ເຢຍລະມັນເປີດຕົວລົດໄຟພະລັງງານໄຮໂດຣເຈນແຫ່ງທຳອິດຂອງໂລກ ໂດຍຫວັງລົດມົນລະພິດຕໍ່ສິ່ງແວດລ້ອມ

ລົດໄຟ

ໃນປັດຈຸບັນນີ້ ຫຼາຍໆປະເທດທົ່ວໂລກແມ່ນກໍາລັງຫັນໜ້າມາເອົາໃຈໃສ່ສິ່ງແວດລ້ອມກັນຫຼາຍຂຶ້ນ ເນື່ອງຈາກທີ່ຜ່ານມາ ມະນຸດເຮົາໄດ້ສ້າງມົນລະພິດແກ່ໂລກທັງທາງອ້ອມ ແລະ ທາງກົງ ສົ່ງຜົນໃຫ້ເກີດພາວະໂລກຮ້ອນ ແລະ ສະພາບອາກາດປ່ຽນແປງຢ່າງຕໍ່ເນື່ອງ. ທັງນີ້ ເຢຍລະມັນເຊິ່ງເປັນປະເທດໜຶ່ງໃນໂລກທີ່ມັກຈະປະດິດເທັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມ ຫຼື ອອກນະໂຍບາຍເພື່ອຮັກສາສິ່ງແວດລ້ອມຢູ່ສະເໝີ.

ລົດໄຟ

ແລະເມື່ອບໍ່ດົນມານີ້ (23 ສິງຫາ 2022) ລັດຖະບານເຢຍລະມັນກໍເປີດໃຫ້ບໍລິການລົດໄຟ 14 ຂະບວນທີ່ຂັບເຄື່ອນໂດຍໃຊ້ “ພະລັງງານໄຮໂດຣເຈນ” 100% ເປັນຄັ້ງທຳອິດຂອງໂລກ ເຊິ່ງເປັນການນໍາມາທົດແທນລົດໄຟ 15 ຂະບວນທີ່ໃຊ້ນ້ຳມັນກາຊວນເປັນເຊື້ອໄຟ ໃນເສັ້ນທາງ Bremervörde ແລະ Lower Saxony ຂອງເຢຍລະມັນ ເພື່ອເປັນການເລີ່ມປ່ອຍແກ໊ສຄາບອນເປັນສູນ.

ລົດໄຟ

ລົດໄຟພະລັງງານໄຮໂດຣເຈນທັງ 14 ຂະບວນໃໝ່ນີ້ຂັບເຄື່ອນດ້ວຍຂະບວນການຜະລິດພະລັງງານໄຟຟ້າຈາກປະຕິກິລິຍາລະຫວ່າງໄຮໂດຣເຈນ  ແລະ ອັອກຊີເຈນ. ດັ່ງນັ້ນຈຶ່ງບໍ່ມີການປ່ອຍຄວັນ ຫຼື ມົນລະພິດ ພ້ອມທັງບໍ່ກໍ່ສຽງດັງອີກດ້ວຍ.

ລົດໄຟ

ລັັດຖະບານເຢຍລະມັນ ສະໜັບສະໜູນໃຫ້ມີການເພີ່ມການໃຊ້ລົດໄຟພະລັງງານໄຮໂດຣເຈນ ເພື່ອເປັນທາງເລືອກຂອງພະລັງງານສະອາດ ທົດແທນການເພິ່ງພາພະລັງງານຟອສຊິລທີ່ກໍ່ໃຫ້ເກີດມົນລະພາວະ ແລະ ບໍ່ເປັນມິດຕໍ່ສິ່ງແວດລ້ອມ. ໂຄງການດັ່ງກ່າວແມ່ນໃຊ້ງົບປະມານໄປ 93 ລ້ານຢູໂຣ ເຊິ່ງຂະບວນລົດໄຟຮັກໂລກນີ້ຖືວ່າເປັນຕົວຢ່າງທີ່ດີຂອງລັດ Lower Saxony ໃນການຊຸກຍູ້ການພັດທະນາເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ.

ທັງນີ້ ການປ່ຽນແປງດັ່ງກ່າວຈະຊ່ວຍລົດການປ່ອຍມົນລະພິດ ແລະ ສະໜັບໜູນການເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມ ອີກທັງຍັງມີປະໂຫຍດດ້ານພະລັງງານ ໂດຍເຊື້ອໄຟໄຮໂດຣເຈນ ມີສັກກະຍະພາບທຽບເທົ່ານ້ຳມັນກາຊວນເຖິງ 4.5 ກິໂລກຣາມ. ການຕື່ມເຊື້ອໄຟໄຮໂດຣເຈນ 1 ຖັງ ສາມາດເຮັດໄລຍະທາງໄດ້ 1,000 ກິໂລແມັດ ແລະ ສາມາດເຮັດຄວາມໄວໄດ້ສູງສຸດ 140 ກິໂລແມັດຕໍ່ຊົ່ວໂມງ.

ລົດໄຟ

ເອີ້ນໄດ້ວ່າເປັນນະວັດຕະກໍາທີ່ສ້າງຂຶ້ນມາ ເພື່ອເປັນມິດກັບສິ່ງແວດລ້ອມແທ້ໆ ແລະໃນອະນາຄົດຫວັງວ່າທົ່ວໂລກອາດຈະມີການປ່ຽນແປງໄປໃຊ້ພະລັງງານໄຮໂດຣເຈນແທນພະລັງງານຟອສຊິລ ຄືກັນກັບເຢຍລະມັນທີ່ໄດ້ເລີ່ມລົງມືເຮັດໃນຂະນະນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ