນຕອບແບບສອບຖາມ ແລະ ໃຫ້ຄວາມຮູ້ສຶກຕົນເອງເມື່ອນຶກເຖິງຄົນຮັກ ແລະ ໝູ່ຮັກ
ຜົນທີ່ໄດ້ຮັບສ່ວນໃຫຍ່ເມື່ອນຶກເຖິງໝູ່ຮັກຄະແນນໃນດ້ານຄວາມມັກ (liking scale) ຈະຫຼາຍກວ່າ ໃນຂະນະທີ່ເມື່ອນຶກເຖິງຄົນຮັກຈະມີຄະແນນດ້ານຄວາມຮັກ (loving scale) ຫຼາຍກວ່າ
ແບບທົດສອບດັ່ງກ່າວໄດ້ຖືກປັບປຸງພັດທະນາຈົນໄດ້ເປັນມາດຕາວັດ 13 ຂໍ້ເພື່ອແຍກຄວາມແຕກຕ່າງລະຫວ່າງຄວາມຮັກ ແລະ ຄວາມມັກ ໂດຍແຕ່ລະຂໍ້ຈະໃຫ້ຄະແນນຈາກໜ້ອຍຫາຫຼາຍ ຫາກຄະແນນດ້ານຄວາມມັກຫຼາຍກວ່າ ສະແດງວ່າຄວາມຮູ້ສຶກທີ່ເຮົາມີມັນເປັນພຽງຄວາມຮູ້ສຶກມັກ ແລະ ກົງກັນຂ້າມ ເຊິ່ງທັງ 13 ຂໍ້ມີດັ່ງນີ້:

ສາມາດເຂົ້າໄປຕອບຄຳຖາມວັດລະດັບຄວາມ ມັກ ຫຼື ຮັກໄດ້ທີ່ https://cutt.ly/mwMHGtGC
ການສຶກສາຄັ້ງນີ້ຍັງມີຜົນທີ່ໜ້າສົນໃຈ ແລະ ຖືກກ່າວເຖິງໃນເລື່ອງການສົບຕາຂອງຄູ່ຮັກ ໂດຍພົບວ່າຄູ່ຮັກທີ່ມີຄວາມສຳພັນຍາວນານແລະຍັງເລິກເຊິ່ງໜຽວແໜ້ນ ມີແນວໂນ້ມທີ່ຈະແນມຕາກັນ 75% ຂອງເວລາທີ່ສົນທະນາກັນ ເຊິ່ງຄ່າສະເລ່ຍທົ່ວໄປແມ່ນ 30-60%. ນີ້ສະແດງໃຫ້ເຫັນວ່າ ນອກຈາກຄວາມຮັກຈະເປັນເລື່ອງຂອງຄວາມຮູ້ສຶກແລ້ວ ຍັງສາມາດສົ່ງຄວາມຮູ້ສຶກອອກມາທາງພາສາກາຍໂດຍສະເພາະການແນມຕາ.
ການສຶກສາຂອງຣູບິນນັບວ່າເປັນໄລຍະທຳອິດຂອງການສຶກສາຄວາມຮັກໂດຍນຳໃຊ້ຫຼັກຖານ ແລະ ມາດຕາວັດທີ່ເປັນຮູບປະທຳຂຶ້ນ ແລະ ໄດ້ມີການຕໍ່ຍອດພັດທະນາອີກຫຼາຍແນວຄິດທິດສະດີເພື່ອຫາຄຳຕອບໃຫ້ຄວາມຮູ້ສຶກທີ່ຊັບຊ້ອນນີ້ໃນເວລາຕໍ່ມາ
ເຊັ່ນ ທິດສະດີສາມຫຼ່ຽມແຫ່ງຄວາມຮັກ (Sternberg’s Triangular Theory of Love) ຂອງ ໂຣເບິດ ສະເຕີນເບີກ (Rebert Sternberg) ທີ່ໄດ້ເລົ່າເຖິງຮູບແບບຄວາມຮັກທີ່ແຕກຕ່າງກັນວ່າຂຶ້ນຢູ່ກັບຄວາມເຂັ້ນຂົ້ນຂອງ 3 ອົງປະກອບໄດ້ແກ່:
- ຄວາມຄຸ້ນເຄີຍໃກ້ຊິດ (Intimacy) ທີ່ປຽບສະເໝືອນແກ່ນແກນຄວາມສຳພັນທຸກຮູບແບບໃນໄລຍະຍາວ
- ຄວາມຮູ້ສຶກສະເໜ່ຫາ (passion) ທີ່ມັກຈະພົບໃນຄວາມສຳພັນແບບຄູ່ຮັກ
- ຄວາມຜູກມັດ (commitment) ຄືພັນທະຜູກພັນທາງດ້ານຈິດໃຈຫຼືສັງຄົມ
ຈາດທິດສະດີສາມຫຼ່ຽມແຫ່ງຄວາມຮັກ ໄດ້ໃຫ້ນິຍາມຄວາມຮັກແບບໂຣແມນຕິກ (Romantic Love) ໄວ້ວ່າປະກອບດ້ວຍຄວາມຄຸ້ນເຄີຍໃກ້ຊິດ (Intimacy) ແລະ ຄວາມຫຼົງໃຫຼ (Passion) ໂດຍບໍ່ຈຳເປັນຕ້ອງມີພັນທະຜູກມັດໃດໆ (Commitment), ສ່ວນຄວາມມັກຈະມີພຽງຄວາມຮູ້ສຶກໃກ້ຊິດສະໜິດສະໜົມ (Intimacy) ພຽງເທົ່ານັ້ນ ບໍ່ຈຳເປັນຕ້ອງມີຄວາມຫຼົງໃຫຼ ຫຼື ພັນທະຜູກມັດລະຫວ່າງກັນເຂົ້າມາກ່ຽວຂ້ອງ
ເຖິງແມ່ນວ່າຈະມີຄຳອະທິບາຍ ແລະ ທິດສະດີຫຼາກຫຼາຍກ່ຽວກັບຄວາມຮັກ ແຕ່ການສຶກສາທີ່ກ່າວມານັ້ນກໍຍັງເປັນສິ່ງທີ່ໃຫ້ຄຳຕອບທີ່ຖືກຕ້ອງກ່ຽວກັບຄວາມຮູ້ສຶກຂອງຄົນບໍ່ໄດ້ ເພາະຄວາມຮູ້ສຶກເປັນສິ່ງທີ່ຊັບຊ້ອນ ທີ່ເຮັດໄດ້ເປັນພຽງການຄາດເດົາ ຫາຄຳຕອບຈາກຕົວເລກ ສັງເກດຈາກສາຍຕາ ທ່າທາງ ແລະ ສິ່ງທີ່ຄົນສະແດງອອກ.
ທິດສະດີທັງໝົດສາມາດຊ່ວຍຈັດລະບຽບຄວາມຄິດ ແລະ ຄວາມຮູ້ສຶກຂອງເຮົາໄດ້ ເຮັດໃຫ້ເຮົາໄດ້ຮູ້ຊັດເຈນຫຼາຍຂຶ້ນວ່ານັ້ນເປັນຄວາມຮູ້ສຶກມັກ ຫຼື ຮັກກັນແທ້ ເພາະການຮູ້ທັນຄວາມຮູ້ສຶກຕົນເອງ ຈະເຮັດໃຫ້ເຮົາສາມາດຮັບມືກັບສິ່ງທີ່ຈະເກີດຂຶ້ນໄດ້ຢ່າງໝັ້ນຄົງ.
ແຫຼ່ງທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/