ຂ້ອຍອີກແລ້ວ! ເປັນຫຍັງ ໜູ ຈຶ່ງເປັນສັດຍອດຮິດ ໃນການທົດສອບ ຫຼື ທົດລອງຢາໃຫ້ມະນຸດ


ຖ້າໃຜເຄີຍອ່ານຂ່າວ ກ່ຽວວິທະຍາສາດ ລາຍງານບົດຄົ້ນຄວ້າ ຫຼື ບົດວິໄຈຕ່າງໆກ່ຽວກັບມະນຸດ ກໍຄົງຈະມັກໄດ້ເຫັນວ່າມີສັດປະເພດໜຶ່ງ ທີ່ມັກຈະຖືກນຳມາເປັນໂຕທົດລອງເພື່ອອ້າງອີງແທນມະນຸດຢູ່ຕະຫຼອດເວລາ ແລະ ແນ່ນອນສັດທີ່ວ່ານັ້ນກໍຄື ໜູ ແຕ່ທຸກຄົນເຄີຍສົງໄສບໍ່ວ່າ ເປັນຫຍັງ ໜູ ຈຶ່ງເປັນສັດຍອດຮິດ ໃນການທົດສອບ ຫຼື ທົດລອງຢາໃຫ້ມະນຸດຢູ່ສະເໝີ.

ຖ້າເປັນໃນສະໄໝກ່ອນ ສາເຫດທີ່ໜູໄດ້ຮັບຄັດເລືອກກໍຄົງເປັນຍ້ອນຄວາມສະດວກ ລ້ຽງງ່າຍ ແລະ ທີ່ສຳຄັນຍັງເປັນສັດລ້ຽງລູກດ້ວຍນົມຄືກັບມະນຸດ ແຖມຍັງມີອາຍຸໄຂສັ້ນພຽງ 2-3 ປີ ເຊິ່ງເປັນຂໍ້ດີສຳລັບການສຶກສາໄລຍະຍາວເພາະໃຊ້ເວລາບໍ່ດົນກໍສາມາດຕິດຕາມຜົນກະທົບທີ່ສົ່ງຕໍ່ຈາກຮຸ່ນສູ່ຮຸ່ນໄດ້ແລ້ວ.

ຈົນປັດຈຸບັນທີ່ວິທະຍາສາດກ້າວໜ້າ ກໍຍັງພົບວ່າ ຈຳນວນຍີນ ຂອງໜູ ແລະ ມະນຸດນັ້ນໃກ້ຄຽງກັນຫຼາຍ ເຊິ່ງແປວ່າຜົນກະທົບທີ່ເກີດຈາກໜູ ກໍມີໂອກາດທີ່ຈະເກີດກັບຄົນໃນລັກສະນະດຽວກັນໄດ້ສູງ ເຮັດໃຫ້ເຫດຜົນເລື່ອງຍີນ ເປັນເຫດຜົນຫຼັກທີ່ນັກວິໄຈໃນປັດຈຸບັນ ຍັງໃຊ້ໜູເປັນຕົວແທນຂອງມະນຸດຢູ່.

ເພື່ອເຮັດໃຫ້ຜົນການທົດສອບອອກມາກົງກັນທີ່ສຸດ ສະຖາບັນ ຊີວະວິທະຍາ ການແພດຂອງສະຫະລັດອາເມຣິກາ ໄດ້ສ້າງມາດຕະຖານສຳລັບໜູທົດລອງຕັ້ງແຕ່ ປີ 1906 ໂດຍຄັດ ແລະ ປະສົມພັນໜູ ໃຫ້ເໝາະກັບການທົດສອບທາງການແພດຫຼາຍທີ່ສຸດ ໂດຍມີຊື່ວ່າ “Wistar rat” ເຊິ່ງໜູທົດລອງຫຼາຍກວ່າເຄິ່ງໜຶ່ງໃນຫ້ອງທົດລອງທົ່ວໂລກໃນປັດຈຸບັນ ກໍເປັນຜົນຜະລິດມາຈາກ Wistar Rat ທັງນັ້ນ.

ການໃຊ້ໜູເປັນໂຕທົດລອງ ເຊິ່ງຟັງເບິ່ງມັນຄືຈະໂຫດຮ້າຍ ແລະ ເປັນການທາລຸນສັດ ແຕ່ໃນຕົວຈິງມັນກໍບໍ່ໄດ້ໂຫດຮ້າຍແບບນັ້ນສະເໝີໄປ ເພາະກົດເຫຼັກສຳຄັນ ເຊິ່ງກຳນົດເປັນມາດຕະຖານ ແລະ ຈັນຍາບັນວິຊາຊີບ ໂດຍຄະນະກຳມະການນານາຊາດວ່າດ້ວຍວິທະຍາສາດສັດທົດລອງໄດ້ກຳນົດໄວ້ວ່າ:

“ໃຊ້ໜູຈຳນວນໜ້ອຍທີ່ສຸດ ແລະ ຕ້ອງແນ່ໃຈວ່າການກະທຳໃດໆກັບໜູຈະບໍ່ແມ່ນການທາລຸນນະກຳ ເພາະຊີວິດຂອງສັດທຸກໂຕມີຄ່າ ຖ້າຈະຕ້ອງເສຍສະຫຼະຊີວິດຂອງໜູແຕ່ລະໂຕຈະຕ້ອງມອບຄຸນປະໂຫຍດສູງສຸດຕໍ່ມະນຸດລວມເຖິງສັດໂຕອື່ນໆນຳ”

ອີງໃສ່ບັນທຶກວິທະຍາສາດທີ່ເກົ່າແກ່ທີ່ສຸດ. ມະນຸດ​ໄດ້​ເລີ່ມ​ຕົ້ນ​ການ​ນໍາ​ໃຊ້​ໜູ​ເປັນ​ສັດ​ໃນ​ຫ້ອງ​ທົດ​ລອງ​ໃນ​ປີ 1621 ໂດຍນັກພືດສາດ​ຊາວ​ອິ​ຕາ​ລີ Theophilus Müller ແລະ ​ນັກ​ພືດສາດ​ຊາວ​ເຢຍ​ລະ​ມັນ Giovanni Faber. ທັງສອງມີຄວາມສົນໃຈໃນ ສະລີລະສາດ ແລະ ຢາປົວພະຍາດ. ດັ່ງນັ້ນ, ພວກເຂົາເຈົ້າໄດ້ຮ່ວມກັນຜ່າຕັດໜູທີ່ຈັບໄດ້ເພື່ອສຶກສາອະໄວຍະວະພາຍໃນ.

ຕໍ່ມາໃນປີ 1678, ທ່ານ ວິນລຽມ ຮາວີ (William Harvey) ໝໍຊາວອັງກິດ ໄດ້ຜ່າຕັດໜູເພື່ອສຶກສາລະບົບການໄຫຼວຽນຂອງເລືອດ ແລະ ການຈະເລີນພັນ ພ້ອມກັບການສຶກສາຂອງມະນຸດ. ນີ້ເຮັດໃຫ້ລາວສະຫຼຸບການຄົ້ນພົບຂອງລາວເປັນທິດສະດີຂອງລະບົບການໄຫຼວຽນຂອງຮ່າງກາຍ. ເຊິ່ງລົບລ້າງຄວາມເຊື່ອແບບຜິດໆ ທີ່ແພດໝໍສະໄໝນັ້ນຮຽນແບບນຳກັນມາ.

ຂອບໃຈຂໍ້ມູນຈາກ: becommon, Jones Salad

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/