MrBeast ລໍ້ລຽນ Mark Zuckerberg ໂດຍການແຈກລົດ Tesla 1 ຄັນສະຫຼອງຜູ້ຕິດຕາມໃນແອັບ Threads ຄົບ 1 ລ້ານຄົນ


MrBeast YouTuber ຊື່ດັງຂອງໂລກ ນຳກະແສການແຂ່ງຂັນ ແລະ ຕອບໂຕ້ກັນລະຫວ່າງ ມາກ ຊັກເກີເບີກ ເຈົ້າຂອງ Meta ແລະ ອີລອນ ມາກ ເຈົ້າຂອງ ລົດໄຟຟ້າ Tesla ແລະ Twitter ໂດຍການຈັບເອົາຜະລິດຕະພັນທັງ 2 ທີ່ເປັນຄູ່ແຂ່ງຂັນມາຢູ່ໃນໂຄງການດຽວກັນ ເຊິ່ງກໍຄືການແຈກລົດ Tesla 1 ຄັນ ທີ່ເປັນຜະລິດຕະພັນຈາກບໍລິສັດຂອງ ອີລອນມາກ ເພື່ອສະຫຼອງຜູ້ຕິດຕາມໃນແອັບ Threadsຄົ ບ 1 ລ້ານຄົນ ເຊິ່ງແອັບດັ່ງກ່າວ ມາກ ຊັກເກີເບີກ ຫາກໍເປີດຕົວໃໝ່ ເພື່ອມາແຂ່ງກັບ Twitter.

ໂດຍກ່ອນໜ້ານີ້ ມາກ ຊັກເກີເບີກ ແລະ ອີລອນ ມາກ ໄດ້ມີປະເດັນຜິດຖຽງກັນຢູ່ຕະຫຼອກ ໃນໂລກສື່ສັງຄົມອອນລາຍ ລຸກລາມໄປຮອດການທ້າຊົກກັນ ແລະ ຫຼ້າສຸດກໍມີປະເດັນທີ່ຕ້ອງມາແຂ່ງຂັນກັນທາງດ້ານທຸລະກີິດ ຫຼັງມາກ ຊັກເກີເບີກ ເຈົ້າຂອງ Meta ເປີດຕົວຜະລິດຕະພັນໃໝ່ ຢ່າງ Threads ທີ່ສ້າງມາເພື່ອແຂ່ງກັບ Twitter ຈົນ ອີລອນ ມາກ ຂູ່ວ່າຈະມີການຟ້ອງຮ້ອງກັນເກີດຂຶ້ນ.

ດ້ວຍຄວາມທີ່ MrBeast ຂຶ້ນຊື່ວ່າເປັນ YouTuber ສາຍແຈກມາແລ້ວຢູ່ແລ້ວ ແລະ ເຫັນທັງ 2 ຄົນນີ້ຜິດຖຽງກັນມາຕະຫຼອດ ລາວຈຶ່ງຄິດໂຄງການແຈກອີກໜຶ່ງໂຄງການຂອງລາວຂຶ້ນມາ ໂດຍການລໍ້ລຽນທັງ 2 ເອົາຜະລິດທັງຂອງ ທັງ 2 ຄົນມາແຈກພ້ອມກັນໄປເລີຍ.

ໂດຍ MrBeast ໂພສຂໍ້ຄວາມຜ່ານບັນຊີ Threads ຂອງຕົນເອງ ທີ່ມີຜູ້ຕິດຕາມໃນປັດຈຸບັນຫຼາຍກວ່າ 3 ລ້ານຄົນວ່າ: “ເພື່ອເປັນການສະຫຼອງບັນຊີ Threads ໃໝ່ຂອງຂ້ອຍ, ຂ້ອຍຈະສຸ່ມແຈກໃຫ້ແຟນໆຜູ້ຕິດຕາມຂ້ອຍພາຍໃນ 48 ຊົ່ວໂມງ”

ສຳລັບແອັບ Threads ທີ່ຫາກໍເປີດຕົວໃໝ່ນັ້ນເອີ້ນໄດ້ວ່າ ໄດ້ຮັບກະແສຕອບຮັບດີສຸດໆ ຫຼັງເປີດຕົວໄປພຽງບໍ່ເທົ່າໃດ ກໍມີຄົນເຂົ້າມາສະໝັກບັນຊີແລ້ວ ຫຼາຍກວ່າ 5 ລ້ານຄົນ ສວນທາງກັບ Twitter ແອັບຄູ່ແຂ່ງທີ່ມີ ອີລອນ ມາກ ເປັນເຈົ້າຂອງ ທີ່ປັດຈຸບັນກຳລັງປະເຊີນກັບກະແສວິພາກວິຈານຢ່າງໜັກ ຫຼັງທາງແອັບອອກນະໂຍບາຍຈຳກັດຈຳນວນໂພສທີ່ສາມາດອ່ານໄດ້ຕໍ່ມື້.

ຂອບໃຈຂໍ້ມູນຈາກ: benzinga

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/