ເປີດຕົວ Sony HT-AX7 ຊຸດລຳໂພງແບບກະທັດຮັດທີ່ມາພ້ອມກັບລຳໂພງລູກອີກ 2 ຕົວທີ່ສາມາດແຍກສ່ວນໄດ້ ເພື່ອການຟັງແບບຮອບທິດທາງ


Sony ໄດ້ເປີດຕົວຜົນງານຫຼ້າສຸດ Home Theatre & Sound Bars ຮຸ່ນໃໝ່ຄື HT-AX7 ຊຸດລຳໂພງແບບກະທັດຮັດທີ່ສາມາດພົກພາໄປໃຊ້ນອກເຮືອນໄດ້ ພ້ອມກັບແບັດເຕີຣີໃນຕົວທີ່ສາມາດໃຊ້ງານໄດ້ເຖິງ 30 ຊົ່ວໂມງ. ນອກຈາກນັ້ນ ຍັງມີລໍາໂພງລູກອີກ 2 ອັນທີ່ສາມາດແຍກສ່ວນໄດ້ ໂດຍຜະລິດຕະພັນທີ່ທັນສະໄໝນີ້ຈະມອບຄວາມເພີດເພີນໃນການເບິ່ງຄລິບ, ຟັງເພງ ດ້ວຍສຽງທີ່ຄອບຄຸມແບບ 360 ອົງສາ.

ໃນຊຸດລຳໂພງແບບພົກພາຂອງ Sony HT-AX7 ຈະປະ​ກອບ​ດ້ວຍ​ລໍາ​ໂພງ​ຫຼັກທີ່ມີລໍາ​ໂພງແບບ Full-Range 2 ຕົວທີ່ໃຫ້ສຽງສະ​ເຕີ​ຣິ​ໂອ ພ້ອມ​ກັບ passive radiator ອີກ 2 ຕົວເພື່ອເຮັດໃຫ້ສຽງເບສໜັກແໜ້ນຂຶ້ນ, ສ່ວນລໍາໂພງລູກ 2 ຕົວ ທີ່ເວລາເຄື່ອນຍ້າຍ ຫຼື ສາກໄຟກໍຈະແປະຢູ່ກັບລຳໂພງໂຕຫຼັກ ພວກເຮົາສາມາດດຶງລຳໂພງລູກອອກມາວາງໄວ້ຕາມຈຸດຕ່າງໆເພື່ອເຮັດໜ້າທີ່ເປັນລຳໂພງ ເພີ່ມຄວາມມ່ວນໃນການຟັງສຽງແບບຮອບທິດທາງ.

ລຳໂພງຫຼັກຂອງ Sony HT-AX7 ມີຂະໜາດ 306 x 97 x 123 mm ໜັກ 1,4 ກິໂລກຣາມ, ສ່ວນລໍາໂພງລູກມີຂະໜາດ 122 x 39 x 122 mm ໜັກ  295 ກຣາມ ລວມໆແລ້ວກໍເກືອບປະມານ 2 ກິໂລກຣາມ ເຊິ່ງກໍເປັນນ້ຳໜັກທີ່ສາມາດພົກພາໄປໃສມາໃສໄດ້ສະດວກຢູ່.

Sony ກ່າວວ່າ Sound Bars ຮຸ່ນໃໝ່ນີ້ຖືກອອກແບບມາສຳລັບໃຊ້ກັບອຸປະກອນພົກພາເປັນຫຼັກ, ຜູ້​ໃຊ້​ສາ​ມາດ​ວາງ​ລໍາ​ໂພງ 3 ຕົວ​ໄວ້​ອ້ອມ​ຕຽງ​ນອນ​ເພື່ອ​ເບິ່ງຮູບເງົາ, ຟັງ​ເພງ​ແບບຮອບທິດທາງເປັນວົງ​ນ້ອຍໆ​ ຫຼື ຈະວາງໄວ້ອ້ອມ​ຕຽງ​ຂອງ​ພວກ​ເຮົາເພື່ອໃຫ້ສຽງແບບ 360 ອົງສາ.

Sony ນຳຍັງໃຊ້ເທັກໂນໂລຢີ 360 Spatial Sound Mapping ເຊິ່ງລະບົບຈະສ້າງຮ່າງຂອງຫ້ອງຂຶ້ນມາ ແລະ ພະຍາຍາມສ້າງສຽງຂອງລໍາໂພງ virtual ບໍ່ວ່າຈະເປັນລຳໂພງດ້ານໜ້າ, ຫຼັງ ແລະ ເທິງຫົວ. ເຮັດໃຫ້ລຳໂພງນັ້ນສາມາດຕິດຕັ້ງໄວ້ໃນຫ້ອງໃດກໍໄດ້ ຫຼັງຈາກນັ້ນລຳໂພງກໍຈະປັບປ່ຽນໃຫ້ເຂົ້າກັບຫ້ອງແບບອັດຕະໂນມັດ.

ແນວໃດກໍຕາມ, Sony HT-AX7 ເຊື່ອມຕໍ່ກັບສຽງຜ່ານ Bluetooth. ໂດຍຮອງຮັບ Codec  ສຽງເປັນ SBC ແລະ AAC ເທົ່ານັ້ນ ບໍ່ຮອງຮັບການເຊື່ອມຕໍ່ LDAC ແລະ Wi-Fi ແລະ ການສຽບສາຍສັນຍານແບບ HDMI, ເຮັດໃຫ້ຮອງຮັບສຽງທີ່ເຂົ້າມາເປັນສະເຕີຣິໂອໄຮ້ສາຍ ບໍ່ໄດ້ຮອງຮັບສຽງອ້ອມຮອບທິດທາງແບບ Dolby 5.1 ຫຼື Dolby Atmos.

ລຳໂພງ Sony HT-AX7 ຈະວາງຈໍາໜ່າຍໃນເດືອນສິງຫານີ້ໃນລາຄາ 500 ໂດລາ.

ທີ່ມາ:

sony.co.uk

beartai

avtechguide

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/