ຂໍສະແດງຄວາມຍິນດີນຳທີມງານ Na Khone Pictures ທີ່ສາມາດຄວ້າງຮາງວັນຊະນະເລີດໃນ ເທສະການຮູບເງົາເມືອງແຄນຄັ້ງທີ 6 ທີ່ປະເທດໄທ

ຊະນະເລີດ

ວົງການຮູບເງົາລາວໃນຂະນະນີ້ເອີ້ນວ່າຢູ່ໃນໄລຍະຂາຂຶ້ນສຸດໆ ເພາະເມື່ອວັນທີ 28 ສິງຫາ 2022 ທີ່ຜ່ານມາ ທີມງານ Na Khone Pictures ສາມາດຄວ້າຮາງວັນຊະນະເລີດໃນເທສະການຮູບເງົາເມືອງແຄນຄັ້ງທີ 6 ເຊິ່ງຈັດຂຶ້ນທີ່ ຈັງຫວັດຂອນແກ່ນ ປະເທດໄທ.

ຊະນະເລີດ

ໂດຍຜົນງານທີ່ທີມ Na Khone Pictures ສົ່ງເຂົ້າປະກວດໃນຄັ້ງນີ້ມີຊື່ວ່າ “HAPPY BIRTHDAY” ເຊິ່ງເປັນຜົນງານຮູບເງົາເລື່ອງສັ້ນ ທີ່ມີຄວາມຊຶ້ງກິນໃຈ ແລະ ໄດ້ເລົ່າເຖິງຄວາມພະຍາຍາມ, ຄວາມຮັກ, ຄວາມໃຝ່ຝັນ ຂອງຕົວລະຄອນຫຼັກ ທີ່ໄດ້ຮັບແຮງບັນດານໃຈມາຈາກຄົນໃກ້ຕົວຂອງຜູ້ສ້າງ ແລະ ຕົວຮູບເງົາຍັງມີຂໍ້ຄິດແຊກຊ້ອນຈົນສາມາດເຮັດໃຫ້ຜູ້ຮັບຊົມນ້ຳຕາໄຫຼມາໂດຍບໍ່ຮູ້ຕົວ. ນອກຈາກນີ້ ຮູບເງົາດັ່ງກ່າວຍັງໄດ້ຮັບຮາງວັນ ນັກສະແດງນຳຊາຍດີເດັ່ນ ອີກພ້ອມ ເອີ້ນໄດ້ວ່າດີໄປໝົດທຸກຢ່າງ.

ທັງນີ້ Lao X ກໍຕ້ອງຂໍກ່າວຄໍາຊົມເຊີຍມາຍັງທີມງານທຸກໆທ່ານທີ່ມີຄວາມສາມາດ, ຄວາມຄິດສ້າງສັນ ແລະ ຍັງໄດ້ທຸ່ມເທທັງແຮງກາຍແຮງໃຈ ຈົນໃນທີ່ສຸດກໍສາມາດຄວ້າຮາງວັນນີ້ມາໄດ້ ເຊິ່ງນີ້ກໍຖືເປັນເຄື່ອງຢືນຢັນໄດ້ວ່າ ບຸກຄະລາກອນລາວໃນວົງການຮູບເງົາເຮົາມີຄວາມສາມາດທີ່ເຫຼືອລົ້ນ ແລະ ຍັງເປັນໃບເບີກທາງໃຫ້ກັບຄົນທີ່ຍ່າງເຂົ້າມາໃນສາຍດຽວກັນ ໃຫ້ມີກຳລັງໃຈສ້າງສັນຜົນງານດີໆ ແບບນີ້ອອກມາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ