ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຈາກປະເທດໄທ ສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ດີຕໍ່ກັນ

ນາຍົກລັດຖະມົນຕີ

ໃນວັນທີ 29 ສິງຫາ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ອະເນກ ເຫຼົ່າທຳມະທັດ ລັດຖະມົນຕີວ່າການ ກະຊວງອຸດົມສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 28-31 ສິງຫາ 2022.

ນາຍົກລັດຖະມົນຕີ

ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ອະເນກ ເຫຼົ່າທຳມະທັດ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ໃນຫຼາຍຂົງເຂດວຽກງານ ໂດຍສະເພາະ ຂົງເຂດດ້ານການສຶກສາ ລະຫວ່າງ ສອງປະເທດລາວ-ໄທ,ໄທ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້ ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານໄທ ທີ່ສະໜັບສະໜູນ ທຶນການສຶກສາໃຫ້ແກ່ນັກສຶກສາລາວ ໃນສາຂາວິຊາຊີບຕ່າງໆ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໃຫ້ມີຄຸນະພາບດີຂຶ້ນ.

ນາຍົກລັດຖະມົນຕີ

ທ່ານ ອະເນກ ເຫຼົ່າທຳມະທັດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ ຍັງໄດ້ແຈ້ງຈຸດປະສົງ ໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ, ພ້ອມຢືນຢັນວ່າລັດຖະບານໄທ ພ້ອມທີ່ຈະສະໜັບສະໜູນ ສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ດີລະຫວ່າງໄທ-ລາວ, ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: https://cutt.ly/5X56g3C

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ